ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນັກບິນອະວະກາດ ສະຫະລັດ ຖືກສົ່ງຂຶ້ນສູ່ວົງໂຄຈອນ ໂດຍຈະຫຼວດຂອງບໍລິສັດ SpaceX


ເຮືອລຳນຶ່ງ ພວມແລ່ານຜ່ານຈະຫຼວດ Falcon 9 ທີ່ມີຍານອະວະກາດ Dragon crew ຕັ້ງຢູ່ເທິງສຸດ ເມື່ອວັນທີ 29 ພຶດສະພາ 2020.
ເຮືອລຳນຶ່ງ ພວມແລ່ານຜ່ານຈະຫຼວດ Falcon 9 ທີ່ມີຍານອະວະກາດ Dragon crew ຕັ້ງຢູ່ເທິງສຸດ ເມື່ອວັນທີ 29 ພຶດສະພາ 2020.

ນັກບິນອະວະກາດສະຫະລັດ ທ່ານ Douglas Hurley ແລະ Bob Behnken ພວມໂຄຈອນ ອ້ອມໂລກ ກັບຍານອະວະກາດ Crew Dragon ທີ່ອອກແບບໃໝ່ໆຂອງບໍລິສັດ SpaceX ຊຶ່ງມີກຳນົດຈະເຊື່ອມຕໍ່ກັບສະຖານີອະວະກາດນາໆຊາດໃນເວລາບ່າຍ 2 ໂມງ 29 ຕາມເວລາມາດຕະຖານສາກົນ ໃນວັນອາທິດມື້ນີ້.

ທ່ານ Hurley ອາຍຸ 53 ປີ ແລະທ່ານ Behnken ອາຍຸ 49 ປີ ແລະ ທັງ 2 ທ່ານກໍເຄີຍເປັນອະດີດ ນັກບິນທົດລອງເຮືອບິນໃໝ່ຂອງກອງທັບ ແລະເຂົ້າຮ່ວມອົງການອະວະກາດ ຫຼື NASA ຂອງສະຫະລັດ ໃນປີ 2000 ນັ້ນ ໄດ້ຖືກສົ່ງຂຶ້ນສູ່ອະວະກາດໃນເວລາບ່າຍ 3 ໂມງ 22 ຕາມເວລາໃນພາກຕາເວັນອອກຂອງສະຫະລັດໃນຕອນບ່າຍວັນເສົາມື້ວັນນີ້ ຈາກແຫຼມຄານາເວີໂຣລ ໃນລັດຟລໍຣິດາ.

ນີ້ແມ່ນຖ້ຽວບິນອະວະກາດທຳອິດ ທີ່ຖືກສົ່ງໂດຍຈະຫຼວດ ຂອງບໍລິສັດເອກກະຊົນ​ ເກືອບນຶ່ງທົດສະວັດ ຫຼັງຈາກໄດ້ມີການສົ່ງນັກບິນອະວະກາດເທື່ອສຸດທ້າຍ ຈາກດິນແດນຂອງສະຫະລັດ.

ຜູ້ບັນຊາການຍານ ທ່ານ Hurley ກ່າວກ່ອນຈະຖືກສົ່ງຂຶ້ນວົງໂຄຈອນ ໂດຍໃຊ້ຄຳເວົ້າຂອງທ່ານ Alan Shepard ນັກບິນອະວະກາດອາເມຣິກັນຄົນທຳອິດຂອງສະຫະລັດ ໃນປີ 1961 ນັ້ນວ່າ “ຈົ່ງມາໄຕ້ທຽນນີ້ກັນເຖາະ.”

ບໍລິສັດ SpaceX ທີ່ຕັ້ງຢູ່ຄາລີຟໍເນຍ ແມ່ນເປັນຂອງມະຫາເສດຖີພັນ ທ່ານ Elon Musk.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG