ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ປະນາມ ການເຄື່ອນຍ້າຍ ກຳລັງທະຫານ ເພື່ອປາບການປະທ້ວງ


ຜູ້ສະໝັກເປັນປະທານາທິບໍດີຂອງພັກເດໂມແຄຣັດ ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ພວມຖະແຫຼງຕໍ່ພວກຜູ້ນຳ
ສາສະໜາແລະປະຊາຄົມ ທີ່ໂບດ Bethel AME Church ໃນເມືອງວິລມິງຕັນ ລັດເດລາແວ ເມື່ອວັນທີ 1 ມິຖຸນາ 2020. (AP Photo/Andrew Harnik)
ຜູ້ສະໝັກເປັນປະທານາທິບໍດີຂອງພັກເດໂມແຄຣັດ ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ພວມຖະແຫຼງຕໍ່ພວກຜູ້ນຳ ສາສະໜາແລະປະຊາຄົມ ທີ່ໂບດ Bethel AME Church ໃນເມືອງວິລມິງຕັນ ລັດເດລາແວ ເມື່ອວັນທີ 1 ມິຖຸນາ 2020. (AP Photo/Andrew Harnik)

ອະດີດຮອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ສະແດງຄວາມເປັນຫ່ວງ “ກ່ຽວກັບຈິດວິນຍານຂອງປະເທດພວກເຮົາ” ຫລັງຈາກປະທານາທິບໍດີດໍໂນລ ທຣຳ ໄດ້ປະກາດ ໃນວັນຈັນວານນີ້ວ່າ ຈະໃຊ້ກຳລັງທະຫານ ເພື່ອຍຸຕິ “ການກໍ່ຈະລາຈົນແລະຄວາມວຸ້ນວາຍ” ທີ່ໄດ້ເກີດຂຶ້ນໃນທົ່ວສະຫະລັດຫຼັງຈາກການເສຍຊີວິດຂອງຄົນອາເມຣິກັນ ເຊື້ອສາຍອາຟຣິກາຄົນນຶ່ງ ຢູ່ໃນລະຫວ່າງການຄວບຄຸມໂຕຂອງຕຳຫຼວດ.

ໃນການກ່າວຄຳປາໄສທາງໂທລະພາບ ທີ່ສວນກຸຫຼາບຂອງທຳນຽບຂາວ ປະທານາທິບໍດີໄດ້ເຕືອນວ່າ “ຖ້າຫົວເມືອງໃດຫຼືລັດໃດປະຕິເສດທີ່ຈະເອົາມາດຕະການອັນຈຳເປັນເພື່ອປ້ອງກັນຊີວິດແລະຊັບສິນຂອງປະຊາຊົນແລ້ວ ຂ້າພະເຈົ້າຈະສົ່ງທະຫານສະຫະລັດໄປປະຈຳການ ແລະແກ້ໄຂບັນຫາຢ່າງວ່ອງໄວເພື່ອພວກເຂົາເຈົ້າ.”

ການໃຫ້ຄວາມເຫັນດັ່ງກ່າວ ແມ່ນເປັນທີ່ປາກົດວ່າອ້າງອີງເຖິງກົດໝາຍວ່າດ້ວຍການກໍ່ກະບົດສະບັບປີ 1807​ ທີ່ອະນຸຍາດໃຫ້ປະທານາທິບໍດີສົ່ງກໍາລັງທະຫານໄປປາບປາມການກໍ່ຄວາມວຸ້ນວາຍໄດ້ໃນລະຫວ່າງພາວະສຸກເສີນ. ກົດໝາຍດັ່ງກ່າວເທື່ອຫຼ້າສຸດໄດ້ຖືກນຳໃຊ້ໃນປີ 1992 ໃນລະຫວ່າງເກີດການຈະລາຈົນຢູ່ນະຄອນລັອສແອນເຈີລິສ ຫຼັງຈາກຜູ້ຊາຍອາເມຣິກັນ ເຊື້ອສາຍອາຟຣິກາຄົນນຶ່ງ ທ້າວຣອດນີ ຄິງ ໄດ້ຖືກທຸບຕີໂດຍຕຳຫຼວດ.

ປະທານາທິບໍດີທຣຳກ່າວວ່າ ທ່ານພວມ “ນຳໃຊ້ທຸກຊັບພະຍາກອນທີ່ມີຢູ່ຂອງລັດຖະບານກາງ ພົນລະເຮືອນແລະກອງທັບ ເພື່ອຍຸຕິການກໍ່ຈະລາຈົນແລະການບຸກເຂົ້າໄປລັກເອົາເຄື່ອງຂອງ ເພື່ອຍຸຕິການທຳລາຍ ແລະຈູດເຜົາ ແລະປົກປ້ອງສິດທິຂອງປະຊາຊົນອາເມຣິກັນຜູ້ທີ່ປະຕິບັດຕາມກົດໝາຍ ຮວມທັງບົດແກ້ໄຂລັດຖະທຳມະນູນຂໍ້ທີສອງຂອງພວກທ່ານ.” ບົດແກ້ໄຂລັດຖະທຳມະນູນຂໍ້ທີສອງຂອງສະຫະລັດໃຫ້ການຄຸ້ມຄອງຕໍ່ສິດທິຂອງຊາວອາເມຣິກັນທຸກໆຄົນໃນການມີອາວຸດໄວ້ຢູ່ໃນຄວາມຄອບຄອງ.

ກ່ອນທີ່ປະທານາທິບໍດີອອກມາຖະແຫຼງນັ້ນ ພວກນັກຂ່າວ ທີ່ລໍຖ້າການໃຫ້ຄວາມເຫັນຂອງທ່ານຢູ່ສວນກຸຫຼາບ ກໍໄດ້ຍິນສຽງຂະໜາດແຮງດັງຂຶ້ນ ຈາກການຍິງລະເບີດນ້ຳຕາຫຼາຍໆລູກ ໃນບໍລິເວນສວນສາທາລະນະລາຟາແຢັດ ບ່ອນທີ່ຕຳຫຼວດປາບຈະລາຈົນທີ່ມີໂລ່ປ້ອງກັນ ຍູ້ພວກເດີນຂະບວນປະທ້ວງຢ່າງສັນຕິ ໃຫ້ຖອຍໄປ. ນອກນັ້ນຍັງມີການຍິງລູກປືນປລາສຕິກເຂົ້າໃສ່ ແລະກໍມີການສົ່ງກຳລັງຕຳຫຼວດມ້າ ຂັບໄລ່ພວກປະທ້ວງອອກໄປຈາກບໍລິເວນດັ່ງກ່າວ.

ການເຄື່ອນໄຫວຂອງພວກເຈົ້າໜ້າທີ່ປະຕິບັດກົດໝາຍ ມີຂຶ້ນບໍ່ຮອດເຄິ່ງຊົ່ວໂມງກ່ອນເວລາ 7 ໂມງແລງ ຊຶ່ງເປັນເວລາທີ່ຫ້າມ ບໍ່ໃຫ້ປະຊາຊົນອອກນອກເຮືອນໃນຍາມກາງຄືນ ເລີ້ມມີຜົນບັງຄັບໃຊ້ ຢູ່ນະຄອນຫຼວງວໍຊິງຕັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG