ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານບູຣຸນດີ ກ່າວວ່າ ປະທານາທິບໍດີ ກູຣຸນຊີຊາ ເຖິງແກ່ອະສັນຍະກຳ ຍ້ອນຫົວໃຈວາຍ


ປະທານາທິບໍດີປີແອ ກູຣຸນຊີຊາ ໄປຮ່ວມງານ ທີ່ແຂວງຊີເຕກາ ເມື່ອວັນທີ 26 ມັງກອນ ປີ 2020.
ປະທານາທິບໍດີປີແອ ກູຣຸນຊີຊາ ໄປຮ່ວມງານ ທີ່ແຂວງຊີເຕກາ ເມື່ອວັນທີ 26 ມັງກອນ ປີ 2020.

ປະທານາທິບໍດີບູຣຸນດີ ທ່ານປີແອ ກູຣຸນຊີຊາ (Pierre Kkurunziza) ໄດ້ເຖິງແກ່ອະສັນຍະກຳ ຫຼັງຈາກໄດ້ເປັນໃນອັນທີ່ລັດຖະບານເອີ້ນວ່າ ຫົວໃຈວາຍ 2 ເດືອນກ່ອນທີ່ທ່ານມີກຳນົດຈະລົງຈາກຕຳແໜ່ງ.

ທ່ານກູຣຸນຊີຊາ ໄດ້ເສຍຊີວິດ ທີ່ໂຮງໝໍກາຣູຊີ (Karusi) ໃນພາກຕາເວັນອອກຂອງບູຣຸນດີ 2 ມື້ຫຼັງຈາກທີ່ມີລາຍງານວ່າ ທ່ານຮູ້ສຶກບໍ່ສະບາຍ ແລະຖືກນຳໄປປິ່ນປົວ ຢູ່ທີ່ໂຮງໝໍດັ່ງກ່າວ ອີງຕາມລາຍງານຂ່າວຂອງລັດຖະບານທີ່ນຳອອກເຜີຍແຜ່ທາງສື່ສັງຄົມ ໃນວັນອັງຄານວານນີ້.

ອົງການຂ່າວວີໂອເອ ປະຈຳເຂດພາກກາງຂອງອາຟຣິກາ ລາຍງານວ່າ ມີທະຫານໄປຍາມຮັກສາການຢ່າງເຂັ້ມງວດ ຢູ່ອ້ອມແອ້ມໂຮງໝໍດັ່ງກ່າວ ໃນວັນອັງຄານວານນີ້.

ພັນລະຍາ ຂອງທ່ານກູຣຸນຊີຊາ ທ່ານນາງ ເດນິສ ບູກູມີ ກູຣຸນຊີຊາ (Denise Bucumi Nkurunziza) ໄດ້ຖືກສົ່ງໄປຮັບການພະຍາບານທີ່ໂຮງໝໍແຫ່ງນຶ່ງໃນນະຄອນຫຼວງປະເທດເຄັນຢາ ໃນທ້າຍເດືອນພຶດສະພາຜ່ານມາ ຫຼັງຈາກໄດ້ຕິດພະຍາດໂຄວິດ-19. ເວລານີ້ ທ່ານນາງພວມກຳລັງພັກຟື້ນຢູ່ໂຮງໝໍ ໃນນະຄອນຫຼວງໄນໂຣບີ ແຕ່ອາການປ່ວຍຂອງທ່ານນາງ ພາໃຫ້ເກີດຂ່າວລືວ່າ ປະທານາທິບໍດີໄດ້ຕິດພະຍາດໂຄວິດ-19 ເຊັ່ນດຽວກັນ.

ທ່ານກູຣຸນຊີຊາ ມີອາຍຸ 55 ປີ ໄດ້ສາບານໂຕ ເຂົ້າຮັບຕຳແໜ່ງເປັນປະທານາທິ ບໍດີໃນປີ 2005 ຫຼັງຈາກສົງຄາມກາງເມືອງ ໃນບູຣຸນດີ ສິ້ນສຸດລົງ. ທ່ານໄດ້ຖືກເລືອກໃຫ້ເຂົ້າຮັບຕຳແໜ່ງຕື່ມອີກ ໃນປີ 2010. ການຕັດສິນໃຈຂອງທ່ານລົງສະໝັກແຂ່ງຂັນເປັນສະໄໝທີ 3 ທີ່ເປັນບັນຫາໂຕ້ແຍ້ງໃນປີ 2015 ໄດ້ພາໃຫ້ເກີດລັດຖະປະຫານທີ່ບໍ່ສຳເລັດຜົນ ແລະຄວາມຮຸນແຮງທີ່ເຮັດໃຫ້ຫຼາຍໆຮ້ອຍຄົນເສຍຊີວິດ ແລະພາໃຫ້ຊາວບູຣຸນດີຫຼາຍຮ້ອຍພັນຄົນຫລົບໜີອອກຈາກປະເທດ.

ທ່ານມີກຳນົດຈະລົງຈາກຕຳແໜ່ງໃນວັນທີ 20 ສິງຫາຈະມານີ້ ຫຼັງຈາກຜູ້ສືບທອດອຳນາດ
ທີ່ທ່ານຄັດເລືອກ ນາຍພົນເອວາຣິສຕ໌ ດານິສຊີມີເຢ (Evariste Ndayishimiye) ໄດ້ຊະນະການເລືອກຕັ້ງປະທານາທິບໍດີ ເມື່ອວັນທີ 20 ພຶດສະພາຜ່ານມານີ້.

ອີງຕາມລັດຖະທຳມະນູນຂອງບູຣຸນດີແລ້ວ ຖ້າປະທານາທິບໍດີຂອງປະເທດເສຍຊີວິດ ປະທານສະພາແຫ່ງຊາດ ຈະເຂົ້າຮັບຕຳແໜ່ງແທນ. ໃນວັນອັງຄານວານນີ້ ຍັງບໍ່ມີຖະແຫຼງການໃດໆກ່ຽວກັບວ່າ ຜູ້ນຳສະພາແຫ່ງຊາດ ທ່ານປາສກາລ ຢາເບັນດາ (Pascal Nyabenda) ເວລາໃດ ຈຶ່ງຈະເຂົ້າຮັບຕຳແໜ່ງແທນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG