ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຼາຍໆພັນຄົນ ຍັງສືບຕໍ່ ພາກັນປະທ້ວງ ຢູ່ຕາມເມືອງຕ່າງໆ ໃນທົ່ວສະຫະລັດ


ການເດີນຂະບວນຜ່ານໂຮງການເມືອງ ນະຄອນຟີລາແດລເຟຍ ເມື່ອວັນທີ 2 ມິຖຸນາ 2020 ເພື່ອປະທ້ວງການເສຍຊີວິດຂອງທ້າວຟລອຍ. (AP Photo/Matt Slocum)
ການເດີນຂະບວນຜ່ານໂຮງການເມືອງ ນະຄອນຟີລາແດລເຟຍ ເມື່ອວັນທີ 2 ມິຖຸນາ 2020 ເພື່ອປະທ້ວງການເສຍຊີວິດຂອງທ້າວຟລອຍ. (AP Photo/Matt Slocum)

ການປະທ້ວງໃນ ສະຫະລັດ ຍັງດຳເນີນຕໍ່ມາໃນເມືອງຕ່າງໆທົ່ວປະເທດ ໃນ ຄືນວັນອັງຄານວານນີ້ ໃນຂະນະທີ່ປະຊາຊົນສືບຕໍ່ທີ່ຈະສະແດງຄວາມໂມໂຫ ແລະ ອຶດອັດກັບການຕາຍຂອງທ້າວຈອຣຈ໌ ຟລອຍ ໃນລະຫວ່າງການຖືກ ຄວບຄຸມຕົວໂດຍຕຳຫຼວດ.

ພວກຜູ້ປະທ້ວງໄດ້ຝ່າຝືນຄຳສັ່ງຫ້າມອອກນອກບ້ານໃນຕອນກາງຄືນໃນບາງເຂດ, ລວມທັງ ໃນນະຄອນ ນິວ ຢອກ, ບ່ອນທີ່ຫຼາຍຮ້ອຍຄົນໄດ້ພາກັນຢູ່ຂົວ ບຣຸກລິນ ຈົນຮອດຕອນເດິກຫຼັງຈາກການເດີນຂະບວນຈາກຟາກເມືອງ ບຣຸກລິນ ເພື່ອຊອກຫາເສັ້ນທາງໄປສູ່ເຂດ ແມນແຮັດຕັນ ທີ່ຖືກກີດຂວາງໂດຍຕຳຫຼວດ.

ໃນນະຄອນ ແອັດແລນຕ້າ, ລັດ ຈໍເຈຍ, ຕຳຫຼວດໄດ້ຍິງແກັສນໍ້າຕາເພື່ອສະ ຫຼາຍຝູງຄົນຫຼາຍຮ້ອຍຄົນ ຜູ້ທີ່ຍັງປະທ້ວງຢູ່ ຫຼັງຈາກການເລີ່ມຕົ້ນເວລາຫ້າມ ອອກນອກບ້ານຕອນ 9 ໂມງແລງຂອງເມືອງດັ່ງກ່າວ. ພວກຕຳຫຼວດຖືກພົບເຫັນຈັບ ກຸມປະຊາຊົນໃນສອງເມືອງທີ່ວ່ານັ້ນ.

ປະຊາຊົນຫຼາຍຮ້ອຍຄົນ ໄດ້ຢູ່ກາຍເວລາຫ້າມອອກນອກບ້ານໃນຕອນກາງຄືນ ໃນສວນຈະຕຸລັດ ລາຟາແຢັດ ຂອງນະຄອນຫຼວງ ວໍຊິງຕັນ ເຊິ່ງຢູ່ກົງກັນຂ້າມ ກັບ ທຳນຽບຂາວ, ບ່ອນທີ່ສະພາບການແມ່ນງຽບກວ່າວັນກ່ອນ ເມື່ອພວກເຈົ້າ ໜ້າທີ່ໄດ້ດັນຜູ້ປະທ້ວງທີ່ສ່ວນໃຫຍ່ຢູ່ໃນຄວາມສະຫງົບອອກຢ່າງຮຸນແຮງ ເພື່ອ ເປີດທາງໃຫ້ປະທານາທິບໍດີ ດໍໂນລ ທຣຳ ໄປປາກົດຕົວຢູ່ຕໍ່ໜ້າໂບດ ເຊນ ຈອນສ໌.

ຜູ້ປະທ້ວງທີ່ເຕົ້າໂຮມກັນໃນສວນດັ່ງກ່າວເມື່ອວັນອັງຄານວານນີ້ ໄດ້ຮ້ອງຄຳ ຂວັນວ່າ “ຊີວິດຄົນດຳກໍສຳຄັນ,” “ຢ່າຍິງ,” ແລະ “ພໍກະຄືພໍ.”

ເຂົາເຈົ້າໄດ້ຈ້ອງເບິ່ງຮົ້ວເຫຼັກສີດຳທີ່ຖືກນຳມາຕັ້ງໄວ້ ເພື່ອເພີ່ມການຮັກສາຄວາມ ປອດໄພໃນບໍລິເວນດັ່ງກ່າວ. ໃນສອງສາມກິໂລແມັດຫ່າງອອກໄປ, ກຳລັງຮັກ ສາດິນແດນໄດ້ຢືນເຕັມຢູ່ບໍລິເວນຂັ້ນໄດຂອງອະນຸສອນສະຖານ ລິນຄອນ, ເຊິ່ງ ແມ່ນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບ ບ່ອນທີ່ຜູ້ເປັນສັນຍາລັກ ຂອງສິດທິພົນລະເມືອງທ່ານມາຕິນ ລູເທີ ຄິງ ຈູເນຍ ໄດ້ກ່າວຄຳປາໄສ “ຂ້ອຍ ມີຄວາມຝັນ” ທີ່ມີ ຊື່ສຽງຢູ່ທີ່ນັ້ນໃນປີ 1963.

ຜູ້ເດີນຂະບວນຫຼາຍພັນຄົນກໍໄດ້ອອກມາໃນຄືນວັນອັງຄານວານນີ້ ໃນນະຄອນ ລອສ ແອນເຈີລິສ, ບ່ອນທີ່ເຈົ້າຄອງນະຄອນ ທ່ານເອຣິກ ກາເຊັດຕິ ໄດ້ຂຸເຂົ້າ ພ້ອມກັບບັນດາເຈົ້າໜ້າທີ່ຕຳຫຼວດ ໃນສິ່ງທີ່ໄດ້ກາຍເປັນການສະແດງຄວາມສາ ມັກຄີກັບຜູ້ປະທ້ວງ. ຕໍ່ມາຫຼາຍພັນຄົນໄດ້ໄປເຕົ້າໂຮມກັນຢູ່ທີ່ພັກທາງການຂອງ ທ່ານກາເຊັດຕິ ເພື່ອຮຽກຮ້ອງການຕັດງົບປະມານຕຳຫຼວດຂະໜາດໃຫຍ່ ແລະ ໃຫ້ລາວປົດຫົວໜ້າຕຳຫຼວດຂອງນະຄອນດັ່ງກ່າວອອກຈາກຕຳແໜ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG