ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນິວຊີແລນ ໃຫ້ການຢືນຢັນ ການຕິດເຊື້ອໄວຣັສໂຄໂຣນາໃໝ່ ກໍລະນີທີສາມ


ຮູບພວກນັກຮຽນຕຽມທະຫານຣັດເຊຍ ທີ່ໃສ່ໜ້າກາກແລະຖົງມື ໃນຂະນະທີ່ເຂົ້າຮ່ວມການຝຶກແອບ ເດີນສວນສະໜາມ ສຳລັບວັນທີ 24 ມິຖຸນາ ຊຶ່ງເປັນວັນສະຫຼອງໄຊຊະນະຂອງໂຊຫວຽດ ໃນສົງຄາມໂລກຄັ້ງທີ 2.
ຮູບພວກນັກຮຽນຕຽມທະຫານຣັດເຊຍ ທີ່ໃສ່ໜ້າກາກແລະຖົງມື ໃນຂະນະທີ່ເຂົ້າຮ່ວມການຝຶກແອບ ເດີນສວນສະໜາມ ສຳລັບວັນທີ 24 ມິຖຸນາ ຊຶ່ງເປັນວັນສະຫຼອງໄຊຊະນະຂອງໂຊຫວຽດ ໃນສົງຄາມໂລກຄັ້ງທີ 2.

ຫຼາຍກວ່າ 10 ລັດຢູ່ໃນສະຫະລັດ ມີລາຍງານກ່ຽວກັບ ການຕິດເຊື້ອ ກໍລະນີໃໝ່ສູງສຸດ ໃນໄລຍະສອງສາມມື້ຜ່ານມານີ້ ໃນຂະນະທີ່ຈຳນວນຜູ້ເສຍຊີວິດ ຢູ່ໃນປະເທດ ຍັງສືບຕໍ່ມີແນວໂນ້ມສູງຂຶ້ນ.

ນິວຊີແລນ ໃນວັນພະຫັດມື້ນີ້ ໄດ້ລາຍງານກໍລະນີ ຕິດເຊື້ອໄວຣັສໂຄໂຣນາ ທີ 3 ທີ່ໄດ້ຮັບການຢືນຢັນໃນອາທິດນີ້ ຊຶ່ງເປັນເຫດການ ພາໃຫ້ລັດຖະບານອອກລະບຽບເຄັ່ງຄັດຂຶ້ນກວ່າເກົ່າ ເພື່ອກັກໂຕສຳລັບພວກທີ່ເດີນທາງເຂົ້າປະເທດຫຼັງຈາກນິວຊີແລນໄດ້ປະກາດວ່າ ການແຜ່ລະບາດຂອງເຊື້ອໄວຣັສຢູ່ໃນປະເທດດັ່ງກ່າວຖືກກຳຈັດໄປແລ້ວ.

ທັງ 3 ກໍລະນີ ແມ່ນພົວພັນກັບພວກທີ່ເດີນທາງໂດຍເຮືອບິນຈາກແຫ່ງອື່ນໆໃນໂລກ ໄປປະເທດນິວຊີແລນ ບຸກຄົນຫລ້າສຸດແມ່ນມາຈາກປາກິສຖານ. ບຸກຄົນຜູ້ນີ້ໄດ້ຖືກກັກໂຕເພື່ອກວດໂຣກ.

ພວກເຈົ້າໜ້າທີ່ກຳລັງເຮັດວຽກເພື່ອນຳຫາໂຕພວກທີ່ອາດມີການຕິດຕໍ່ໃກ້ຊິດກັບຜູ້ຊາຍຄົນນີ້ ແລະແມ່ຍິງອີກ 2 ຄົນ ທີ່ເດີນທາງໄປຈາກອັງກິດ ແລະຖືກກວດພົບວ່າຕິດເຊື້ອ ຫຼັງຈາກໄດ້ຮັບອະນຸຍາດ ໃຫ້ອອກໄປຈາກບໍລິເວນກັກໂຕກ່ອນກຳນົດ ເພື່ອໄປຢ້ຽມພີ່ນ້ອງທີ່ປ່ວຍ.

ມີຄວາມເປັນຫ່ວງກັງວົນກັນ ກ່ຽວກັບຈຳນວນຜູ້ຕິດເຊື້ອ ທີ່ມີເພີ້ມຂຶ້ນຢູ່ໃນເຂດອື່ນໆຂອງໂລກ.

ອິນເດຍມີລາຍງານກໍລະນີຕິດເຊື້ອໃໝ່ທີ່ໄດ້ຮັບການຢືນຢັນ 12,881 ກໍລະນີໃນວັນພະຫັດມື້ນີ້ ຊຶ່ງເປັນຈຳນວນການຕິດເຊື້ອສູງສຸດພາຍໃນເວລານຶ່ງມື້ ນັບແຕ່ໄດ້ມີການລະບາດຂອງໂຄວິດ-19. ເວລານີ້ ອິນເດຍມີກໍລະນີຕິດເຊື້ອທີ່ໄດ້ຮັບການຢືນຢັນແລ້ວທັງໝົດ 367,000 ກໍລະນີິ ຊຶ່ງເປັນຮອງລົງມາຈາກສະຫະລັດ ບຣາຊີລ ແລະຣັດເຊຍ.

ຫຼາຍກວ່າ 10 ລັດຢູ່ໃນສະຫະລັດ ມີລາຍງານກ່ຽວກັບການຕິດເຊື້ອກໍລະນີໃໝ່ສູງສຸດ ໃນໄລຍະສອງສາມມື້ຜ່ານມານີ້ ໃນຂະນະທີ່ຈຳນວນຜູ້ເສຍຊີວິດຢູ່ໃນປະເທດ ຍັງສືບຕໍ່ມີແນວໂນ້ມສູງຂຶ້ນ.

ລັດໂອກລາໂຮມາ ບ່ອນທີ່ປະທານາທິບໍດີດໍໂນລ ທຣຳ ມີກຳນົດທີ່ຈະຈັດການໂຮມຊຸມນຸມທາງການເມືອງ ທີ່ເມືອງທູລຊາ ໃນວັນເສົາອາທິດນີ້ ຊຶ່ງໃນວັນພະຫັດວານນີ້ ມີລາຍງານວ່າ ມີຜູ້ຕິດເຊື້ອໃໝ່ 259 ກໍລະນີພາຍໃນ 24 ຊົ່ວໂມງຜ່ານມາ.

ທ່ານບຣູຊ ດາທ (Bruce Dart) ຫົວໜ້າສາທາລະນະສຸກ ຂອງເມືອງທູລຊາ ກ່າວໃນວັນພຸດວານນີ້ວ່າ “ຂ້າພະເຈົ້າ ຮູ້ດີ ຫຼາຍໆຄົນແມ່ນເວົ້າເລື້ອງໂຄວິດ ແຕ່ໂຄວິດຍັງບໍ່ທັນໝົດໄປເທື່ອ. ໂຄວິດຍັງຢູ່ໜີ້ແລະມັນພວມແຜ່ລະບາດຢູ່ໃນປະຊາຄົມພວກເຮົາ. ຖ້າທ່ານຢູ່ໃນສະຖານທີ່ສາທາະລະນະ ໃສ່ໜ້າກາກ ຮັກສາໄລຍະຫ່າງກັນ ເອົາໃຈໃສ່ໃນການລ້າງມືແລະສຸຂາພິບານ ແລະຮັກສາຕົນເອງໃຫ້ທ່ານປອດໄພແລະມີສຸຂະພາບແຂງແຮງດີ.”

ລັດເທັກຊັສ ມີລາຍງານການຕິດເຊື້ອໂຄວິດ-19 ໃໝ່ 3,100 ກໍລະນີໃນວັນພຸດວານນີ້ ຊຶ່ງສູງເປັນປະຫວັດການຂອງລັດດັ່ງກ່າວ ໃນຂະນະທີ່ລັດຄາລີຟໍເນຍ ມີຜູ້ຕິດເຊື້ອທີ່ໄດ້ຮັບການຢືນຢັນກວ່າ 4,000 ກໍລະນີ ໃນພຽງມື້ດຽວເປັນເທື່ອທຳອິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG