ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຮົງກົງ ແລະ ການຄວບຄຸມອາວຸດ ແມ່ນຫົວຂໍ້ ໃນແຜນການພົບປະ ລະຫວ່າງ ສຫລ ກັບ ຈີນ


ພວກນັກຮຽນ ຖືປ້າຍໃນລະຫວ່າງການປະທ້ວງ ເພື່ອປະຊາທິປະໄຕ ໃກ້ໂຮງຮຽນເຂົາເຈົ້າຢູ່ທີ່ຮົງກົງ ເມື່ອວັນທີ 12 ມິຖຸນາ 2020. (Photo by ISAAC LAWRENCE / AFP)
ພວກນັກຮຽນ ຖືປ້າຍໃນລະຫວ່າງການປະທ້ວງ ເພື່ອປະຊາທິປະໄຕ ໃກ້ໂຮງຮຽນເຂົາເຈົ້າຢູ່ທີ່ຮົງກົງ ເມື່ອວັນທີ 12 ມິຖຸນາ 2020. (Photo by ISAAC LAWRENCE / AFP)

ຫົວໜ້ານັກການທູດຂອງສະຫະລັດ ແລະຈີນ ມີແຜນທີ່ຈະປະຊຸມແບບປິດລັບໃນວັນພຸດມື້ອື່ນນີ້ ທີ່ນະຄອນໂຮໂນລູລູ ໃນຂະນະທີ່ການໂຄສະນາຊວນເຊື່ອຕໍ່ຕ້ານສະຫະລັດ ໂດຍສື່ມວນຊົນ ທີ່ລັດຖະບານຈີນເປັນຜູ້ຄວບຄຸມ ພວມເພີ້ມທະວີຂຶ້ນ ເຮັດໃຫ້ຄວາມເຄັ່ງຕຶງ ລະຫວ່າງປະເທດທັງສອງຮ້າຍແຮງຕື່ມຂຶ້ນ.

ແຜນການພົບປະເປັນເວລານຶ່ງມື້ ລະຫວ່າງລັດຖະມົນຕີການຕ່າງປະເທດສະຫະ ລັດ ທ່ານໄມຄ໌ ພອມພຽວ ແລະສະມາຊິກກົມການເມືອງ ຢາງ ເຈຍຈີ (Jiechi) ຈະມີຂຶ້ນກ່ອນໜ້າການເຈລະຈາຄວບຄຸມອາວຸດ ລະຫວ່າງສະຫະລັດກັບຣັດເຊຍ ທີ່ນະຄອນວຽນນາ ຊຶ່ງກຳນົດຈະເລີ້ມຂຶ້ນ ໃນວັນທີ 22 ມິຖຸນານີ້. ເປັນທີ່ຄາດກັນວ່າ ທີ່ນະຄອນໂຮໂນລູລູ ສະຫະລັດຈະທຳການຮຽກຮ້ອງຄືນອີກໃຫ້ຈີນເຂົ້າຮ່ວມການເຈລະຈາຄວບຄຸມອາວຸດສາມຝ່າຍ.

ໂປລີຕິກໂກ ລາຍງານເປັນຜູ້ທຳອິດວ່າ ທ່ານພອມພຽວພວມວາງແຜນແບບງຽບໆ ໃນການເດີນທາງໄປໂຮໂນລູູ ເພື່ອພົບປະກັບພວກເຈົ້າໜ້າທີ່ຈີນ.

ສະຫະລັດ ແມ່ນກ່າວກັນວ່າ “ບໍ່ມີຄວາມກະຕືລືລົ້ນ” ກ່ຽວກັບການພົບປະກັນໃນຄັ້ງນີ້ ຫລັງຈາກເຈົ້າໜ້າທີ່ຂອງປັກກິ່ງ ສວຍໃຊ້ການປະທ້ວງ ໃນການຕາຍຂອງທ້າວຈອຣຈ໌ ຟລອຍດ໌ ກ່າວຫາລັດຖະບານທ່ານທຣຳວ່າ ໃຊ້ມາດຕະຖານສອງແບບ ເວລາສະຫະລັດຕ້ອງຕິ ການປາບປາມພວກປະທ້ວງ ເພື່ອປະຊາທິປະໄຕຂອງຈີນຢູ່ຮົງກົງ.

ສະມາຊິກສະພາສູງຣິກ ສກັອດ ທີ່ສັງກັດພັກຣີພັບບລີກັນ ກ່າວວ່າ ທ່ານ “ບໍ່ເຊື່ອໃນຄວາມຕັ້ງໃຈຂອງພວກຄອມມູນິສຈີນ ຫຼືຄຶດວ່າ ພວກເຂົາໄດ້ດຳເນີນການໄປດ້ວຍຄວາມປະສົງດີ.”

ສະມາຊິກສະພາສູງສກັອດ ກ່າວຕໍ່ວີໂອເອ ພະແນກພາສາຈີນກາງວ່າ “ຈົນກວ່າ ພວກຄອມມູນິສຈີນ ຕົກລົງທີ່ຈະໃຫ້ມີຄວາມໂປ່ງໃສ ເຮັດຫລ້ອນພັນທະຂອງຕົນພາຍໃຕ້ຂໍ້ຕົກລົງການຄ້າຂັ້ນທີນຶ່ງແລະຢຸດເຊົາການລ່ວງລະເມີດໃນດ້ານສິດທິມະນຸດ ລັກລອບຂະໂມຍຈາກສະຫະລັດ ເຮັດໃຫ້ທະເລຈີນໃຕ້ກາຍເປັນເຂດທີ່ມີການແຂ່ງຂັນທາງດ້ານທະຫານ ຂັດຂວາງການໃຊ້ສິດທິຂອງປະຊາຊົນໃນຮົງກົງ ຂົ່ມຂູ່ຕໍ່ໄຕ້ຫວັນແລ້ວ ພວກເຂົາຈະເປັນພາຄີທີ່ໜ້າເຊື່ອຖືບໍ່ໄດ້. ພວກເຮົາຕ້ອງໄດ້ຈື່ຈຳໄວ້ວ່າ ພວກຄອມມູນິສຈີນ ບໍ່ເຄີຍປະຕິບັດຕາມຂໍ້ຕົກລົງຂອງພວກເຂົາ.”

ແຜນການພົບປະດັ່ງກ່າວນີ້ ມີຂຶ້ນໃນຂະນະທີ່ສະຫະລັດ ພວມຫາທາງຂັດຂວາງຈີນ ຕໍ່ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຄວາມໝັ້ນຄົງສະບັບໃໝ່ຢູ່ຮົງກົງທີ່ຈະເຮັດໃຫ້ສິດແລະເສລີພາບພາຍໃຕ້ກົດໝາຍຂັ້ນພື້ນຖານທີ່ມີຢູ່ແລ້ວຂອງຮົງກົງຫລຸດນ້ອຍຖອຍລົງ. ໃນຂະນະທີ່ເບິ່ງຊົງວ່າ ວໍຊິງຕັນຈະບໍ່ສາມາດເຮັດໃຫ້ປັກກິ່ງຢຸດເຊົາໃນຮ່າງກົດໝາຍໃໝ່ໄດ້ ແຕ່ການຈັດຕັ້ງທີ່ສະເພາະເຈາະຈົງ ຍັງມີການເປີດກວ້າງຢູ່ແລະນັ້ນເບິ່ງຄືວ່າ ແມ່ນບ່ອນທີ່ສະຫະລັດ ສາມາດໃຊ້ອິດທິພົນກົດດັນໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG