ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໒ ເມສາ ໒໐໒໓

ກາຕ້າ ຈະເປັນເຈົ້າພາບ ຈັດການເຈລະຈາ ສັນຕິພາບ ລະຫວ່າງພັກຝ່າຍຕ່າງໆ ໃນອັຟການິສຖານ


ສະມາຊິກໃນຄະນະເຈລະຈາຂອງກຸ່ມຕາລີບານ ເຂົ້າໄປໃນບ່ອນປະຊຸມ ລະຫວ່າງສະຫະລັດ ແລະກຸ່ມຕາລີບານ ຢູ່ທີ່ນະຄອນໂດຮາ ປະເທດກາຕ້າ ເມື່ອວັນທີ 19 ສິງຫາ 2019.

ພັກຝ່າຍຕ່່າງໆທີ່ເຮັດສົງຄາມຢູ່ໃນອັຟການິສຖານ ໄດ້ຕົກລົງທີ່ຈະເປີດການເຈລະຈາສັນຕິພາບ ທີ່ມີການຄອງຄອຍຖ້າມາໄດ້ດົນນານແລ້ວ ຢູ່ທີ່ປະເທດກາຕ້າ ຊຶ່ງອາດຈະມີຂຶ້ນໃນທ້າຍເດືອນນີ້ ເພື່ອຫາທາງຕົກລົງກ່ຽວກັບການຢຸດຍິງໄລຍະຍາວແລະການແກ້ໄຂທາງດ້ານການເມືອງທີ່ມີມາເປັນເລາຫຼາຍໆປີຢູ່ໃນປະເທດອັຟກາ ນິສຖານ.

ໂຄສົກຂອງກຸ່ມຕາລີບານ ໃນວັນອາທິດວານນີ້ ໄດ້ໃຫ້ການຢືນຢັນຕໍ່ວີໂອເອ ກ່ຽວກັບການເຄື່ອນໄຫວທີ່ເປັນຄວາມກ້າວໜ້າດັ່ງກ່າວ ແຕ່ກໍບໍໄດ້ແຈ້ງໃຫ້ຊາບວ່າເວລາໃດການເຈລະຈາຈຶ່ງຈະເລີ້ມຂຶ້ນ.

ແຫຼ່ງຂ່າວຂອງລັດຖະບານອັຟການິສຖານແຈ້ງໃຫ້ວີໂອເອຊາບວ່າ ປະທານາທິບໍດີອາສຣາຟ ການີ ໄດ້ຮັບເອົາຂໍ້ສະເໜີຂອງລັດຖະບານກາຕ້າທີ່ຈະເປັນເຈົ້າພາບຈັດການເຈລະຈາລະຫວ່າງພັກຝ່າຍຕ່າງໆ ໃນອັຟການິສຖານຢູ່ນະຄອນຫຼວງໂດຮາ ບ່ອນທີ່ພວກກະບົດຕາລີບານມີຫ້ອງການຜູ້ຕາງໜ້າທາງດ້ານການເມືອງຂອງຕົນນັ້ນ.

ທ່ານເຊດິກ ເຊດິກກີ (Sediq Sediqqi) ໂຄສົກຂອງປະທານາທິບໍດີການີິ ກ່າວຢູ່ໃນທວີດເຕີ້ ໃນວັນອາທິດວານນີ້ວ່າ “ລັດຖະບານອັຟການິສຖານໄດ້ຕົກລົງພຽງແຕ່ໃຫ້ການພົບປະຮອບທຳອິດມີຂຶ້ນທີ່ນະຄອນໂດຮາ ແຕ່ຍັງບໍ່ມີການຕົກລົງໃດໆກ່ຽວກັບສະຖານທີ່ໃນການເຈລະຈາໂດຍກົງນີ້.”

ປະເທດກາຕ້າຍັງໄດ້ເປັນເຈົ້າພາບຈັດການເຈລະຈາລະຫວ່າງກຸ່ມຕາລີບານກັບສະຫະລັດ ຊຶ່ງພາໃຫ້ມີການຕົກລົງ ຄັ້ງປະຫວັດສາດ ເມື່ອວັນທີ 29 ກຸມພາ ລະຫວ່າງ ທັງສອງຝ່າຍ ທີ່ເປັນປໍລະປັກທີ່ແນໃສ່ເພື່ອຍຸຕິສົງຄາມທີ່ດຳເນີນມາເປັນເວລາ 19 ໃນອັຟການິສຖານ ຊຶ່ງເປັນສົງຄາມທີ່ດົນນານທີ່ສຸດຂອງອາເມຣິກາ. ຂໍ້ຕົກລົງດັ່ງ ກ່າວບັງຄັບໃຫ້ ພັກຝ່າຍຕ່າງໆໃນບັນຫາຂັດແຍ້ງຢູ່ອັຟການິສຖານ ຕ້ອງໄດ້ເປີດການເຈລະຈາສັນຕິພາບ ເພື່ອຍຸຕິການເປັນປໍລະປັກທີ່ມີມາເປັນເລາຫຼາຍໆທົດສະວັດຢູ່ໃນປະເທດດັ່ງກ່າວຢ່າງເປັນການຖາວອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG