ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານສູງສຸດ ສຫລ ປະຕິເສດ ຄວາມພະຍາຍາມ ຂອງ ປ. ທຣຳ ທີ່ຈະຍຸຕິໂຄງການປົກປ້ອງຊາວໜຸ່ມ ທີ່ບໍ່ມີເອກກະສານ


ທີ່ເຫັນໃນຮູບນີ້ ຄືຕຶກສານສູງສຸດ ຂອງສະຫະລັດ.
ທີ່ເຫັນໃນຮູບນີ້ ຄືຕຶກສານສູງສຸດ ຂອງສະຫະລັດ.

ສານສູງສຸດຂອງສະຫະລັດ ໃນວັນພະຫັດວານນີ້ ຂັດຂວາງການດຳເນີນຄວາມພະຍາຍາມຂອງລັດຖະບານປະທານາທິບໍດີທຣຳ ທີ່ມີມາຕະຫຼອດປີເພື່ອຍຸຕິໂຄງການໃຫ້ການປົກຄອງຄຸ້ມຄອງຈາກການຖືກເນລະເທດ ພວກຄົນເຂົ້າເມືອງ ທີ່ບໍ່ມີເອກກະສານຫຼາຍຮ້ອຍພັນຄົນ ທີ່ຖືກນຳເຂົ້າມາ ໃນສະຫະລັດ ຂະນະທີ່ພວກເຂົາເຈົ້າຍັງເປັນເດັກນ້ອຍຢູ່.

ການຕັດສິນທີ່ບໍ່ໜ້າເຊື່ອ 5 ຕໍ່ 4 ທີ່ຂຽນໂດຍຫົວໜ້າຜູ້ພິພາກສານິຍົມແນວທາງເດີມ ທ່ານຈອນ ໂຣເບີດ (John Roberts) ແລະເຂົ້າຮ່ວມໂດຍຜູ້ພິພາກສາຫົວເສລີ 4 ທ່ານ ໝາຍຄວາມວ່າ ໂຄງການທີ່ຮູ້ກັນໃນຊື່ ການຕໍ່ເວລາໃນການເອົາມາດຕະການສຳລັບພວກທີ່ມາເຖິງໃນຂະນະທີ່ຍັງເປັນເດັກນ້ອຍຢູ່ຫຼື DACA ນັ້ນຍັງຈະມີຢູ່ຕໍ່ໄປສຳລັບອະນາຄົດອັນໃກ້ໆນີ້ໂດຍຈະອະນຸຍາດ ໃຫ້ພວກຄົນເຂົ້າເມືອງ ທີ່ບໍ່ມີເອກກະສານປະມານ 700,000 ຄົນ ອາໄສຢູ່ ແລະເຮັດວຽກ ໃນສະຫະລັດໄດ້.

ໂຄງການດັ່ງກ່າວນີ້ ຖືກສ້າງຕັ້ງຂຶ້ນໃນປີ 2012 ໂດຍດຳລັດ ຂອງປະທານາທິບໍດີບາຣັກ ໂອບາມາ ໃນເວລານັ້ນ. ພວກທີ່ຢູ່ພາຍໃຕ້ໂຄງການ DACA ທີ່ຮູ້ກັນໃນຊື່ວ່າ “ພວກທີ່ມີຄວາມຝັນ” ແລະສ່ວນໃຫຍ່ແລ້ວແມ່ນມາຈາກເມັກຊິໂກແລະອາເມຣິກາກາງ ຖືກອະນຸຍາດ ໃຫ້ໄດ້ຮັບຜົນປະໂຫຍດຕ່າງໆເຊັ່ນປະກັນໄພສຸຂະພາບແລະມີໃບຂັບຂີ່ໄດ້.

ແຕ່ປະທານາທິບໍດີດໍໂນລ ທຣຳ ທີ່ໄດ້ໂຄສະນາຫາສຽງເພື່ອຍຸຕິໂຄງການ DA-CA ແລະການເຂົ້າມາໃນສະຫະລັດຢ່າງຜິດກົດໝາຍນັ້ນ ໃນປີ 2017 ໄດ້ສັ່ງໃຫ້ກະຊວງຮັກສາຄວາມປອດໄພພາຍໃນ ຢຸດເຊົາໂຄງການນີ້ໂດຍເວົ້າວ່າ ມັນບໍ່ຖືກຕ້ອງຕາມກົດໝາຍ. ການຟ້ອງຮ້ອງ ກ່ຽວກັບການຕັດສິນໃຈ ທີ່ຈະຍຸຕິໂຄງການ DACA ແມ່ນໄດ້ມີການຕັດສິນເຫັນພ້ອມ ໂດຍສານລັດຖະບານກາງຢູ່ໃນຫຼາຍໆລັດ ຈຶ່ງພາໃຫ້ລັດຖະບານທ່ານທຣຳ ຂໍອຸທອນໄປຍັງສານສູງສຸດ.

ແທນທີ່ຈະຕີຄວາມໝາຍກ່ຽວກັບຄວາມຖືກຕ້ອງ ຂອງພວກ DACA ສານສູງສຸດໄດ້ຕັດສິນວ່າ ລັດຖະບານບໍ່ໄດ້ໃຫ້ເຫດຜົນພຽງພໍ ກ່ຽວກັບການອັດໂຄງການດັ່ງກ່າວ ຊຶ່ງໝາຍຄວາມວ່າ ບັນຫານີ້ຈະຖືກສົ່ງກັບຄືນໄປກະຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດ ຊຶ່ງຈະໃຫ້ເຫດຜົນແບບອື່ນ ຖ້າກະຊວງດັ່ງກ່າວເລືອກທີ່ຈະເອົາບາດກ້າວເພື່ອຍຸຕິໂຄງການນີ້ອີກ.

ທ່ານໂຣເບີດ ຊຶ່ງເປັນຜູ້ຂຽນບົດຕັດສິນໃຫ້ຄະນະຜູ້ພິພາກສາສຽງສ່ວນຫຼາຍກ່າວວ່າ ການຕັດສິນໃຈຂອງລັດຖະບານ ລະເມີດກົດໝາຍລັດຖະບານກາງ ທີ່ໃຫ້ຄວາມຄຸ້ມຄອງພະແນກການຕ່າງໆຂອງລັດຖະບານ ແລະບໍ່ໄດ້ພິຈາລະນາເລື້ອງສິດທິຂອງພວກ DACA ໃນການປ້ອງກັນບໍ່ໃຫ້ຖືກເນລະເທດນັ້ນ.

ທ່ານໂຣເບີດຂຽນວ່າ “ພວກເຮົາບໍ່ໄດ້ຕັດສິນວ່າ DACA ຫຼືການຍົກເລີກໂຄງການນີ້ແມ່ນນະໂຍບາຍທີ່ສົມເຫດສົມຜົນ. ພວກເຮົາເວົ້າເຖິງແຕ່ພຽງວ່າພະແນກການໄດ້ປະຕິບັດຕາມຂໍ້ບັງຄັບຕາມຂັ້ນຕອນ ທີ່ໃຫ້ການອະທິບາຍແບບມີເຫດຜົນໃນການເອົາບາດກ້າວເທົ່ານັ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG