ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກ ພັກຣີພັບບລີກັນ ໃນສະພາສູງ ສະເໜີຮ່າງກົດໝາຍ ປະຕິຮູບຕຳຫຼວດ


ສະມາຊິກສະພາສູງ Tim Scott, ຈາກລັດເຊົາຄາໂຣໄລນາ (ກາງ) ພ້ອມດ້ວຍສະມາຊິກພັກຣີພັບບລີກັນຄົນອື່ນໆ ທີ່ກອງປະຊຸມຖະແຫຼງຂ່າວ ເພື່ອປະກາດ ຮ່າງກົດໝາຍ ປະຕິຮູບຕຳຫຼວດ ທີ່ຫໍລັດຖະສະພາສະຫະລັດ ເມື່ອວັນທີ 17 ມິຖຸນາ 2020.
ສະມາຊິກສະພາສູງ Tim Scott, ຈາກລັດເຊົາຄາໂຣໄລນາ (ກາງ) ພ້ອມດ້ວຍສະມາຊິກພັກຣີພັບບລີກັນຄົນອື່ນໆ ທີ່ກອງປະຊຸມຖະແຫຼງຂ່າວ ເພື່ອປະກາດ ຮ່າງກົດໝາຍ ປະຕິຮູບຕຳຫຼວດ ທີ່ຫໍລັດຖະສະພາສະຫະລັດ ເມື່ອວັນທີ 17 ມິຖຸນາ 2020.

ການປະຕິຮູບຕຳຫຼວດແມ່ນກຳລັງເປັນຈຸດເພັ່ງເລັງຫຼັກໃນລັດຖະສະພາ ໃນວັນ ພຸດວານນີ້, ໃນຂະນະທີ່ສະພາສູງພັກຣີພັບບລີກັນໄດ້ສະເໜີຮ່າງກົດໝາຍຂອງ ເຂົາເຈົ້າ ເພື່ອສົ່ງເສີມການນຳເອົາຕຳຫຼວດ ມາຮັບຜິດຊອບ ສຳລັບການກະທຳ ຂອງເຂົາເຈົ້າໃນທ້ອງຖະໜົນຂອງ ສະຫະລັດ, ໃນຂະນະທີ່ສະພາຕໍ່າພັກເດໂມ ແຄຣັດ ໄດ້ເຄື່ອນໄຫວເພື່ອພັດທະນາມາດຕະການ ທີ່ມີຄວາມສຳຄັນກວ່າຂອງ ເຂົາເຈົ້າ ເພື່ອຫຼຸດຜ່ອນການກະທຳທີ່ບໍ່ຖືກຕ້ອງຂອງຕຳຫຼວດ.

ບໍ່ວ່າບັນດາສະມາຊິກສະພາທີ່ຂັດແຍ້ງກັນ ຈະສາມາດຕົກລົງກັນໄດ້ພາຍໃນບໍ່ ເຖິງ 5 ເດືອນ ກ່ອນການເລືອກຕັ້ງປະທານາທິບໍດີ ແລະ ລັດຖະສະພາ ໃນ ເດືອນພະຈິກຫຼືບໍ່ນັ້ນ ແມ່ນບໍ່ແນ່ນອນ. ແຕ່ມັນມີຄວາມຮີບດ່ວນທີ່ແນ່ນອນ ຕໍ່ ການໂຕ້ຖຽງທີ່ບໍ່ປົກກະຕິຕໍ່ການເມືອງໃນວໍຊິງຕັນ ໃນຜົນທີ່ຕາມມາຂອງການ ກະທຳທີ່ເປັນບັນຫາຂອງຕຳຫຼວດ ເຊິ່ງຜູ້ຊາຍຜິວດຳ ໄດ້ເສຍຊີວິດອີກຄັ້ງນຶ່ງ ໃນລະຫວ່າງການ ຖືກຄວບຄຸມຕົວໂດຍຕຳຫຼວດ.

ການໂຕ້ຖຽງກັນແມ່ນໄດ້ເກີດຂຶ້ນຫຼັງຈາກການປະທ້ວງທົ່ວປະເທດ ແລະ ຈາກ ຟາກນຶ່ງຫາອີກຟາກນຶ່ງຂອງປະເທດ ຕໍ່ການຕາຍຂອງທ້າວ ຈອຣຈ໌ ຟລອຍດ໌, ຜູ້ຊາຍຜິວດຳອາຍຸ 46 ປີ, ເມື່ອສາມອາທິດທີ່ຜ່ານມາໃນນະຄອນ ມິນເນອາໂປ ລິສ, ລັດ ມິນເນໂຊຕ້າ ຫຼັງຈາກຕຳຫຼວດຜິວຂາວຄົນນຶ່ງໄດ້ກົດໜ້າລາວລົງໃສ່ ພື້ນຖະໜົນ ດ້ວຍການເຕັງຫົວເຂົ່າ ໃສ່ຄໍຂອງລາວເປັນເວລາເກືອບ 9 ນາທີ. ແລ້ວ, ໃນວັນສຸກທີ່ຜ່ານມາ, ຕຳຫຼວດຄົນຜິວຂາວໃນນະຄອນ ແອັດແລນຕ້າ, ລັດ ຈໍເຈຍ ກໍໄດ້ຍິງຜູ້ຊາຍຜິວດຳ, ທ້າວ ເຣຊາດ ບຣຸກສ໌ ເສຍຊີວິດໃນບ່ອນ ຈອດລົດຂອງຮ້ານອາຫານຈານດ່ວນ.

ສະພາສູງພັກຣີພັບບລີກັນ, ທີ່ນຳພາໂດຍທ່ານ ທິມ ສກັອດ, ເຊິ່ງແມ່ນສະມາ ຊິກສະພາສູງ ພັກຣີພັບບລີກັນຜິວດຳຄົນດຽວ, ໄດ້ຮຽກຮ້ອງສຳລັບການລາຍ ງານໃໝ່ ກ່ຽວກັບ ການໃຊ້ກຳລັງ ທີ່ຮ້າຍແຮງເຖິງຊີວິດໂດຍຕຳຫຼວດໃນທົ່ວ ປະເທດ ແລະ ຈຳກັດການໃຫ້ທຶນແກ່ກົມຕຳຫຼວດຂອງລັດ ແລະ ທ້ອງຖິ່ນທີ່ ບໍ່ສາມາດປະຕິບັດຕາມ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ເຊັນດຳລັດສະບັບນຶ່ງໃນວັນອັງຄານທີ່ຜ່ານມາ ເພື່ອສ້າງຖານຂໍ້ມູນ ກ່ຽວກັບ ການກະທຳທີ່ບໍ່ຖືກຕ້ອງ ຂອງຕຳຫຼວດ. ທ່ານໄດ້ ສັນຍາວ່າ “ມັນຈະປະສົບຄວາມສຳເລັດ” ຖ້າບັນດາສະມາຊິກສະພາສາມາດດຳ ເນີນການເພື່ອຮັບຜ່ານກົດໝາຍນິຕິບັນຍັດ ແລະ ໄດ້ກ່າວວ່າທ່ານ “ມີຄວາມມຸ່ງ ໝັ້ນ ທີ່ຈະເຮັດວຽກກັບລັດຖະສະພາ ກ່ຽວກັບ ມາດຕະການເພີ່ມເຕີມ.”

ແຕ່ທ່ານຍັງໄດ້ປະກາດການສະໜັບສະໜູນຂອງທ່ານຕໍ່ຕຳຫຼວດ, ໂດຍເວົ້າວ່າ “ປະຊາຊົນ ອາເມຣິກັນ ຕ້ອງການກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍ.”

ທ່ານ ສກັອດ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວັນພຸດວານນີ້ວ່າ, “ທຸກໆລະ ດັບຂອງລັດຖະບານຕ້ອງການການປ່ຽນແປງ. ຄຳຖາມກໍແມ່ນວ່າ, ພວກເຮົາຈະ ສາມາດໄດ້ຮັບການສະໜັບສະໜູນ ຈາກສອງພັກການເມືອງບໍ່?

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG