ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ພວມພິຈາລະນາ ເອົາມາດຕະການ ແກ້ໄຂບັນຫາ ທີ່ພວກປະທ້ວງ ຍົກຂຶ້ນມາເວົ້າ


ປະທານາທິບໍດີ ດໍໂນລ ທຣຳ ຖະແຫຼງລະຫວ່າງກອງປະຊຸມໂຕະມົນ ກັບຊາວອາເມຣິກັນເຊື້ອສາຍອາຟຣິກາ ທີ່ໃຫ້ການສະໜັບສະໜູນ ທີ່ທຳນຽບຂາວ ເມື່ອວັນທີ 10 ມິຖຸນາ 2020.(AP Photo/Patrick Semansky)
ປະທານາທິບໍດີ ດໍໂນລ ທຣຳ ຖະແຫຼງລະຫວ່າງກອງປະຊຸມໂຕະມົນ ກັບຊາວອາເມຣິກັນເຊື້ອສາຍອາຟຣິກາ ທີ່ໃຫ້ການສະໜັບສະໜູນ ທີ່ທຳນຽບຂາວ ເມື່ອວັນທີ 10 ມິຖຸນາ 2020.(AP Photo/Patrick Semansky)

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ມີກຳນົດທີ່ຈະພົບກັບບັນດາຜູ້ ນຳສາສະໜາ, ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ແລະ ເຈົ້າຂອງທຸລະກິດຂະໜາດ ນ້ອຍໃນວັນອັງຄານໜ້າໃນເມືອງ ດາລລາສ ລັດ ເທັກຊັສ ໃນຂະນະທີ່ທ່ານພິ ຈາລະນາການຕອບໂຕ້ ທີ່ເປັນໄປໄດ້ຕໍ່ການປະທ້ວງທົ່ວປະເທດ ທີ່ໄດ້ເກີດຂຶ້ນ ລຸນຫຼັງການຕາຍຂອງທ້າວ ຈອຣຈ໌ ຟລອຍດ໌ ຜູ້ຊາຍອາເມຣິກັນ ເຊື້ອສາຍອາ ຟຣິກາ ຈາກການຖືກຕຳຫຼວດຄວບຄຸມຕົວ.

ທຳນຽບຂາວກ່າວວ່າ ກອງປະຊຸມປຶກສາຫາລືໂຕະມົນ ຈະປະກອບມີ “ການແກ້ໄຂຕ່າງໆຕໍ່ເຫດການທາງເສດຖະກິດ, ສຸຂະພາບ ແລະ ຄວາມຍຸຕິທຳທີ່ບໍ່ເທົ່າທຽມກັນໃນຊຸມຊົນອາເມຣິກັນ.”

ໂຄສົກທຳນຽບຂາວ ທ່ານນາງ ເຄລີ ແມັກເອແນນີ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນພຸດວານນີ້ວ່າ ທັງຂໍ້ສະເໜີດ້ານນິຕິບັນຍັດ ແລະ ດຳລັດປະທານາທິບໍດີ ແມ່ນກຳລັງຢູ່ພາຍໃຕ້ການພິຈາລະນາ, ແລະ ວ່າລັດຖະບານແມ່ນກຳລັງຊອກ ຫາທາງທີ່ຈະສະເໜີມັນ “ໃນບໍ່ເທົ່າໃດວັນທີ່ຈະມາເຖິງນີ້.”

ມີຂໍ້ສະເໜີນຶ່ງທີ່ທ່ານ ທຣຳ ບໍ່ໃຫ້ການສະໜັບສະໜູນແມ່ນ ການປ່ຽນແປງອັນທີ່ ເອີ້ນວ່າ ກົດເກນການປົກປ້ອງເຈົ້າໜ້າທີ່ລັດຖະບານຈາກການຮັບຜິດຊອບໂດຍ ສ່ວນຕົວຕໍ່ການກະທຳທີ່ມີຄວາມຮອບຄອບ ທີ່ຊ່ວຍປົກປ້ອງບັນດາເຈົ້າໜ້າທີ່ບັງ ຄັບໃຊ້ກົດໝາຍຈາກການຖືກຟ້ອງຮ້ອງທາງອາຍາ.

ທ່ານນາງ ແມັກເອແນນີ ໄດ້ກ່າວວ່າ “ນັ້ນແມ່ນຂໍ້ສະເໜີທີ່ຄົງຈະບໍ່ປະສົບຄວາມ ສຳເລັດໃນກົດໝາຍນິຕິບັນຍັດຂອງພັກເດໂມແຄຣັດ.”

ບັນດາຜູ້ນຳໃນສະພາຕໍ່າທີ່ພັກເດໂມແຄຣັດກຳສຽງສ່ວນຫຼາຍ ໄດ້ສະເໜີກົດ ໝາຍນິຕິບັນຍັດ ເພື່ອພະຍາຍາມປັບປຸງກົດໝາຍການຮັກສາລະບຽບກົດໝາຍ, ທີ່ແນເປົ້າໃສ່ການຂະຫຍາຍຄວາມຮັບຜິດຊອບຂອງຕຳຫຼວດ, ຕິດຕາມພວກ ເຈົ້າໜ້າທີ່ຜ່ານບັນທຶກການກະທຳທີ່ບໍ່ຖືກຕ້ອງຂອງຕຳຫຼວດແຫ່ງຊາດ ແລະ ສິ້ນສຸດການປະຕິບັດ ກ່ຽວກັບ ການນຳສົ່ງອຸປະກອນທະຫານໃຫ້ກົມຕຳຫຼວດ ຕ່າງໆທົ່ວປະເທດ.

ສະພາສູງທີ່ນຳໜ້າໂດຍພັກຣີພັບບລີກັນ ແມ່ນກຳລັງເຮັດວຽກກ່ຽວກັບຂໍ້ສະເໜີ ກົດໝາຍຂອງເຂົາເຈົ້າເອງ ແລະ ຄະນະກຳມະການຕຸລາການສະພາສູງ ແມ່ນ ມີກຳນົດທີ່ຈະຈັດການໃຫ້ການ ກ່ຽວກັບ ບັນຫາດັ່ງກ່າວໃນອາທິດໜ້າ.

ຄະນະກຳມະການຕຸລາການສະພາຕໍ່າ ໄດ້ຈັດການໃຫ້ການຂອງເຂົາເຈົ້າເອງໃນ ວັນພຸດວານນີ້, ເຊິ່ງນ້ອງຊາຍຂອງທ້າວ ຟລອຍດ໌, ທ້າວ ຟີໂລນີສ, ໄດ້ຮຽກ ຮ້ອງບັນດາສະມາຊິກສະພາໃຫ້ຮັບຮອງເອົາກົດໝາຍນິຕິບັນຍັດ ທີ່ຫ້າມການຕຳ ຫຼວດໃຊ້ກຳລັງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG