ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກອງທັບກາເມຣູນ ປະຕິເສດວ່າ ຕົນບໍ່ໄດ້ສັງຫານ ພົນລະເຣືອນ ໃນການບຸກໂຈມຕີ ພວກກະບົດ


ທະຫານກາເມຣູນທີ່ເຫັນໃນພາບ ພວມລາດຕະເວັນໃນເມືອງບາຟຸດ ທາງພາກຕາເວັນຕົກສຽງເໜືອ ທີ່ປາກພາສາອັງກິດ ຂອງປະເທດ ເມື່ອວັນທີ 15 ພະຈິກ 2017.
ທະຫານກາເມຣູນທີ່ເຫັນໃນພາບ ພວມລາດຕະເວັນໃນເມືອງບາຟຸດ ທາງພາກຕາເວັນຕົກສຽງເໜືອ ທີ່ປາກພາສາອັງກິດ ຂອງປະເທດ ເມື່ອວັນທີ 15 ພະຈິກ 2017.

ກອງທັບກາເມຣູນ ກ່າວວ່າ ຕົນໄດ້ສັງຫານພວກກະບົດ ແບ່ງແຍກດິນແດນ 22 ຄົນ ໃນການບຸກໂຈມຕີ ເປັນເວລານຶ່ງອາທິດ ຕໍ່ຄ້າຍຂອງພວກ ກະບົດ 7 ​ແຫ່ງ ໃນພາກຕາເວັນຕົກ ທີ່ມີບັນຫາຂອງປະເທດ. ແຕ່ແນວໃດກໍຕາມ ພວກຊາວບ້ານເວົ້າວ່າ ທະຫານໄດ້ສັງຫານພົນລະເຮືອນຢ່າງໜ້ອຍ 13 ຄົນໃນການບຸກໂຈມຕີທີ່ມີການໃຊ້ກຳລັງທະຫານຫຼາຍຮ້ອຍຄົນ. Moki Edwin Kindzeka ມີລາຍງານເລື້ອງນີ້ຈາກຢາອຸນເດ ຊຶ່ງໄພສານ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.


ຜູ້ບັນຊາການທະຫານກາເມຣູນ ໃນເຂດພາກຕາເວັນຕົກສຽງເໜືອທີ່ປາກພາສາອັງກິດຂອງປະເທດ ກ່າວວ່າ ມີທະຫານ 300 ຄົນເຂົ້າຮ່ວມໃນການປະຕິບັດງານທີ່ປະສົບກັບຜົນສຳເລັດ ໃນການບຸກໂຈມຕີ ຄ້າຍຂອງພວກກະບົດອາມບາໂຊນຽນ.

ນາຍພົນວາເລີເຣ ກາ (Valere Nka) ກ່າວຜ່ານທາງແອັບສົ່ງຂໍ້ຄວາມ ໃນມື້ວັນຈັນແລ້ວຈາກເມືອງບາຟຸດ (Bafut) ບ່ອນທີ່ທ່ານໄດ້ກ່າວສັນລະເສີນ ພວກທະຫານໃນນາມປະທານາທິບໍດີກາເມຣູນ ທ່ານພອລ ບີຢາ ຊຶ່ງທ່ານກ່າວວ່າ:

“ພວກກະບົດອາມບາໂຊນຽນຈຳນວນນຶ່ງ ໄດ້ຖືກກຳຈັດ ແລະພວກເຮົາຍຶດປືນສັ້ນ ປືນຍາວ ໄດ້ 50 ກະບອກ ລູກປືນຈຳນວນນຶ່ງ ລົດຈັກ ແລະລົດໃຫຍ່ຟໍຈູນນາ ແລະມ້າ 2 ໂຕ.”

ນາຍພົນກາກ່າວວ່າ ໃນວັນພະຫັດ ແລະວັນສຸກແລ້ວ ທະຫານໄດ້ສັງຫານພວກກະບົດ 15 ຄົນທີ່ເມືອງບາຟຸດ ຮວມທັງນັກລົບຄົນນຶ່ງທີ່ຮ້ອງຕົນເອງວ່າ “ນາຍ ພົນອາລັດຈີ” ຊຶ່ງໃນປີ 2018 ລາວໄດ້ລັກພາໂຕພວກນັກຮຽນຫຼາຍສິບຄົນນັ້ນ.

ທ່ານກ່າວວ່າ ທະຫານກາເມຣູນ ໄດ້ສັງຫານພວກກະບົດ 7 ຄົນ ໃນລະຫວ່າງການບຸກໂຈມຕີຄ້າຍຂອງພວກເຂົາ ຢູ່ໃນຫຼາຍໆບ້ານ ແລະຢູ່ທີ່ເມືອງບາເມັນດາ ໂດຍບໍ່ມີພົນລະເຮືອນບາດເຈັບລົ້ມຕາຍແຕ່ປະການໃດ.

ແຕ່ພວກຊາວບ້ານໄດ້ໂຕ້ແຍ້ງ ຕໍ່ການກ່າວອ້າງດັ່ງກ່າວ ແລະເວົ້າວ່າ ມີພົນລະເຣືອນບໍ່ຕ່ຳກວ່າ 13 ຄົນໄດ້ຖືກຂ້າຕາຍໃນການປະທະກັນ.

ທ້າວອູມາຣູ ທານດາ ອາຍຸ 32 ປີ ກ່າວວ່າ ພົນລະເຮືອນ 7 ຄົນໄດ້ຖືກພົບວ່າ ເສຍຊີວິດ ຫຼັງຈາກທະຫານອອກຈາກບ້ານບັງໂກລານໄປແລ້ວ.

ໂດຍການກ່າວຜ່ານທາງແອັບສົ່ງຂໍ້ຄວາມຈາກບ້ານດັ່ງກ່າວ ທ້າວທານດາເວົ້າວ່າ 3 ຄົນທີ່ຖືກຂ້າຕາຍແມ່ນເປັນຊາວມຸສລິມທີ່ພາກັນໄປສູດມົນນຳລາວໃນມື້ວັນສຸກແລ້ວ ເວລາທະຫານຍິງປືນເຂົ້າໃສ່.

ທ້າວທານດາກ່າວວ່າ “ພວກທະຫານທີ່ເປັນມຸສລິມໄດ້ພາກັນເຂົ້າໄປສູດມົນຢູ່ໃນວັດ. ພວກກະບົດອາມບາ ໄດ້ໂຈມຕີທະຫານ. ທະຫານ ແທນທີ່ຈະຍິງພວກກະ ບົດແຕ່ກັບຍິງໃສ່ພົນລະເຮືອນ. ເວລານີ້ ຢູ່ໃນບ້ານດັ່ງກ່າວ ພວກເຮົາບໍ່ຮູ້ວ່າຈະອາໄສໃຜ ຍ້ອນພວກເຮົາກາງຕໍ່ທະຫານ ແຕ່ດຽວນີ້ ພວກທະຫານຊ້ຳພັດຍິງໃສ່ພວກເຮົາ.”

ທ້າວທານດາກ່າວວ່າ ບ້ານຂອງລາວ ໄດ້ໃຫ້ການຕ້ອນຮັບພວກທະຫານ ຍ້ອນຫວັງວ່າ ທະຫານຈະປ້ອງກັນບໍ່ໃຫ້ພວກກະບົດໂຈມຕີ ແລະລັກພາໂຕຜູ້ຄົນ.

ທີ່ເມືອງຕາຕຸມ ໃນພາກຕາເວັນຕົກສຽງເໜືອຂອງກາເມຣູນ ທ້າວງຸມມູລາ ພໍ່ນາຄົນນຶ່ງ ກ່າວວ່າ ການຍິງຕໍ່ສູ້ກັນໃນລະຫວ່າງການບຸກໂຈມຕີ 3 ບ້ານທີ່ຕັ້ງຢູ່ໃກ້ຄຽງນັ້ນ ໄດ້ສັງຫານ 6 ຄົນ ຮວມທັງພວກຊາວໜຸ່ມ.

ລາວກ່າວຕໍ່ວີໂອເອວ່າ ພວກຊາວບ້ານຄາດຫວັງໄວ້ວ່າທະຫານຈະຊ່ວຍປົກປ້ອງເຂົາ ເຈົ້າຈາກການໂຈມຕີຂອງພວກກະບົດ.

“ແຕ່ມັນບໍ່ເປັນຈັ່ງໂຊກ. ພວກເຂົາເຈົ້າຫວັງວ່າ ທະຫານຈະມາ ແລະກໍແກ້ໄຂບັນຫາເຂົາເຈົ້າ ເພື່ອວ່າການສັງຫານຢູ່ທັງຊາຍແລະຂວາຈະຈົບສິ້ນລົງ. ພວກ ເຂົາເຈົ້າຮູ້ສຶກເສຍໃຈວ່າໃນເວລານີ້ ພວກເຂົາເຈົ້າກໍຄືລູກກຳພ້້າ. ພວກເຂົາເຈົ້າຮູ້ສຶກອິດເມື່ອຍ ພວກເຂົາເຈົ້າຕ້ອງການຄວາມສະຫງົບ ແລະການປົກຄອງດ້ວຍຕົວບົດກົດໝາຍຄວນຈະມີຂຶ້ື້ນ.”

ພວກກະບົດແບ່ງແຍກດິນແດນ ໄດ້ຖິ້ມໂທດຜ່ານທາງຕາໜ່າງສື່ສັງຄົມ ໃສ່ທະ ຫານກາເມຣູນໃນການເສຍຊີວິດຂອງພົນລະເຮືອນ ໂດຍຮັບຮູ້ເຖິງການສູນເສຍຂອງພວກເຂົາໃນການບຸກໂຈມຕີ ແລະອ້າງເອົາຄວາມຮັບຜິດຊອບໃນການເສຍຊີວິດທີ່ບໍ່ຈະແຈ້ງຂອງພວກທະຫານຈຳນວນນຶ່ງ.

ພວກກະບົດທີ່ປາກພາສາອັງກິດໃນກາເມຣູນໄດ້ເລີ້ມທຳການຕໍ່ສູ້ມາແຕ່ປີ 2017 ເພື່ອແຍກດິນແດນ ສ້າງຕັ້ງລັດເອກກະລາດທີ່ປາກພາສາອັງກິດ ອອກຈາກປະເທດກາເມຣູນ ທີ່ປະຊາຊົນສ່ວນໃຫຍ່ປາກພາສາຝຣັ່ງນັ້ນ.

ພວກກະບົດແລະກອງທັບກາເມຣູນ ໄດ້ກ່າວຫາຊຶ່ງກັນແລະກັນມາເປັນປະຈຳຕໍ່ການສັງຫານພົນລະເຮືອນ ຊຶ່ງກຸ່ມປົກປ້ອງສິດທິມະນຸດ ໄດ້ຈົດບັນທຶກກ່ຽວກັບການກະທຳຂອງທັງສອງຝ່າຍ.

ອົງການສະຫະປະຊາຊາດ ກ່າວວ່າ ການສູ້ລົບກັນຢູ່ໃນເຂດທີ່ປາກພາສາອັງກິດຂອງກາເມຣູນ ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວຫຼາຍກວ່າ 3,000 ຄົນແລະມີຜູ້ອົບພະຍົບຫຼົບໄພອີກຫຼາຍກວ່າ 5 ແສນຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG