ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກເດໂມແຄຣັດ ເປີດການສືບສວນ ກ່ຽວກັບການປົດ ຜູ້ກວດກາກະຊວງຕ່າງປະເທດ


ຜູ້ກວດກາພາຍໃນ ກະຊວງການຕ່າງປະເທດ ສຫລ ທ່ານສຕີຟ ລີນິກ ເມື່ອວັນທີ 2 ຕຸລາ 2019.
ຜູ້ກວດກາພາຍໃນ ກະຊວງການຕ່າງປະເທດ ສຫລ ທ່ານສຕີຟ ລີນິກ ເມື່ອວັນທີ 2 ຕຸລາ 2019.

ສະມາຊິກສະພາຄົນສຳຄັນຂອງພັກເດໂມແຄຣັດ ສະເໜີແນະໃນວັນຈັນວານນີ້ ວ່າ ປະທານາທິ ບໍດີສະຫະລັດ ທ່ານດໍໂນລ ທຣຳ ອາດປົດ ຫົວໜ້າຜູ້ກວດກາພາຍໃນ ກະຊວງການຕ່າງປະເທດ ໃນອາທິດແລ້ວ ຕາມຄຳຂໍຮ້ອງຂອງລັດຖະມົນກະຊວງການຕ່າງປະເທດ ທ່ານໄມຄ໌ ພອມພຽວ ກໍຍ້ອນວ່າ ທ່ານໃກ້ຈະສຳ ເລັດການສືບສວນ ກ່ຽວກັບການຂາຍອາວຸດໃຫ້ແກ່ຊາອຸດີອາຣາເບຍ ຂອງທ່ານພອມພຽວ ທີ່ເປັນບັນຫາໂຕ້ແຍ້ງ.

ໃນຂັ້ນຕົ້ນ ສະມາຊິກສະພາຂອງພັກເດໂມແຄຣັດ ກ່າວຢ້ຳວ່າ ທ່ານທຣຳໄດ້ປົດທ່ານສຕີຟ ລີນິກ (Steve Linick) ຜູ້ກວດກາທົ່ວໄປຂອງກະຊວງການຕ່າງປະເທດ ອອກຈາກໜ້າທີ່ ຍ້ອນທ່ານພວມທຳການສືບສວນເບິ່ງການກ່າວຫາ ທີ່ວ່າ ທ່ານພອມພຽວແລະພັນລະຍາຂອງທ່ານ ທ່ານນາງຊູຊັນ ໄດ້ໃຊ້ພະນັກງານລັດ ຖະບານເຮັດວຽກສ່ວນຕົວໃຫ້ແກ່ພວກເພິ່ນ ເຊັ່ນພາໝາໄປຍ່າງ ໄປເອົາເຄື່ອງຢູ່ຮ້ານຊັກແຫ້ງ ແລະຈອງຮ້ານອາຫານ ໃຫ້ແກ່ເພິ່ນແລະພັນລະຍາ.

ແຕ່ສະມາຊິກສະພາ ອີລິອອດ ແອນໂຈ (Eliot Engel) ປະທານຄະນະກໍາມະການສາຍພົວພັນກັບຕ່າງປະເທດຂອງສະພາຕ່ຳໄດ້ຂຽນຂໍ້ຄວາມລົງໃນທວີດເຕີ້ວ່າ “ຂ້າພະເຈົ້າໄດ້ຮຽນຮູ້ມາວ່າ ອາດມີເຫດຜົນອື່ນອີກ ໃນການປົດທ່ານລີນິກ ອອກຈາກໜ້າທີ່. ຫ້ອງການຂອງທ່ານພວມທຳການສືບສວນ ຕາມການຮ້ອງຂໍຂອງຂ້າພະເຈົ້າ ເບິ່ງຄຳປະກາດສຸກເສີນແບບຈອມປອມຂອງທ່ານທຣຳເພື່ອວ່າ ທ່ານຈຶ່ງຈະສາມາດສົ່ງອາວຸດໄປໃຫ້ຊາອຸດີອາຣາເບຍ. ພວກເຮົາຍັງບໍ່ທັນມີຮູບພາບທີ່ສົມບູນເທື່ອ ແຕ່ມັນກໍມີບັນຫາຢູ່ວ່າ ລັດຖະມົນຕີພອມພຽວຕ້ອງການຢາກ ໃຫ້ປົດທ່ານລີນິກ.”

ທ່ານແອນໂຈ ກ່າວວ່າ ການສືບສວນແມ່ນມີຈຸດສູນກາງຢູ່ທີ່ການປະກາດພາວະສຸກເສີນຂອງລັດຖະບານທ່ານທຣຳ ເມື່ອນຶ່ງປີກ່ອນ ທີ່ໄດ້ໃຫ້ການອະນຸມັດ ໃນການຂາຍອາວຸດມູນຄ່າ 8 ພັນ 100 ລ້ານລ້ານໂດລາ ໃຫ້ແກ່ຫລາຍໆປະເທດຮວມທັງຊາອຸດີອາຣາເບຍແລະສະຫະລັດອາຣັບເອເມີເຣັສ ໂດຍບໍ່ຕ້ອງຜ່ານສະພາ. ສະຫະລັດກ່າວໃນເວລານັ້ນວ່າ ອາວຸດເຫຼົ່ານີ້ແມ່ນມີຄວາມຈຳເປັນເພື່ອສະກັດກັ້ນ ຕໍ່ອັນທີ່ເອີ້ນວ່າ “ອິດທິພົນຮ້າຍ” ຂອງອີຣ່ານ ໃນທົ່ວພາກຕາເວັນອອກກາງ.

ທ່ານທຣຳກ່າວຕໍ່ພວກນັກຂ່າວທີ່ທຳນຽບຂາວໃນວັນຈັນວານນີ້ວ່າ ທ່ານໄດ້ປົດທ່ານລີນິກອອກຈາກຕຳແໜ່ງ ຕາມຄຳຮ້ອງຂໍຂອງທ່ານພອມພຽວ.

ທ່ານທຣຳ ກ່າວວ່າ “ຂ້າພະເຈົ້າມີສິດເດັດຂາດ ໃນຖານະທີ່ເປັນປະທານາທິບໍດີທີ່ຈະປົດຜູ້ໃດກໍໄດ້ອອກຈາກຕຳແໜ່ງ. ຂ້າພະເຈົ້າກ່າວວ່າ ‘ຜູ້ໃດແຕ່ງຕັ້ງລາວ?’ ແລະເຂົາເຈົ້າກ່າວວ່າ ‘ປະທານາທິບໍດີໂອບາມາ’ ຂ້າພະເຈົ້າກ່າວວ່າ ເບິ່ງດຸ ຂ້າພະເຈົ້າຈະປົດລາວ.”

ທ່ານພອມພຽວ ກ່າວຕໍ່ໜັງສືພິມວໍຊິງຕັນໂພສທ໌ (Washington Post) ໃນວັນຈັນວານນີ້ວ່າ ທ່ານໄດ້ສະເໜີໃຫ້ ປະທານາທິບໍດີທຣຳ ປົດທ່ານລີນິກ ຍ້ອນທ່ານພວມບ່ອນທຳລາຍຕໍ່ການປະຕິບັດໜ້າທີ່ຂອງກະຊວງຕ່າງປະເທດແລະເວົ້າວ່າ ມັນບໍ່ແມ່ນການແກ້ແຄ້ນຕໍ່ການສືບສວນໃດໆ. ທ່ານບໍ່ໄດ້ໃຫ້ຄວາມເຫັນ ທີ່ສະເພາະເຈາະຈົງເພີມຕື່ມໃດໆກ່ຽວກັບວ່າເປັນຫຍັງທ່ານຈຶ່ງສະເໜີໃຫ້ປົດທ່ານລີນິກອອກຈາກຕຳແໜ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG