ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໓ ມິຖຸນາ ໒໐໒໓

ຄວາມຮຸນແຮງ ໄດ້ເກີດຂຶ້ນ ຢູ່ໃກ້ໆທຳນຽບຂາວ ທີ່ນະຄອນຫຼວງວໍຊິງຕັນ


ພວກເດີນຂະບວນ ໄດ້ໂຮມຊຸມນຸມປະທ້ວງ ຕໍ່ການເສຍຊີວິດ ຂອງທ້າວ George Floyd ໃນວັນເສົາ ວັນທີ 30 ປີ 2020 ໃກ້ໆທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ.

ຄວາມຮຸນແຮງໄດ້ເກີດຂຶ້ນໃນຕອນທ່ຽງຄືນ ໃນໄລຍະສອງຮ່ອມຈາກທຳນຽບຂາວໃນຄືນວັນເສົາຕໍ່ໃສ່ວັນອາທິດ ໃນຂະນະທີ່ຕຳຫຼວດຮັກສາສວນສາທາະລະນະ ໜ່ວຍຄຸ້ມຄອງປະທານາທິບໍດີ ແລະກຳລັງຮັກສາດິນແດນ ຍາມຮັກສາການໃນບໍລິເວນຈະຕຸລັດລາຟາແຢັດ.

ເຈົ້າໜ້າທີ່ໄດ້ໃຊ້ສເປຣໝາກເຜັດຂັບໄລ່ພວກປະທ້ວງຫຼາຍຮ້ອຍຄົນໃຫ້ຖອຍກັບຄືນໄປ ໃນຂະນະທີ່ພວກນັກເລງອັນຕະພານໄດ້ທັບປະຕູປ້ອງຢ້ຽມມູນນິທິແລະສະຖາບັນປະທານາທິບໍດີ ໂຣນັນ ຣິີແກນ ໃນຮ່ອມ 1400 ຂອງຖະນົນເພັນຊິລເວເນຍ ແລະທະນາຄານ PNC ໄດ້ຖືກທຳລາຍໃຫ້ເສຍຫາຍ.

ມີການຈູດໄຟເຜົາຮ້ານອາຫານ 2 ແຫ່ງໂດຍພວກກໍ່ຄວາມວຸ້ນວາຍ ກົງກັນຂ້າມກັບສະມາຄົມ House Historical ທີ່ຕັ້ງຢູ່ໃນບໍລິເວນຈະຕຸລັດລາຟາແຢັດ ແລະຫ້າງການກໍ່ສ້າງຫຼາຍຊັ້ນກໍຖືກຈູດ ໃກ້ໆຕຶກອາຄານສະພາການຄ້າຂອງສະຫະລັດ ທີ່ພວມຢູ່ໃນລະຫວ່າງກໍ່ສ້າງຢູ່ນັ້ນ.

ລົດຫຼາຍໆຄັນທີ່ຈອດຢູ່ຕາມຖະໜົນຫົນທາງໃນຄຸ້ມດັ່ງກ່າວກໍໄດ້ຖືກທຳລາຍແລະຈູດເຜົາ.

ໜ່ວຍດັບໄຟໃນເຂດນະຄອນຫຼວງວໍຊິງຕັນກໍໄດ້ສົ່ງເຈົ້າໜ້າທີ່ໄປຍັງບ່ອນເກີດເຫດ ແຕ່ພວກທີ່ເຫັນເຫດການກ່າວວ່າ ຕຳຫຼວດທ້ອງຖິ່ນແມ່ນເປັນທີ່ສັງເກດໄດ້ມີໜ້າໃນຂະນະທີ່ການທຳລາຍຈູດເຜົາມີຂຶ້ນຢູ່ນັ້ນ ຊຶ່ງເຫດການດັ່ງກ່າວໄດ້ມີການອອກອາກາດສົດ ໂດຍທາງ ໂທລະພາບທ້ອງຖິ່ນແລະໂທລະພາບແຫ່ງຊາດ.

ເຫດການທີ່ເກີດຂຶ້ນຢູ່ໃນເຂດໃຈກາງນະຄອນຫຼວງວໍຊິງຕັນ ໃນລະຫວ່າງຄືນວັນເສົາຕໍ່ໃສ່ເຊົ້າວັນອາທິດນັ້ນ ແມ່ນໄດ້ສະທ້ອນໃຫ້ເຫັນເຫດການແບບດຽວກັນນີ້ຢູ່ໃນສິບກວ່າຫົວເມືອງຢູ່ໃນສະຫະລັດ.

ຄວາມວຸ້ນວາຍໄດ້ເກີດຂຶ້ນ ຫຼັງຈາກທີ່ໄດ້ມີການປະທ້ວງແບບສັນຕິໃນທົ່ວປະເທດຫຼັງຈາກການເສຍຊີວິດຂອງຄົນອາເມຣິກັນເຊື້ອສາຍອາຟຣິກາ ທ້າວ George Floyd ອາຍຸ 46 ປີ ຊຶ່ງຄໍຂອງລາວໄດ້ຖືກໜີບໂດຍຫົວເຂົ່າຂອງຕຳຫຼວດຜິວຂາວຄົນນຶ່ງ ດົນກວ່າ 8 ນາທີ.

ມີການຫ້າມອອກນອກບ້ານເຮືອນໃນຍາມກາງຄືນ ໃນຫຼາຍກວ່າ 25 ຫົວເມືອງ ຢູ່ໃນ 16 ລັດຂອງສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG