ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ໂຄວິດ-19 ເຮັດໃຫ້ແຜນການ ເຈລະຈາກັບຈີນ ຂອງຫວຽດນາມ ເລື້ອງທະເລຈີນໃຕ້ ປ່ຽນແປງ ແບບໃດ  


ນາຍົກລັດຖະມົນຕີຫວຽດນາມ ທ່ານຫງຽນ ຊວນ ຟຸກ ພວມຍ່າງກັບຄືນໄປຫາໂຕະ ໃນລະຫວ່າງກອງປະຊຸມສຸດຍອດພິເສດອາຊ່ຽນ ເມື່ອວັນທີ 14 ເມສາ 2020.
ນາຍົກລັດຖະມົນຕີຫວຽດນາມ ທ່ານຫງຽນ ຊວນ ຟຸກ ພວມຍ່າງກັບຄືນໄປຫາໂຕະ ໃນລະຫວ່າງກອງປະຊຸມສຸດຍອດພິເສດອາຊ່ຽນ ເມື່ອວັນທີ 14 ເມສາ 2020.

ການລະບາດຂອງໄວຣັສໂຄໂຣນາພາໃຫ້ຜິດຫວັງທີ່ວ່າຫວຽດນາມຈະເອົາບົດບາດ ການນຳພາທີ່ສຳຄັນໆ ຢູ່ໃນກຸ່ມຈັດຕັ້ງຂອງບັນດາປະເທດທີ່ຢູ່ໃນຂົງເຂດປີນີ້ເພື່ອ ຈະຊ່ວຍແກ້ໄຂບັນຫາຂັດແຍ້ງ ທີ່ຍັງຄ້າງຄາ ກ່ຽວກັບອະທິປະໄຕທາງທະເລກັບຈີນ.

ຫວຽດນາມເປັນປະທານວຽນ ຂອງສະມາຄົມບັນດາປະຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ ທີ່ມີສະມາຊິກ 10 ປະເທດ ໃນຕະຫຼອດປີ 2020 ຊຶ່ງເປັນໂອກາດນຶ່ງຄັ້ງໃນຮອບທຸກໆ 10 ປີ ສຳລັບສະມາຊິກແຕ່ລະປະເທດທີ່ຢູ່ໃນກຸ່ມ. ສະມາຄົມ ຊຶ່ງເປັນທີ່ຮູ້ກັນດີໃນຊື່ ອາຊ່ຽນ ບາງຄັ້ງໄດ້ໃຊ້ຖະແຫຼງການ ແລະການເຈລະຈາເພື່ອກົດດັນປັກກິ່ງ ໃນການອ້າງເອົາກຳມະສິດ ຢູ່ທະເລຈີນໃຕ້. ສະມາຊິກຂອງອາຊ່ຽນ ຮວມທັງບຣູນາຍ ມາເລເຊຍ ຟີລິບປິນ ແລະຫວຽດນາມ ຕ່າງກໍມີ ການຂັດແຍ້ງ ໃນການອ້າງເອົາກຳມະສິດຂອງຈີນ. ຫວຽດນາມເປັນປະເທດທີ່ກ້າ ປາກກ້າເວົ້າຫຼາຍກວ່າໝູ່.

ແຕ່ການປະຊຸມທາງອອນລາຍນ໌ ແບບທີ່ສະມາຊິກຂອງອາຊ່ຽນໄດ້ໃຊ້ກັນມາໃນປີນີ້ ເນື່ອງຈາກຄວາມເປັນຫ່ວງກັງວົນ ຍ້ອນການລະບາດຂອງໄວຣັສໂຄໂຣນານັ້ນມີທ່າທາງວ່າ ຈະບໍ່ມາດຈະໃຫ້ຜົນພໍ ທີ່ເປັນແຮງກະຕຸ້ນທາງດ້ານການທູດໄດ້ ອີງຕາມຄຳເວົ້າຂອງພວກນັກຊ່ຽວຊານ.

ການປະຊຸມແບບໜ້າຕໍ່ໜ້າ ເຮັດໃຫ້ເກີດມີຄວາມໄວ້ເນື້ອເຊື່ອໃຈຫຼາຍກວ່າ ດ້ວຍເຫດຜົນດັ່ງກ່າວຈຶ່ງພາໃຫ້ມີການຕົກລົງກັນຫຼາຍຂຶ້ນ ຊຶ່ງບໍ່ວ່າເຫດການໃດກໍຕາມທີ່ເກີດຂຶ້ນ ແມ່ນຈະເພັ່ງເລັງໃສ່ເລື້ອງການຮັບມືກັບໄວຣັສໂຄໂຣນາ ແທນທີ່ຈະແມ່ນເລື້ອງພູມສາດການເມືອງ ນັ້ນຄືຄວາມເຊື່ອຂອງພວກນັກຊ່ຽວຊານ.

ທ່ານ Eduardo Araral ຮອງສາສະດາຈານ ທີ່ສະຖາບັນນະໂຍບາຍສາທາລະນະ ຂອງມະຫາວິທະຍາໄລແຫ່ງຊາດສິງກະໂປ ກ່າວວ່າ “ມັນຕ່າງກັນ ຖ້າທ່ານມີກອງປະຊຸມ ແບບໜ້າຕໍ່ໜ້າ ທຽບໃສ່ກັບກອງປະຊຸມທາງອອນລາຍນ໌ ແຕ່ເຖິງແມ່ນວ່າ ມີການພົບປະແບບໜ້າຕໍ່ໜ້າ ເກີດຂຶ້ນຈິງ ຂ້າພະເຈົ້າຄິດວ່າ ຄວາມຄິດຄວາມເຫັນຂອງພວກລັດຖະມົນຕີເຫຼົ່ານີ້ ແມ່ນຈະເພັ່ງເລັງໃສ່ເລື້ອງໂຣກລະບາດແທນທີ່ຈະເປັນເລື້ອງທະເລຈີນໃຕ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG