ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບບົກ ກ່າວວ່າ ທ່ານແອັສເປີ ມີແຜນ ທີ່ຈະສົ່ງກຳລັງທະຫານ ກັບຄືນບ້ານ


ພວກເດີນຂະບວນໂຮມຊຸມນຸມປະທ້ວງ ຕໍ່ການເສຍຊີວິດຂອງທ້າວຈອຣຈ໌ ຟລອຍດ໌ ເມື່ອວັນທີ 3 ມິຖຸນາ 2020 ໃກ້ໆກັບທຳນຽບຂາວ.
ພວກເດີນຂະບວນໂຮມຊຸມນຸມປະທ້ວງ ຕໍ່ການເສຍຊີວິດຂອງທ້າວຈອຣຈ໌ ຟລອຍດ໌ ເມື່ອວັນທີ 3 ມິຖຸນາ 2020 ໃກ້ໆກັບທຳນຽບຂາວ.

ໃນການປ່ຽນແປງຢ່າງກະທັນຫັນ ລັດຖະມົນຕີກະຊວງປ້ອງກັນປະເທດທ່ານມາກ ແອັສເປີ ໃນວັນພຸດວານນີ້ ໄດ້ຕ່າວປີ້ນ ການຕັດສິນໃຈ ກ່ອນໜ້ານີ້ຂອງທຳນຽບຫ້າແຈ ທີ່ຈະສົ່ງທະຫານສອງສາມຮ້ອຍຄົນ ທີ່ປະຈຳການຢູ່ໃນເຂດນະຄອນຫຼວງວໍຊິງຕັນກັບຄືນບ້ານ ທ່າມກາງທີ່ມີຄວາມເຄັ່ງຕຶງເພີ້ມຂຶ້ນ ລະຫວ່າງທຳນຽບຂາວ ແລະທຳນຽບຫ້າແຈ ກ່ຽວກັບການຮັບມື ໃນການປະທ້ວງຂອງພວກທະຫານ.

ຫົວໜ້າຮັບຜິດຊອບດ້ານກອງທັບບົກຂອງສະຫະລັດ ທ່ານຣາຍແອນ ແມັກຄາທີ ກ່າວຕໍ່ອົງການຂ່າວເອພີວ່າ ການຕັດສິນໃຈດັ່ງກ່າວ ມີຂຶ້ນຫຼັງຈາກທ່ານແອສເປີໄປຮ່ວມປະຊຸມທີ່ທຳນຽບຂາວແລະຫຼັງຈາກໄດ້ມີການຫາລືພາຍໃນ ຢູ່ທຳນຽບຫ້າແຈ. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ທ່ານແອສເປີໄດ້ພົບປະກັບປະທານາທິບໍດີດໍໂນລ ທຣຳ ຫຼືບໍ່. ທ່ານແມັກຄາທີກ່າວວ່າ ທ່ານເຊື່ອວ່າການປ່ຽນແປງດັ່ງກ່າວແມ່ນອີງຕາມການຄ້ຳປະກັນເພື່ອໃຫ້ມີກຳລັງທະ ຫານພຽງພໍເພື່ອຮັບມືຢູ່ໃນຂົງເຂດກ່ຽວກັບການປະທ້ວງຖ້າຫາກຕ້ອງການ.

ທ່ານແມກຄາທີກ່າວວ່າ ທ່ານໄດ້ຮັບຄຳສັ່ງຂອງທຳນຽບຫ້າແຈ ເພື່ອໃຫ້ສົ່ງທະຫານປະມານ 200 ຄົນຈາກກອງພົນໂດດຈ້ອງທີ 82 ໃຫ້ກັບຄືນບ້ານໃນທັນທີຫຼັງຈາກ 10 ໂມງເຊົ້າໃນວັນພຸດວານນີ້. ບໍ່ເທົ່າໃດຊົ່ວໂມງຕໍ່ມາ ທຳນຽບຫ້າແຈ ແຈ້ງໃຫ້ທ່ານຊາບວ່າ ທ່ານແອັສເປີ ໄດ້ຕ່າວປີ້ນການຕັດສິນໃຈດັ່ງກ່າວ.

ການເຄື່ອນໄຫວເພື່ອຮັກສາກຳລັງທະຫານໄວ້ຢູ່ໃນຂົງເຂດ ແນວໃດກໍຕາມ ມີຂຶ້ນໃນຂະນະທີ່ຜູ້ນຳຂອງທຳນຽບຫ້າແຈຢືນຢັດວ່າ ພວກທ່ານບໍ່ຢາກໃຫ້ໃຊ້ກຳລັງທະຫານປະຈຳການ ເພື່ອຊ່ວຍໃນການຄວບຄຸມການປະທ້ວງ.

ໃນຕອນເຊົ້າຂອງມື້ວານນີ້ ທ່ານແອັສເປີ ໄດ້ຫລຸດຜ່ອນລົງການຂົ່ມຂູ່ຂອງທ່ານ ທຣຳກ່ຽວກັບການສົ່ງທະຫານ ໄປ “ປະຈຳ” ຢູ່ຕາມຖະໜົນຫົນທາງສາຍຕ່າງໆ ໂດຍກ່າວຕໍ່ພວກນັກຂ່າວ ໃນການຖະແຫຼງທີ່ທຳນຽບຫ້າແຈວ່າ ທ່ານຄັດຄ້ານຕໍ່ການໃຊ້ກຳລັງທະຫານ ເພື່ອຮັກສາຄວາມສະຫງົບ ແລະປະຕິບັດບັດກົດໝາຍຂອງບ້ານເມືອງໃນການຄວບຄຸມການປະທ້ວງຢູ່ຕາມຖະໜົນຫົນທາງໃນເວລານີ້.

ທ່ານກ່າວຕື່ມວ່າ ທະຫານປະຈຳການຄວນຖືກໃຊ້ຢູ່ໃນສະຫະລັດ “ກໍຕໍ່ເມື່ອເກີດເຫດການສຸກເສີນແລະສະຖານະການຮ້າຍແຮງເທົ່ານັ້ນ ພວກເຮົາເວລານີ້ຍັງບໍ່ໄດ້ຢູ່ໃນສະຖານະການດັ່ງກ່າວເທື່ອ.”

ທ່ານແມັກຄາທີ ກ່າວໃນການໃຫ້ສຳພາດຕໍ່ອົງການຂ່າວເອພີິວ່າ “ມັນແມ່ນຄວາມຕັ້ງໃຈຂອງພວກເຮົາໃນເວລານີ້ ທີ່ຈະບໍ່ໃຊ້ກຳລັງທະຫານປະຈຳການເທື່ອ ພວກເຮົາບໍ່ຄິດວ່າ ພວກເຮົາບໍ່ຕ້ອງການເຂົາເຈົ້າໃນເວລານີ້ເທື່ອ. ແຕ່ກໍເປັນການຮອບຄອບທີ່ຈະມີກຳລັງສຳຮອງກຽມພ້ອມ ສຳລັບໃຊ້ພາຍໃນເວລາສັ້ນໆ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG