ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກເດໂມແຄຣັດ ກ່າວວ່າ ກອງປະຊຸມໃຫຍ່ແຫ່ງຊາດທາງອິນເຕີແນັດ ເພື່ອແຕ່ງຕັ້ງ ທ່ານໄບເດັນ ອາດເປັນໄປໄດ້ ຍ້ອນໄວຣັສໂຄໂຣນາ


ຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດ ແລະອະດີດຮອງປະທານາທິບໍດີ ໂຈ ໄບເດັນ ພວມກ່າວໃນລະຫວ່າງການໂຕ້ວາທີຄັ້ງທີ 11 ຂອງຜູ້ສະໝັກປະທານາທິບໍດີປີ 2020 ຂອງພັກ ຈັດຂຶ້ນຢູ່ຫ້ອງສະຕູດີໂອ CNN ໃນນະຄອນຫຼວງວໍຊິງຕັນ.
ຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດ ແລະອະດີດຮອງປະທານາທິບໍດີ ໂຈ ໄບເດັນ ພວມກ່າວໃນລະຫວ່າງການໂຕ້ວາທີຄັ້ງທີ 11 ຂອງຜູ້ສະໝັກປະທານາທິບໍດີປີ 2020 ຂອງພັກ ຈັດຂຶ້ນຢູ່ຫ້ອງສະຕູດີໂອ CNN ໃນນະຄອນຫຼວງວໍຊິງຕັນ.

ພັກເດໂມແຄຣັດຊຶ່ງມີຄວາມຢ້ານກົວ ກ່ຽວກັບໂຣກລະບາດໄວຣັສໂຄໂຣນານັ້ນໃກ້ຈະຕົກລົງກັນໄດ້ແລ້ວ ກ່ຽວກັບການຈັດກອງປະຊຸມໃຫຍ່ ຂອງພັກທາງອິນເຕີແນັດ ໃນເດືອນສິງຫາຈະມານີ້ ເພື່ອແຕ່ງຕັ້ງໃຫ້ ອະດີດຮອງປະທານາທິບໍດີໂຈ ໄບເດັນ ເປັນຜູ້ສະມໝັກ ປະທານາທິບໍດີຂອງພັກ ໃນການເລືອກຕັ້ງແຫ່ງຊາດຊຶ່ງຈະມີຂຶ້ນໃນເດືອນພະຈິກ ແທນທີ່ຈະຈັດກອງປະຊຸມໃຫຍ່ເຕັມໄປດ້ວຍຜູ້ຄົນດັ່ງທີ່ເຄີຍກະທຳກັນມານັ້ນ.

ຄະນະກຳມະການແຫ່ງຊາດ ຂອງພັກເດໂມແຄຣັດ ທີ່ຮັບຜິດຊອບ ໃນເລື້ອງກົດລະບຽບ ແລະທຳມະນູນ ໄດ້ຕົກລົງກັນໃນວັນອັງຄານຜ່ານມາ ມອບໝາຍໃຫ້ພວກຈັດກອງປະຊຸມໃຫຍ່ຂອງພັກ ມີເສລີພາບຢ່າງກວ້າງຂວາງ ໃນການຮ່າງແຜນການສຳລັບກອງປະຊຸມດັ່ງກ່າວ ມີກຳນົດຈະເລີ້ມຂຶ້ນໃນວັນທີ 17 ສິງຫາທີ່ສະໜາມກິລາບ້ານບ້ວງເມືອງມິລວອກກີ ໃນລັດວິສຄອນຊິນ ທາງພາກກາງຂອງສະຫະລັດ.

ຕາມປົກກະຕິແລ້ວ ກອງປະຊຸມໃຫຍ່ຂອງພັກເພື່ອແຕ່ງຕັ້ງຜູູ້ສະໝັກເປັນປະທານາທິບໍດີ ທັງຂອງພັກເດໂມແຄຣັດ ແລະພັກຣີພັບບລີກັນ ມີຜູ້ໄປຮ່ວມປະມານ 50,000 ຄົນ ຮວມທັງຄະນະຜູ້ແທນຂອງພັກ 5,000 ຄົນ ແລະບາງທີອາດຈະມີສະມາຊິກຂອງສື່ມວນຊົນອີກປະມານ 20,000 ຄົນ.

ດ້ວຍການກ່າວຄຳປາໄສໂຈມຕີຜູ້ສະໝັກຂອງຝ່າຍກົງກັນຂ້າມນັ້ນ ກອງປະຊຸມໃຫຍ່ຂອງພັກ ຊຶ່ງນັບເປັນເວລາຫຼາຍໆທົດສະວັດມາແລ້ວຈຶ່ງເປັນທີ່ສົນໃຈຂອງສາທາລະນະຊົນກ່ຽວກັບເລື້ອງການເມືອງຂອງອາເມຣິກັນທີ່ແນໃສ່ເພື່ອສົ່ງເສີມຜູ້ສະໝັກຂອງພັກ ປະມານ 10 ອາທິດກ່ອນການປ່ອນບັດໃນຕົ້ນເດືອນພະຈິກ.

ກອງປະຊຸມໃຫຍ່ ທີ່ຈັດຂຶ້ນເປັນເວລາ 4 ມື້ ຈະມ້ວນທ້າຍລົງ ດ້ວຍການປ່ອຍ ໝາກປູມເປົ້າສີແດງ ສີຂາວ ແລະສີຟ້າ ລົງມາຈາກດ້ານເທິງຂອງຫໍປະຊຸມ.

ພັກເດໂມແຄຣັດ ມີຄວາມກັງວົນຢ້ານວ່າ ການລະບາດຂອງໄວຣັສໂຄໂຣນາ ອາດຈະພາໃຫ້ມີການປ່ຽນແປງຢ່າງໃຫຍ່ຫຼວງ ຕໍ່ກອງປະຊຸມໃຫຍ່ຂອງພັກ ໃນປີນີ້. ແຕ່ແນວໃດກໍຕາມ ປະທານາທິບໍດີດໍໂນລ ທຣຳ ຍັງມີແຜນ ທີ່ຈະຈັດ ກອງປະ ຊຸມໃຫຍ່ຂອງພັກຣີພັບບລີກັນ ແບບມີຜູ້ຄົນເຂົ້າຮ່ວມ ທີ່ເມືອງຊາລັອດ ຢູ່ໃນລັດຄາໂຣໄລນາເໜືອ ນຶ່ງອາທິດຫຼັງຈາກພັກເດໂມແຄຣັດຈັດກອງປະຊຸມຂອງພວກເຂົາເຈົ້າແລ້ວ.

ປະທານຂອງພັກເດໂມແຄຣັດ ທ່ານທອມ ເພເຣສ ກ່າວວ່າ ມະຕິກ່ຽວກັບການວາງແຜນຈັດກອງປະຊຸມໃຫຍ່ຂອງພັກ ໄດ້ຮັບການອະນຸມັດໂດຍຄະນະກຳມະການຮັບຜິດຊອບເລື້ອງກົດລະບຽບຂອງພັກ ຢູ່ໃນກອງປະຊຸມ “ຊຶ່ງຈະເຮັດໃຫ້ກອງປະຊຸມໃຫຍ່ດັ່ງກ່າວ ມີເຄື່ອງໄມ້ເຄື່ອງມືທີ່ຈຳເປັນ ເພື່ອຄ້ຳປະກັນວ່າພວກຜູ້ຕາງໜ້າທຸກໆທ່ານສາມາດເຮັດທຸລະກິດຢ່າງເປັນທາງການຂອງພວກເຂົາເຈົ້າໄດ້ ໂດຍບໍ່ຕ້ອງເຮັດໃຫ້ສຸຂະພາບຂອງພວກເຂົາເຈົ້າ ຕົກຢູ່ໃນຄວາມສ່ຽງ ໃນການເຂົ້າຮ່ວມກອງປະຊຸມດ້ວຍຕົນເອງ ຫຼືດ້ວຍວິທີອື່ນ​ເພື່ອອະນຸຍາດຮັກສາໄລຍະຫ່າງກັນໃນສັງຄົມ.”

ມາດຕະການດັ່ງກ່າວ ໃນເວລານີ້ ຈະຖືກສົ່ງໄປໃຫ້ຄະນະກຳມະການແຫ່ງຊາດຂອງພັກເດໂມແຄຣັດ ເພື່ອໃຫ້ການອະນຸມັດໃນການລົງຄະແນນສຽງ ໂດຍທາງຈົດໝາຍ ໃນສອງສາມອາທິດຂ້າງໜ້ານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG