ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການປະທ້ວງ ຍັງດຳເນີນຕໍ່ມາ ທ່າມກາງ ທີ່ມີການຫ້າມ ອອກນອກເຮືອນ ຍາມກາງຄືນ ແລະປະກາດພາວະສຸກເສີນ


ພວກເດີນຂະບວນພາກັນປະທ້ວງກ່ຽວກັບການເສຍຊີວິດຂອງທ້າວຈອຣຈ໌ ຟລອຍດ໌ ໃກ້ກັບທຳນຽບຂາວ ເມື່ອວັນທີ 31 ພຶດສະດາ 2020.
ພວກເດີນຂະບວນພາກັນປະທ້ວງກ່ຽວກັບການເສຍຊີວິດຂອງທ້າວຈອຣຈ໌ ຟລອຍດ໌ ໃກ້ກັບທຳນຽບຂາວ ເມື່ອວັນທີ 31 ພຶດສະດາ 2020.

ພວກປະທ້ວງໄດ້ລົງສູ່ຖະໜົນຫົນທາງ ຢູ່ຕາມຫົວເມືອງຕ່າງໆ ໃນທົ່ວສະຫະລັດເປັນຄືນທີ 6 ລຽນຕິດໃນວັນອາທິດວານນີ້ ເພື່ອສະແດງຄວາມໂກດແຄ້ນກ່ຽວກັບການເສຍຊີວິດຂອງທ້າວຈອຣ໌ຈ ຟລອຍດ໌ ແລະຮຽກຮ້ອງໃຫ້ມີການປ່ຽນແປງໃນຂະນະທີ່ຕຳຫຼວດຢູ່ໃນຫຼາຍເຂດ ເພື່ອຊອກຫາຊ່ອງທາງຄວບຄຸມການຫ້າມອອກນອກບ້ານເຮືອນໃນຍາມກາງຄືນ.

ທີ່ນະຄອນລັອສແອນເຈີລິສ ຊິຄາໂກ ໄມອາມີ ດີທຣອຍແລະຟີລາແດລເຟຍແມ່ນຮວມຢູ່ໃນເກືອບ 40 ຫົວເມືອງທີ່ໄດ້ມີຄຳສັ່ງຫ້າມເດີນຂະບວນຢູ່ຕາມຖະໜົນຫົນທາງຫຼັງຈາກຕາເວັນ. ສ່ວນຜູ້ປົກຄອງລັດເທັກຊັສ ແລະເວີຈີເນຍ ໄດ້ປະກາດພາວະສຸກເສີນ.

ພວກເຈົ້າເມືອງໃຫຍ່ໆຈຳນວນນຶ່ງເຊັ່ນລອນດອນບຣີດ ໃນແຊນແຟຣນຊິສໂກກ່າວວ່າ ການຫ້າມອອກນອກເຮືອນໃນຍາມຄ່ຳຄືນແມ່ນບໍ່ມີກຳນົດ.

ເຫດການໃນທຳນອງດຽວກັນ ໄດ້ເກີດຂຶ້ນຢູ່ໃນຫຼາຍໆເມືອງ ບ່ອນທີ່ການໂຮມຊຸມ ນຸມປະທ້ວງແບບສັນຕິຂະໜາດໃຫຍ່ ໃນເວລາຕໍ່ມາໄດ້ກາຍເປັນບ່ອນທີ່ມີບາງຄົນໄດ້ວາງເພີງຈູດເຜົາ ແລະທັບປະຕູປ້ອງຢ້ຽມ ຮ້ານຄ້າຕ່າງໆ. ຕຳຫຼວດໄດ້ໃຊ້ໂລ່ປ້ອງກັນແລະໄມ້ຄ້ອນ ຍູ້ພວກປະທ້ວງໃຫ້ກັບຄືນໄປ ແລະກໍໄດ້ໃຊ້ລະເບີດນ້ຳຕາຍິງເຂົ້າໃສ່ຝູງຊົນ.

ຕຳຫຼວດທີ່ນະຄອນວໍຊິງຕັນໄດ້ໃຊ້ລະເບີດນ້ຳຕາແລະລະເບີດສຽງດັງທີ່ພາໃຫ້ຕື່ນຕົກໃຈ ຍິງເຂົ້າໃສ່ພວກປະທ້ວງນຶ່ງພັນກວ່າຄົນ ທີ່ຈະຕຸລັດລາຟາແຢັດ ທີ່ຕັ້ງຢູ່ກົງກັນຂ້າມກັບທຳນຽບຂາວ. ຝູງຊົນທີ່ໄດ້ພາກັນເດີນຂະບວນຈາກມະຫາວິທະຍາໄລຮາວເວີດ (Howard) ແລະໄດ້ສະແດງຄວາມໂກດແຄ້ນແນໃສ່ຕຳຫຼວດ ໂດຍພາກັນຮ້ອງໂຮຂຶ້ນວ່າ “ບໍ່ມີຄວາມຍຸຕິທຳ ບໍ່ມີຄວາມສະຫງົບ ບໍ່ມີຕຳຫຼວດແບ່ງແຍກຜິວພັນ.”

ແສງໄຟຊຶ່ງຕາມປົກກະຕິແລ້ວໃຫ້ແສງສະຫວ່າງຢູ່ຂ້າງນອກຂອງທຳນຽບຂາວໃນຍາມກາງຄືນໄດ້ຖືກມອດໄວ້.

ເຈົ້າຄອງນະຄອນຫຼວງວໍຊິງຕັນ ທ່ານນາງ Muriel Bowser ໄດ້ສັ່ງຫ້າມບໍ່ໃຫ້ອອກນອກເຮືອນໃນຄືນວັນອາທິດຕໍ່ໃສ່ເຊົ້າວັນຈັນ ແລະໄດ້ສັ່ງໃຫ້ກຳລັງຮັກສາດິນແດນໃນເຂດນະຄອນຫຼວງເຂົ້າປະຈຳການເພື່ອຊ່ວຍເຫຼືອຕຳຫຼວດ.

ນອກນັ້ນ ກຳລັງຮັກສາດິນແດນຍັງໄດ້ເຮັດວຽກຮ່ວມກັບຕຳຫຼວດທີ່ນະຄອນແອັດແລນຕາ ເພື່ອຄວບຄຸມການຫ້າມອອກນອກເຮືອນໃນຍາມກາງຄືນຢູ່ນະຄອນດັ່ງກ່າວ. ທ່ານນາງ Keisha Lance Bottoms ໃນຕອນເຊົ້າວັນອາທິດວານນີ້ໄດ້ປົດນາຍຕຳຫຼວດ 2 ຄົນ ແລະສັ່ງໃຫ້ອີກ 3 ຄົນເຂົ້າໄປເຮັດວຽກຢູ່ຫ້ອງການຈົນກວ່າການກ່າວຫາວ່າໃຊ້ກຳລັງເກີນຂອບເຂດໃນຄືນວັນເສົາຜ່ານມາໄດ້ມີການທົບທວນເບິ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG