ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫົວໜ້າ ສປຊ ກ່າວວ່າ ໄວຣັສໂຄໂຣນາ ຂົ່ມຂູ່ຕໍ່ການສ້າງຄວາມກ້າວໜ້າ ໃນອາຟຣິກາ


ເລຂາທິການໃຫຍ່ ອົງການ ສປຊ ທ່ານແອນໂຕນີໂອ ກູເຕເຣສ
ເມື່ອວັນທີ 28 ກຸມພາ 2020.
ເລຂາທິການໃຫຍ່ ອົງການ ສປຊ ທ່ານແອນໂຕນີໂອ ກູເຕເຣສ ເມື່ອວັນທີ 28 ກຸມພາ 2020.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣສ ໄດ້ຮຽກຮ້ອງໃຫ້ທົ່ວໂລກ ມີຄວາມເປັນເອກກະພາບກັບ ອາຟຣິກາ ອັນເປັນ ພາກສ່ວນທີ່ສຳຄັນ ກ່ຽວກັບ ການສິ້ນສຸດໂຣກລະບາດໄວຣັສໂຄໂຣນາ, ໂດຍ ເວົ້າວ່າ ການດຳເນີນການສາກົນແມ່ນຈຳເປັນ ເພື່ອຊ່ວຍເສີມສ້າງຄວາມແຂງແກ່ນໃຫ້ແກ່ລະບົບປິ່ນປົວສຸຂະພາບຂອງເຂົາເຈົ້າແລະການສະໜອງອາຫານ ແລະ ເພື່ອຫຼີກລ່ຽງວິກິດການດ້ານການເງິນ.

ທ່ານ ກູເຕເຣສ ໄດ້ກ່າວໃນວັນພຸດມື້ນີ້ວ່າ ທ່ານຍົກຍ້ອງບັນດາປະເທດອາຟຣິກາ ແລະສະຫະພາບ ອາຟຣິກາ ສຳລັບການດຳເນີນການກັກຕົວກວດໂຣກ ແລະ ປິດເຂດຊາຍແດນຢ່າງວ່ອງໄວ, ແລະ ອາໄສການຮ່ວມມືໃນພາກພື້ນ ເພື່ອພະຍາຍາມຢຸດການແຜ່ລາມຂອງໄວຣັສ.

ທ່ານໄດ້ກ່າວວ່າ “ແຕ່ໂຣກລະບາດໄດ້ເປັນໄພຂົ່ມຂູ່ໃຫ້ແກ່ຄວາມກ້າວໜ້າຂອງ ອາຟຣິກາ. ມັນຈະເຮັດໃຫ້ຄວາມບໍ່ເທົ່າທຽມ ທີ່ມີມາດົນນານຮຸນແຮງຂຶ້ນ ແລະ ເພີ່ມຄວາມອຶດຫິວ, ການຂາດສານອາຫານ ແລະ ສ່ຽງຕໍ່ການຕິດເຊື້ອໂຣກ. ກ່ອນໜ້ານີ້, ຄວາມຮຽກຮ້ອງຕ້ອງການສຳລັບສິນຄ້າຂອງ ອາຟຣິກາ, ການ ທ່ອງທ່ຽວ ແລະ ການໂອນເງິນແມ່ນໄດ້ຫຼຸດລົງ. ການເປີດເຂດການຄ້າແມ່ນ ບໍ່ໄດ້ເປັນໄປຕາມຄາດ ແລະ ຫຼາຍລ້ານຄົນອາດຕົກຢູ່ໃນຄວາມທຸກຍາກຂັ້ນຮຸນແຮງ.”

ນອກຈາກໄດ້ຮຽກຮ້ອງການດຳເນີນການຂອງສາກົນ ເພື່ອສະໜັບສະໜູນການສຶກສາ ແລະ ປົກປ້ອງວຽກງານນັ້ນ, ທ່ານ ກູເຕເຣສ ຍັງໄດ້ຮຽກຮ້ອງບັນດາ ຊປະເທດ ອາຟຣິກາ ໃຫ້ມີ “ການເຂົ້າເຖິງຢາວັກຊີນ ແລະ ການປິ່ນປົວທີ່ຈະມີຂຶ້ນໃນທີ່ສຸດຢ່າງເທົ່າທຽມກັນ ແລະ ມີລາຄາທີ່ສາມາດຊື້ໄດ້.”

ສູນກາງເພື່ອການຄວບຄຸມ ແລະ ປ້ອງກັນໂຣກ ອາຟຣິກາ ເວົ້າວ່າ COVID-19 ໄດ້ສັງຫານຫຼາຍຫວ່າ 2,800 ​ຄົນ. ກໍລະນີທີ່ໄດ້ຮັບການຢືນຢັນຫຼາຍທີ່ສຸດ ໃນ ອາຟຣິກາ ແມ່ນໃນປະເທດ ອາຟຣິກາໃຕ້, ອີຈິບ ອາລຈີເຣຍ, ໂມຣັອກໂຄ ແລະ ໄນຈີເຣຍ.

ອີຈິບ ໄດ້ປະກາດຄຳສັ່ງກັກຕົວໃນບ້ານສຳລັບວັນພັກ ອີດ ອາລ-ຟິເທີ ທີ່ເປັນ ຂີດໝາຍການສິ້ນສຸດເດືອນສັກສິດ ຣາມາດານ ຂອງຊາວ ມຸສລິມ, ແລະ ຕອນນີ້ໄດ້ ເວົ້າວ່າ ເລີ່ມຕົ້ນວັນທີ 30 ພຶດສະພາ ການໃສ່ໜ້າກາກແມ່ນຈະຖືກ ບັງຄັບໃຊ້ ໃນສາທາລະນະ.

ໃນປະເທດ ຈີນ, ບ່ອນທີ່ການລະບາດໄດ້ເລີ່ມຂຶ້ນໃນເດືອນທັນວານັ້ນ, ບັນດາ ເຈົ້າໜ້າທີ່ໃນແຂວງ ຈີລິນ ເຊິ່ງຕັ້ງຢູ່ພາກຕາເວັນອອກສຽງເໜືອ ແມ່ນກຳລັງ ພະຍາຍາມທີ່ຈະຄວບຄຸມຜູ້ຕິດເຊື້ອກຸ່ມໃໝ່, ລວມມີການຕິດໄວຣັສໃໝ່ສີ່ກໍລະນີ ໄດ້ຖືກລາຍງານໃນວັນພຸດມື້ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG