ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳນວນຜູ້ເສຍຊີວິດ ຍ້ອນໄວຣັສໂຄໂຣນາ ໃນທົ່ວໂລກ ກາຍ 350 ພັນຄົນແລ້ວ


ພວກຜູ້ໂດຍສານທີ່ໃສ່ໜ້າກາກ ພວມຈະຂຶ້ນເຮືອບິນ ໃນຖ້ຽວບິນພາຍໃນປະເທດ ຢູ່ສະໜາມບິນກິມໂປ ໃນນະຄອນຫຼວງໂຊລ ປະເທດເກົາຫຼີໃຕ້ ເມື່ອວັນພຸດ ທີ 27 ພຶດສະພາ 2020.
ພວກຜູ້ໂດຍສານທີ່ໃສ່ໜ້າກາກ ພວມຈະຂຶ້ນເຮືອບິນ ໃນຖ້ຽວບິນພາຍໃນປະເທດ ຢູ່ສະໜາມບິນກິມໂປ ໃນນະຄອນຫຼວງໂຊລ ປະເທດເກົາຫຼີໃຕ້ ເມື່ອວັນພຸດ ທີ 27 ພຶດສະພາ 2020.

ຕົວເລກຜູ້ເສຍຊີວິດທັງໝົດໃນທົ່ວໂລກ ຍ້ອນໂຣກລະບາດໂຄວິດ-19 ກາຍ 350,000 ຄົນແລ້ວ.

ຂີດໝາຍດັ່ງກ່າວໄດ້ມີຂຶ້ນເມື່ອ ເກົາຫຼີໃຕ້ ໄດ້ປະກາດກໍລະນີໃໝ່ທີ່ສູງທີ່ສຸດຂອງ ເຂົາເຈົ້າໃນຮອບ 49 ວັນໃນວັນພຸດມື້ນີ້. ບັນດາເຈົ້າໜ້າທີ່ແມ່ນກຳລັງເພັ່ງເລັງ ໃສ່ການກວດໂຣກຕໍ່ພະນັກງານ ຈາກບໍລິສັດຍັກໃຫຍ່ການຄ້າທາງອິນເຕີແນັດ ຄູປັງ (Coupang) ຫຼັງຈາກມີຫຼາຍສິບກໍລະນີທີ່ເຊື່ອມໂຍງກັບສະຖານທີ່ຂອງບໍ ລິສັດດັ່ງກ່າວຢູ່ນອກນະຄອນຫຼວງ ໂຊລ.

ສູນກາງເພື່ອການຄວບຄຸມ ແລະ ປ້ອງກັນໂຣກຂອງ ເກົາຫຼີໃຕ້ ໄດ້ກ່າວວວ່າ 4 ກໍລະນີຈາກທັງໝົດ 40 ກໍລະນີໃໝ່ຂອງເຂົາເຈົ້າ ແມ່ນຢູ່ໃນເຂດນະຄອນຫຼວງ ໂຊລ. ປະເທດດັ່ງກ່າວໄດ້ເປັນຈຸດສູນກາງສຳລັບການລະບາດໃນຕອນຕົ້ນຂອງ ໄວຣັສໂຄໂຣນາ, ແຕ່ຕອນນີ້ຢູ່ປະມານອັນດັບທີ 50 ໃນແງ່ຂອງການຢືນຢັນ ການຕິດເຊື້ອ, ອີງຕາມສະຖິຕິທີ່ເກັບກຳມາໄດ້ໂດຍມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌ ທີ່ຕັ້ງຢູ່ນະຄອນ ບາລຕິມໍ, ລັດ ແມຣີແລນ.

ປະເທດ ບຣາຊິລ ໄດ້ປະກົດອອກມາເປັນບ່ອນທີ່ໜ້າເປັນຫ່ວງທີ່ສຳຄັນ, ຕາມ ຫຼັງພຽງ ສະຫະລັດ ເທົ່ານັ້ນ ໃນຕົວເລກການຕິດເຊື້ອ. ໃນວັນອັງຄານວານນີ້ ເຂົາເຈົ້າໄດ້ລາຍງານການເສຍຊີວິດ ທີ່ຫຼາຍທີ່ສຸດ ໃນມື້ດຽວຂອງໂລກ, ດ້ວຍ 1,039 ຄົນ, ເຊິ່ງເປັນວັນທີ 5 ຕິດຕໍ່ກັນທີ່ເຂົາເຈົ້າຢູ່ເທິງລາຍຊື່ທີ່ເປັນຕາຢ້ານ ນີ້.

ອິນເດຍ ໄດ້ລາຍງານ 6,000 ກໍລະນີໃໝ່ທີ່ສູງເປັນປະຫວັດການຂອງເຂົາເຈົ້າ ໃນວັນພຸດມື້ນີ້, ທີ່ໄດ້ດັນຕົວເລກຂອງເຂົາເຈົ້າສູງກວ່າ 150,000 ກໍລະນີ.

ເມັກຊິໂກ ກໍໄດ້ລາຍງານການເພີ່ມຂຶ້ນທີ່ໜ້າເປັນຫ່ວງ ໃນການລະບາດຂອງໄວ ຮັສໂຄໂຣນາຂອງເຂົາເຈົ້າ, ດ້ວຍຜູ້ເສຍຊີວິດ 501 ຄົນທີ່ເປັນສະຖິຕິສູງສຸດຄັ້ງ ໃໝ່ ແລະ ມີ 3,455​ ກໍລະນີໃໝ່ທີ່ໄດ້ຮັບການຢືນຢັນ.

ຄືກັບຫຼາຍປະເທດໃນໂລກ, ເມັກຊິໂກ ແມ່ນກຳລັງຊັ່ງຊາເບິ່ງການສືບຕໍ່ປະຕິ ບັດຄໍາສັ່ງການກັກຕົວຢູ່ໃນບ້ານ ແລະ ການຢູ່ຫ່າງກັນໃນສັງຄົມ ຕໍ່ຄວາມປາ ຖະໜາທີ່ຈະສືບຕໍ່ກິດຈະກຳທາງເສດຖະກິດ.

ປະທານາທິບໍດີ ແອນເດຣສ໌ ມານູແອລ ໂລເປສ ໂອບຣາດໍ ໄດ້ກ່າວຕໍ່ນັກຂ່າວ ທັງຫຼາຍວ່າ ບັນດາທີ່ປຶກສາຂອງທ່ານ ແມ່ນກຳລັງຫາລືກັນ ກ່ຽວກັບ ບາດກ້າວ ທີ່ເປັນໄປໄດ້ໃນການເປີດປະເທດຄືນ ແລະ ອາດປະກາດໄວສຸດໃນທິດນີ້ ກ່ຽວ ກັບ ແຜນການທີ່ຈະສົ່ງເດັກນ້ອຍກັບໄປໂຮງຮຽນ. ທ່ານຍັງໄດ້ກ່າວວ່າ ທ່ານມີ ແຜນທີ່ຈະເດີນທາງໄປຫຼາຍລັດ ແລະ ຈັດການເຈລະຈາກັບບັນດາເຈົ້າໜ້າທີ່ໃນ ທ້ອງຖິ່ນ ກ່ຽວກັບ ການຜ່ອນຄາຍຂໍ້ຫ້າມຕ່າງໆ.

ໃນປະເທດ ສະຫະລັດ ທີ່ຢູ່ໃກ້ຄຽງນັ້ນ, ບັນດາຜູ້ປົກຄອງລັດໄດ້ສືບຕໍ່ທີ່ຈະ ຖອນຄຳສັ່ງການກັກບໍລິເວນ, ລວມມີລັດ ເນວາດາ, ບ່ອນທີ່ຜູ້ປົກຄອງລັດ ທ່ານ ສຕີຟ ຊີໂຊແລັກ ໄດ້ປະກາດວ່າ ກາຊີໂນ ໃນນະຄອນ ລາສ ເວກັສ ແມ່ນສາມາດເປີດຄືນໄດ້ໃນວັນທີ 4 ມິຖຸນາ ຫຼັງຈາກອຸດສາຫະກຳທີ່ສຳຄັນດັ່ງ ກ່າວ ໄດ້ຖືກປິດເປັນເວລາ 10 ອາທິດແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG