ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ບໍ່ໃຫ້ຄວາມສຳຄັນ ຕໍ່ລາຍງານ ລັດຖະບານ ທີ່ຄາດຄະເນວ່າ ຈຳນວນຜູ້ເສຍຊີວິດ ຈະເພີ້ມຂຶ້ນສອງເທົ່າ


ທຳນຽບຂາວບໍ່ໃຫ້ຄວາມສຳຄັນ ກັບບົດລາຍງານຂອງລັດຖະບານສະຫະລັດທີ່ໄດ້ຄາດ ຄະເນວ່າ ຈຳນວນການເສຍຊີວິດ ຈາກໂຄວິດ-19 ໃນແຕ່ລະວັນ ຈະຫຼາຍຂຶ້ນເກືອບສອງເທົ່າໃນສະຫະລັດ ພາຍໃນວັນທີ 1 ເດືອນມິຖຸນາ. ໂຄສົກ ທຳນຽບຂາວ ທ່ານນາງ ຈາດ ເດຍ ໃນວັນຈັນວານນີ້ ໄດ້ຄັດຄ້ານ ຕໍ່ບົດລາຍງານຂອງສູນກາງຄວບຄຸມແລະປ້ອງກັນພະຍາດ ທີ່ຍັງໄດ້ຄາດຄະເນວ່າ ຈະມີປະ 200,000 ກໍລະນີຕິດເຊື້ອໄວຣັສ ໂຄໂຣນາໃໝ່ ໃນແຕ່ລະວັນພາຍໃນທ້າຍເດືອນນີ້ ຊຶ່ງສູງຂຶ້ນຈາກທີ່ມີຢູ່ໃນດຽວນີ້ ຄື 25,000 ກໍລະນີ.

ຂໍ້ມູນດັ່ງກ່າວ ແມ່ນອີງຕາມແບບຈຳລອງຂອງລັດຖະບານ ທີ່ໄດ້ນຳເອົາຂໍ້ມູນທັງຫຼາຍຈາກອົງການຄຸ້ມຄອງເຫດສຸກເສີນຂອງລັດຖະບານກາງ ແລ້ວສະແດງໃຫ້ເຫັນໃນແບບຕາຕະລາງ ແລະພິມອອກເຜີຍແຜ່ໂດຍໜັງສືພິມ ນິວຢອກໄທມສ໌ (New York Times).

ໃນຖະແຫຼງການ ເມື່ອວັນຈັນວານນີ້ ທ່ານນາງເດຍໄດ້ກ່າວວ່າ ມັນບໍ່ແມ່ນ “ເອກະສານ ຂອງທໍານຽບຂາວ ຫຼື ທີ່ໄດ້ນໍາສະເໜີໂດຍຄະນະສະເພາະກິດຮັບ ຜິດຊອບເລື້ອງໄວຣັສໂຄໂຣນາ ຫຼືຜ່ານການກວດສອບພາຍໃນອົງການຕ່າງໆ. ຂໍ້ມູນອັນນີ້ ບໍ່ໄດ້ສະທ້ອນເຖິງແບບຈຳລອງທີ່ໄດ້ເຮັດຂຶ້ນ ໃດໆເລີຍໂດຍຄະນະສະເພາະກິດ ຫຼື ຂໍ້ມູນນີ້ ກໍບໍ່ໄດ້ຜ່ານການວິເຄາະ ໂດຍຄະນະສະເພາະກິດ.”

ໂຄສົກທຳນຽບຂາວ ໄດ້ກ່າວອີກວ່າ “ສຸຂະພາບຂອງປະຊາຊົນຊາວອາເມຣິກັນ ຍັງຄົງເປັນບູລິມະສິດສູງສຸດຂອງປະທານາທິບໍດີ ທຣຳ ແລະອັນນັ້ນ ຈະສືບຕໍ່ໄປ ຂະນະທີ່ພວກເຮົາຕິດຕາມເບິ່ງຄວາມພະຍາຍາມຂອງແຕ່ລະລັດ ເພື່ອຈະຜ່ອນຄາຍຂໍ້ຈຳກັດຕ່າງໆ.”

ບົດລາຍງານຂອງລັດຖະບານ ໄດ້ກ່າວວ່າ ຈຳນວນຂອງການເສຍຊີວິດຈາກໄວຣັສ ໂຄໂຣນາອາດສູງຂຶ້ນເຖິງ 3,000 ຄົນ ຕໍ່ວັນໃນສີ່ອາທິດຂ້າງໜ້າ ຊຶ່ງສູງຂຶ້ນຢ່າງຫຼວງຫຼາຍ ຈາກຕົວເລກໃນປັດຈຸບັນ ທີ່ມີຢູ່ປະມານ 1,750 ຄົນ ອີງຕາມໜັງສືພິມ ນິວຢອກໄທມສ໌.

ແບບຈຳລອງຂອງໄວຣັສໂຄໂຣນາອີກອັນນຶ່ງຕ່າງຫາກ ຊຶ່ງໃນເບື້ອງຕົ້ນ ໄດ້ຖືກນຳໃຊ້ໂດຍທຳນຽບຂາວນັ້ນ ກໍຍັງໄດ້ຄາດຄະເນໃນວັນຈັນວານນີ້ ການເພີ້ມຂຶ້ນຂອງຈຳນວນຜູ້ເສຍຊີວິດຈາກໄວຣັສໂຄໂຣນາສຳລັບສະຫະລັດ ພາຍໃນໄລຍະເດືອນສິງຫາ. ສະຖາບັນວັດແທກແລະປະເມີນຜົນດ້ານສຸຂະພາບ ຫຼື HME ຢູ່ທີ່ມະຫາວິທະຍາໄລວໍຊິງຕັນ ຂະແໜງການແພດ ໄດ້ຄາດຄະເນວ່າ ຈະມີ ປະ ຊາຊົນຫຼາຍກວ່າ 134,000 ຄົນເສຍຊີວິດ ໃນສະຫະລັດ ພາຍໃນໄລຍະເດືອນສິງຫາ ຊຶ່ງເປັນການເພີ້ມຂຶ້ນຈາກທີ່ຕົນໄດ້ຄາດຄະນະເນໄປ ເມື່ອອາທິດແລ້ວນີ້ ຄືປະມານ 72,000 ຄົນ ທີ່ຈະເສຍຊີວິດໃນໄລຍະເວລາດຽວກັນນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG