ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມີຄົນງານອີກ 3 ລ້ານ 2 ແສນຄົນ ຍື່ນຄຳຮ້ອງ ຂໍເງິນຫວ່າງງານ ໃນສະຫະລັດ


ຊາຍຄົນນຶ່ງທີ່ໃສ່ໜ້າກາກ ປະທ້ວງໄວຣັສໂຄໂຣນາ ຍ່າງຜ່ານຮ້ານ Dolce & Gabbana ທີ່ຖືກປິດ ໃນວັນພະຫັດ ທີ 7 ພຶດສະພາ ປີ 2020.
ຊາຍຄົນນຶ່ງທີ່ໃສ່ໜ້າກາກ ປະທ້ວງໄວຣັສໂຄໂຣນາ ຍ່າງຜ່ານຮ້ານ Dolce & Gabbana ທີ່ຖືກປິດ ໃນວັນພະຫັດ ທີ 7 ພຶດສະພາ ປີ 2020.

ການຍື່ນຄຳຮ້ອງ ຂໍເງິນຫວ່າງງານຢູ່ໃນສະຫະລັດ ແມ່ນຄ່ອຍໆຊ້າລົງ ໃນອາທິດແລ້ວນີ້ ແຕ່ກໍຍັງມີຕື່ມອີກ 3 ລ້ານ 2 ແສນຄົນ​ໄດ້ຍື່ນຄຳຮ້ອງຂໍເງິນດັ່ງກ່າວໃນຂະນະທີ່ການລະ ບາດຂອງໄວຣັສໂຄໂຣນາຍັງສືບຕໍ່ສ້າງຄວາມເສຍຫາຍຢ່າງຮ້າຍແຮງ ໃຫ້ແກ່ເສດຖະ ກິດທີ່ໃຫຍ່ທີ່ສຸດໃນໂລກ.

ທັງໝົດ ມີພວກຄົນຫວ່າງງານສະຫະລັດ 33 ລ້ານ 5 ແສນຄົນ ໄດ້ຍື່ນຄຳຮ້ອງ ຂໍເງິນຫວ່າງງານໄປແລ້ວນັບແຕ່ການລະບາດຂອງເຊື້ອໄວຣັສດັ່ງກ່າວ ໄດ້ເຮັດໃຫ້ຫຼາຍໆພາກສ່ວນຂອງເສດຖະກິດອາເມຣິກັນອັດກິດຈະການລົງ ນັບແຕ່ກາງເດືອນມີິນາເປັນຕົ້ນມາ ອີງຕາມກະຊວງແຮງງານສະຫະລັດ ຮວມທັງໂຮງຈັກໂຮງງານ ຮ້ານຂາຍເຄື່ອງ ຮ້ານອາຫານ ພວກພະນັກງານ ທີ່ເຮັດວຽກເຮັດການຢູ່ຕາມຫ້ອງການ ແລະສັນນິບາດກິລາຕ່າງໆ. ເມື່ອໄລ່ລວມແລ້ວ ແມ່ນປະມານນຶ່ງໃນພວກຄົນງານທຸກໆຫ້າຄົນໃດ.

ພວກຄົນງານໄດ້ຍື່ນຄຳຮ້ອງຂໍເງິນຫວ່າງງານ ຊຶ່ງຕາມປົກກະຕິແລ້ວແມ່ນຈະໄດ້ຮັບເງິນບໍ່ຮອດເຄິ່ງນຶ່ງຂອງເງິນເດືອນທຳມະດາຂອງພວກເຂົາເຈົ້າ. ແຕ່ວ່າໃນລະຫວ່າງທີ່ມີການລະບາດ ຂອງໄວຣັສໂຄໂຣນານີ້ ພວກຄົນງານຈະໄດ້ຮັບເງິນ 600 ໂດລາຈາກລັດຖະບານກາງ ຕື່ມໃສ່ເງິນຫວ່າງງານຂອງພວກເຂົາເຈົ້າ ໃນໄລຍະ 4 ເດືອນຕໍ່ໜ້າ.

ຄວາມຖີ່ໃນການຍື່ນຄຳຮ້ອງຂໍເງິນຫວ່າງງານແມ່ນຄ່ອຍໆຫຼຸດລົງໃນແຕ່ລະອາທິດນັບ ແຕ່ນັ້ນມາ ແຕ່ວ່າການຍື່ນຄຳຮ້ອງຂໍເງິນດັ່ງກ່າວ ແມ່ນບໍ່ເຄີຍເຫັນມາກ່ອນ ໃນຮອບຫຼາຍໆທົດສະວັດ ຢູ່ໃນປະຫວັດສາດເສດຖະກິດຂອງສະຫະລັດ ຢ້ອນຄືນໄປເຖິງຕອນທີ່ເກີດສະພາບເສດຖະກິດຕົກຕ່ຳສຸດຄັ້ງໃຫຍ່ສຸດໃນຊຸມປີ 1930. ພວກຍື່ນຄຳຮ້ອງ ຂໍເງິນຫວ່າງງານ ແມ່ນກາຍຈຳນວນຜູ້ຂໍເງິນຫວ່າງງານ ໃນລະຫວ່າງທີ່ເກີດສະພາບເສດຖະກິດຕົກຕ່ຳໃນປີ 2008.

ໃນວັນສຸກມື້ນີ້ ລັດຖະບານໄດ້ລາຍງານໃຫ້ຊາບກ່ຽວກັບອັດຕາຄົນຫວ່າງງານໃນເດືອນເມສາຜ່ານມາ ໂດຍທີ່ທຳນຽບຂາວທຳນາຍວ່າ ອາດຈະເຖິງຈຳນວນ 20 ເປີເຊັນ ຊຶ່ງເປັນໂຕເລກທີ່ບໍ່ເຄີຍເຫັນມາກ່ອນໃນຮອບ 72 ປີທີ່ມີການຈົດບັນທຶກມາ. ລາຍງານສະບັບນຶ່ງທີ່ອອກໃນມື້ວັນພຸດຜ່ານມາແຈ້ງວ່າ ພວກນາຍຈ້າງໄດ້ປົດຄົນງານ 20 ລ້ານ 2 ແສນຄົນອອກຈາກວຽກ ໃນທ້າຍເດືອນມີນາ ຫາຕົ້ນເດືອນເມສາທີ່ຜ່ານມານີ້.

ແຕ່ແນວໃດກໍຕາມ ກະຊວງການຄ້າຂອງສະຫະລັດກໍພວມຄ່ອຍໆກັບຄືນເຂົ້າສູ່ສະພາບປົກກະຕິ ໃນຂະນະທີ່ການເສຍຊີວິດຍ້ອນເຊື້ອໄວຣັສໂຄໂຮນາຢູ່ໃນສະຫະລັດເພີ້ມຂຶ້ນກາຍ 73,000 ຄົນ ຊຶ່ງເປັນຈຳນວນສູງທີ່ສຸດສົມທຽບໃສ່ປະເທດຕ່າງໆໃນທົ່ວໂລກ ແລະຈຳນວນທີ່ໄດ້ຮັບການຢືນຢັນວ່າ ມີຜູ້ຕິດເຊື້ອໄວຣັສໂຄໂຣນາທັງໝົດຫຼາຍກວ່າ 1 ລ້ານ 2 ແສນກໍລະນີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG