ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກົດວ່າ ມີຜູ້ຕິດໂຄວິດ-19 ຢູ່ສູນອົບພະຍົບ ໂຣຮິງຢາ ໃນບັງກລາແດັສ


ທະຫານບັງກລາແດັສ ຢືນຍາມ ທີ່ສູນອົບພຍົບ ຢູ່ເມືອງ
Cox's Bazar ໃນບັງກລາແດັສ ເມື່ອວັນທີ 29 ເມສາ 2018.
ທະຫານບັງກລາແດັສ ຢືນຍາມ ທີ່ສູນອົບພຍົບ ຢູ່ເມືອງ Cox's Bazar ໃນບັງກລາແດັສ ເມື່ອວັນທີ 29 ເມສາ 2018.

ອົບພະຍົບຄົນນຶ່ງ ທີ່ສູນອົບພະຍົບຂະໜາດໃຫຍ່ຢູ່ເມືອງ Cox’s Bazar ໃນບັງກລາແດັສ ຖືກກວດພົບວ່າຕິດພະຍາດໂຄວິດ-19.

ນອກນັ້ນແລ້ວ ປະຊາຊົນຢູ່ໃນທ້ອງຖິ່ນອີກຄົນນຶ່ງ ກໍຖືກກວດພົບວ່າ ຕິດເຊື້ອໄວຣັສດັ່ງກ່າວເຊັ່ນດຽວກັນ.

ໂຄສົກ ຂອງອົງການອະນາໄມໂລກ ທ່ານຄາຕາລິນ ເບີຄາຮູ ກ່າວຕໍ່ອົງການຂ່າວຝຣັ່ງ AFP ວ່າ ມີການສົ່ງໜ່ວຍສືບສວນເຄື່ອນທີ່ ຢ່າງວ່ອງໄວໄປແລ້ວແລະພວມສືບເບິ່ງວ່າ ຊາຍທັງສອງໄດ້ຕິດຕໍ່ກັບໃຜແດ່ ເພື່ອກັກໂຕແລະກວດເຂົາເຈົ້າ.

ພວກຕິດເຊື້ອໄວຣັສທັງສອງ ເວລານີ້ໄດ້ຖືກແຍກດ່ຽວ ເພື່ອຮັບການປິ່ນປົວແລ້ວ.

ດຣ. ຊາມິມ ຈາຮານ ຜູ້ອຳນວຍການອົງການຊ່ວຍເຫຼືອເດັກນ້ອຍ Save the Children ໃນບັງກລາແດັສ ກ່າວຢູ່ໃນຖະແຫຼງຂ່າວ ສະບັບນຶ່ງວ່າ “ເວລານີ້ ເຊື້ອໄວຣັສໄດ້ເຂົ້າມາຄຸກຄາມ ສູນອົບພະຍົບທີ່ໃຫຍ່ທີ່ສຸດໃນໂລກແລ້ວ ພວກເຮົາພວມສຶກສາເບິ່ງສະພາບການໂຕຈິງ ທີ່ຫຼາຍໆພັນຄົນອາດເສຍຊີວິດ ຍ້ອນພະຍາດໂຄວິດ-19. ໂຣກລະບາດດັ່ງກ່າວ ສາມາດທີ່ຈະເຮັດໃຫ້ບັງກລາແດັສຖອຍກັບຄືນຫຼັງໄປອີກຫຼາຍທົດສະວັດ.”

ພວກເຈົ້າໜ້າທີ່ໃຫ້ຄວາມຊ່ວຍເຫຼືອໄດ້ເຕືອນວ່າ ຖ້າເຊື້ອໄວຣັສຫາກສາມາດເຂົ້າໄປໃນສູນຂະໜາດໃຫຍ່ນີ້ແລ້ວ ມັນຈະແຜ່ລາມຢ່າງວ່ອງໄວ ຍ້ອນສະພາບທີ່ຂາດສຸຂາພິບານຂອງສູນອົບພະຍົບດັ່ງກ່າວ.

ສູນແຫ່ງນີ້ ມີອົບພະຍົບອາໄສຢູ່ທັງໝົດເກືອບນຶ່ງລ້ານຄົນ.

ຊາວໂຣຮິງຢາໄດ້ພາກັນອົບພະຍົບ ໄປຍັງເມືອງ Cox’s Bazar ເມື່ອສອງປີກ່ອນ ຫລັງຈາກການບຸກໂຈມຕີຂອງພວກທະຫານທີ່ແນເປົ້າໝາຍໃສ່ພວກເຂົາເຈົ້າຢູ່ໃນປະເທດມຽນມາ.

ກ່ອນການປາກົດຕົວຂອງເຊື້ອໄວຣັສຢູ່ໃນສູນອົບພະຍົບນີ້ ບັງກລາແດັສກໍໄດ້ທຳການຕໍ່ສູ້ກັບພະຍາດໂຄວິດ-19 ຢູ່ແລ້ວ. ປະເທດໃນເຂດເອເຊຍໃຕ້ດັ່ງກ່າວນີ້ມີກໍລະນີຕິດເຊື້ອທີ່ໄດ້ຮັບການຢືນຢັນ 18,000 ກໍລະນີແລະມີຜູ້ເສຍຊີວິດແລ້ວເກືອບ 300 ຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG