ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ກ່າວຫາຕ່າງປະເທດ ແລະພວກກໍ່ກວນ ທາງອິນເຕີແນັດ ໃສ່ຮ້າຍ ເພື່ອສ້າງຄວາມເຄັ່ງຕຶງ


ຮູບຈາກວີດີໂອ ລມຕ ກະຊວງຍຸຕິທຳ ທ່ານວິລລຽມ ບາ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ກ່ຽວກັບການປະທ້ວງ ທີ່ນະຄອນຫຼວງວໍຊິງຕັນ.
ຮູບຈາກວີດີໂອ ລມຕ ກະຊວງຍຸຕິທຳ ທ່ານວິລລຽມ ບາ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ກ່ຽວກັບການປະທ້ວງ ທີ່ນະຄອນຫຼວງວໍຊິງຕັນ.

ພວກສັດຕູຂອງສະຫະລັດເລີ້ມໃຊ້ການປະທ້ວງທີ່ເກີດຂຶ້ນຢູ່ໃນຫຼາຍໆເຂດຂອງປະເທດເປັນອາວຸດ “ເພື່ອປູກຝັງແນວຄິດແບ່ງແຍກແລະບາດໝາງ” ອີງຕາມຄຳເວົ້າຂອງພວກເຈົ້າໜ້າທີ່ປະຕິບັດກົດໝາຍ ທີ່ປະຕິເສດ ບໍ່ຍອມໃຫ້ລາຍລະ ອຽດກ່ຽວກັບເລື້ອງນີ້.

ການປະທ້ວງກ່ຽວກັບການເສຍຊີວິດຂອງທ້າວຈອຣຈ໌ ຟລອຍດ໌ ຊາຍອາເມຣິກັນເຊື້ອສາຍອາຟຣິກາ ທີ່ໄດ້ຕາຍໃນລະຫວ່າງ ຢູ່ພາຍໃຕ້ການຄວບຄຸມໂຕຂອງຕຳ ຫຼວດ ຫຼັງຈາກຕຳຫຼວດຜິວຂາວຄົນນຶ່ງເອົາຫົວເຂົ່າໜີບລົງໃສ່ຄໍຂອງລາວ ຊຶ່ງໄດ້ກາຍເປັນຈຸດສົນໃຈຂອງໂລກ ແລະໄດ້ຮັບການລົງຂ່າວຂອງສື່ມວນຊົນຢ່າງກວ້າງຂວາງ ຢູ່ໃນຣັດເຊຍ ຈີນ ແລະອີຣ່ານ.

ແຕ່ກະຊວງຍຸຕິທຳຂອງສະຫະລັດ ແລະອົງການສັນຕິບານກາງຫຼື FBI ໃນເວລານີ້ ກ່າວຫາວ່າ ປະເທດທີ່ບໍ່ໄດ້ລະບຸຊື່ຈຳນວນນຶ່ງແມ່ນໄດ້ເອົາບາດກ້າວນຶ່ງຕື່ມອີກໂດຍໄດ້ປ່ອຍຂ່າວເພື່ອເປັນຜົນປະໂຫຍດແກ່ຕົນ ທີ່ເຮັດໃຫ້ສະຖານະການຢູ່ໃນສະຫະລັດຮ້າຍແຮງຂຶ້ນຕື່ມ.

ລັດຖະມົນຕີກະຊວງຍຸຕິທຳຂອງສະຫະລັດ ທ່ານວິລລຽມ ບາ ກ່າວໃນວັນພະຫັດວານນີ້ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວກ່ຽວກັບການປະທ້ວງ ໂດຍເວົ້າວ່າ “ຂ້າພະເຈົ້າເຊື່ອວ່າ ພວກເຮົາມີຫຼັກຖານ ທີ່ພວກເຈາະຂໍ້ມູນຈຳນວນນຶ່ງ ແລະກຸ່ມຕ່າງໆທີ່ພົວພັນກັບລັດຖະບານຕ່າງປະເທດພວມເພັ່ງເລັງໃສ່ສະຖານະການທີ່ສະເພາະ ຊຶ່ງພວກເຮົາກຳລັງປະເຊີນຢູ່ທີ່ນີ້ ແລະກຳລັງພະຍາຍາມທີ່ຈະເຮັດໃຫ້ມັນຮ້າຍແຮງຂຶ້ນຕື່ມໃນທຸກໆວິທີທາງທີ່ພວກເຂົາສາມາດເຮັດໄດ້.”

ທ່ານບາໄດ້ກ່າວຫາຕື່ມວ່າ ມີພວກກໍ່ການບາງປະເທດ “ພວມຍຸແຍ່ໃຫ້ທຸກໆຝ່າຍເພື່ອເຮັດໃຫ້ເກີດຄວາມຮຸນແຮງຕື່ມຂຶ້ນ.”

ຜູ້ອຳນວຍການອົງການ FBI ທ່ານຄຣິສໂຕເຟີ ເວຣ ໄດ້ປະຕິເສດບໍ່ຍອມແບ່ງປັນຂໍ້ມູນໃຫ້ຮູ້ນຳ ແຕ່ທ່ານກໍໄດ້ເຕືອນວ່າ ບຸກຄົນໃດກໍຕາມທີ່ພວມທຳການປ່ອຍຂ່າວບໍ່ຖືກຕ້ອງ ຫຼືໃຊ້ການປະຕິບັດງານເພື່ອຊັກຈູງຫຼືສ້າງຄວາມເສຍຫາຍໃຫ້ແກ່ສະຫະລັດແລ້ວ ຈະບໍ່ສາມາດລອດພົ້ນໄປຢ່າງປອດໄພໄດ້.

ພວກເຈົ້າໜ້າທີ່ສືບລັບສະຫະລັດ ໄດ້ກຽມຮັບມືກັບການປະຕິບັດງານເພື່ອໃຊ້ອິດທິພົນຊັກຈູງໃນຮູບໃດຮູບນຶ່ງ ໂດຍເຕືອນໃນອາທິດແລ້ວນີ້ວ່າ ມີທ່າທາງວ່າ ມັນເປັນເລື້ອງເວລາເທົ່ານັ້ນ ກ່ອນທີ່ພວກສັດຕູຂອງສະຫະລັດ ຈະພະຍາຍາມສວຍໃຊ້ຄວາມໂກດແຄ້ນແລະຄວາມບໍ່ໄວ້ເນື້ອເຊື່ອໃຈທີ່ພວມເກີດຂຶ້ນ ທັງຈາກການປະທ້ວງແລະການຕອບຮັບບາງຢ່າງນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG