ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນ້ອງຊາຍ ທ້າວຈອຣຈ໌ ແມ່ນຜູ້ນຶ່ງ ຈະໄປໃຫ້ການ ແກ່ພວກຜູ້ນຳ ສຫລ ທີ່ພວມພິຈາລະນາ ເພື່ອປະຕິຮູບເລື້ອງຕຳຫຼວດ


ທ້າວຟີໂລນິສ ຟລອຍດ໌ ທີ່ໄປຮ່ວມພິທີສົ່ງສະການໃຫ້ອ້າຍ ເມື່ອວັນທີ 9 ມິຖຸນາ ທີ່ລັດເທັກຊັສ. (AP Photo/David J. Phillip, Pool)
ທ້າວຟີໂລນິສ ຟລອຍດ໌ ທີ່ໄປຮ່ວມພິທີສົ່ງສະການໃຫ້ອ້າຍ ເມື່ອວັນທີ 9 ມິຖຸນາ ທີ່ລັດເທັກຊັສ. (AP Photo/David J. Phillip, Pool)

ບັນດາສະມາຊິກຂອງລັດຖະສະພາ ສະຫະລັດ ແມ່ນກຳລັງພິຈາລະນາ ຂໍ້ສະ ເໜີປະຕິຮູບຕຳຫຼວດແຫ່ງຊາດ, ໃນຂະນະທີ່ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນ ແລະ ໃນລັດປະກາດບາດກ້າວເພີ່ມເຕີມ ເພື່ອປ່ຽນແປງການໃຫ້ທຶນ ແລະ ອຳນາດ ຕ່າງໆສຳລັບການໃຊ້ກຳລັງໃນພະແນກຕຳຫຼວດຂອງເຂົາເຈົ້າ.

ຄະນະກຳມະການຕຸລາການສະພາຕໍ່າ ແມ່ນມີກຳນົດທີ່ຈະຟັງຄຳໃຫ້ການໃນວັນ ພຸດມື້ນີ້ຈາກທ້າວ ຟີໂລນີສ ຟລອຍດ໌, ນ້ອງຊາຍຂອງທ້າວ ຈອຣຈ໌ ຟລອຍ, ຜູ້ ຊາຍອາເມຣິກັນ ເຊື້ອສາຍອາຟຣິກາ ທີ່ໄດ້ເສຍຊີວິດ ໃນການຖືກຄວບຄຸມຕົວ ໂດຍຕຳຫຼວດ ຫຼັງຈາກເຈົ້າໜ້າທີ່ຄົນນຶ່ງໄດ້ກົດຫົວເຂົ່າໃສ່ຄໍຂອງລາວເກືອບ 9 ນາທີ ຈົນກໍ່ໃຫ້ເກີດການປະທ້ວງ ຮຽກຮ້ອງການປະຕິຮູບໃໝ່ທົ່ວປະເທດ.

ສັກຂີພະຍານຄົນອື່ນໆ ລວມມີຜູ້ບັນຊາການຕຳຫຼວດ ຢູ່ນະຄອນຮູສຕັນ ທ່ານ ອາດ ອາເຊເວໂດ ແລະ ທ່ານນາງ ວານີຕາ ກຸບຕາ, ອະດີດຫົວໜ້າກົມສິດທິ ພົນລະເມືອງຂອງກະຊວງຍຸຕິທຳ ແລະ ປະທານຄົນປັດຈຸບັນ ແລະ ຜູ້ບໍລິຫານ ໃຫຍ່ ຂອງອົງການກອງປະຊຸມການນຳພາ ກ່ຽວກັບ ສິດທິພົນລະເມືອງ ແລະ ສິດທິມະນຸດ.

ທ່ານນາງ ກຸບຕາ ໄດ້ຂຽນໃນທວິດເຕີວ່າ ລາວຈະໃຫ້ປາກຄຳ “ກ່ຽວກັບ ຄວາມ ຈຳເປັນສຳລັບການປ່ຽນແປງນະໂຍບາຍຕຳຫຼວດ ທີ່ສົ່ງເສີມຄວາມຮັບຜິດຊອບ, ປັບປຸງຄວາມປອດໄພສາທາລະນະ ແລະ ເຄົາລົບກຽດສັກສີຂອງປະຊາຊົນໝົດ ທຸກຄົນ.”

ສະພາຕໍ່າພັກເດໂມແຄຣັດ ໄດ້ສະເໜີກົດໝາຍ ກ່ຽວກັບ ການປະຕິຮູບທີ່ລວມ ມີການຫ້າມ ກ່ຽວກັບ ການໃຊ້ເຊື້ອຊາດຜິວພັນເປັນພື້ນຖານຜູ້ຕ້ອງສົງໄສ ແລະ ການຮັດຄໍ, ເຮັດໃຫ້ການຟ້ອງຮ້ອງຕໍາຫຼວດ ມີຄວາມງ່າຍຂຶ້ນ ໃນສານພົນລະ ເຮືອນ ແລະ ສ້າງຂໍ້ມູນພື້ນຖານແຫ່ງຊາດ ກ່ຽວກັບ ການຕິດຕາມການກະທຳ ທີ່ບໍ່ຖືກຕ້ອງຂອງເຈົ້າໜ້າທີ່. ການລົງຄະແນນສຽງ ແມ່ນມີແຜນຈະຈັດຂຶ້ນ ໃນ ເດືອນນີ້.

ບັນດາຜູ້ນຳພັກຣີພັບບລີກັນໃນສະພາສູງ ໄດ້ມອບໜ້າທີ່ໃຫ້ສະມາຊິກສະພາສູງ ທ່ານທິມ ສກັອດ ໃນການນຳພາສ້າງຂໍ້ສະເໜີກົດໝາຍຂອງເຂົາເຈົ້າເອງ, ເປັນ ຄວາມພະຍາຍາມທີ່ທີ່ປຶກສາທຳນຽບຂາວ ທ່ານ ມາກ ມີໂດສ໌ ໄດ້ກ່າວຕໍ່ບັນດາ ນັກຂ່າວ ໃນວັນອັງຄານວານນີ້ວ່າ ທ່ານຫວັງວ່າຈະເຮັດຂຶ້ນ “ໃນບໍ່ຊ້ານີ້.”

ທ່ານ ສກັອດ ໄດ້ກ່າວໃນວັນອັງຄານວານນີ້ວ່າ ທ່ານໄດ້ຈັດການປຶກສາຫາລືທີ່ ມີໝາກຜົນກັບເພື່ອນຮ່ວມງານຂອງທ່ານ ກ່ຽວກັບ ແຜນການດັ່ງກ່າວ ແລະ ເຂົາເຈົ້າຈະເປີດເຜີຍຮ່າງຂໍ້ສະເໜີສະບັບນຶ່ງ “ໃນອະນາຄົດອັນໃກ້ນີ້.”

ທ່ານ ສກັອດ ໄດ້ກ່າວວ່າ “ຂ້າພະເຈົ້າຫວັງວ່າ ກົດໝາຍນິຕິບັນຍັດນີ້ ຈະນຳ ເອົາຂໍ້ແກ້ໄຂທີ່ຈຳເປັນຕ່າງໆມາໃຫ້.”

ສະມາຊິກສະພາສູງທ່ານ ລິນຊີ ແກຣມ, ຜູ້ທີ່ນຳພາຄະນະກຳມະການຕຸລາການ ສະພາສູງ, ໄດ້ກຳນົດຮັບຟັງຄຳໃຫ້ການ ກ່ຽວກັບ ການໃຊ້ກຳລັງຂອງຕຳຫຼວດ ໃນອາທິດໜ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG