ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານພອມພຽວ ກ່າວວ່າ 'ມີຫຼັກຖານຫຼາຍຢ່າງ' ສະແດງວ່າ ໄວຣັສໂຄໂຣນາ ມີຕົ້ນຕໍ ຈາກຫ້ອງທົດລອງຈີນ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ຖະແຫຼງຕໍ່ກອງປະຊຸມນັກຂ່າວ ຢູ່ກະຊວງຕ່າງປະເທດ ເມື່ອວັນທີ 29 ເມສາປີ 2020. (AP Photo/Andrew Harnik, Pool)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ຖະແຫຼງຕໍ່ກອງປະຊຸມນັກຂ່າວ ຢູ່ກະຊວງຕ່າງປະເທດ ເມື່ອວັນທີ 29 ເມສາປີ 2020. (AP Photo/Andrew Harnik, Pool)

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວໃນວັນອາທິດວານນີ້ວ່າ “ມິຫຼັກຖານຢ່າງຫຼວງຫຼາຍ” ທີ່ສະແດງໃຫ້ເຫັນວ່າ ໂຣກລະບາດໄວຣັສໂຄໂຣນາ ມີຕົ້ນຕໍຢູ່ທີ່ຫ້ອງທົດລອງຫຼືຫ້ອງແລັບເມືອງວູຮານ ປະເທດຈີນ ບໍ່ແມ່ນຢູ່ທີ່ຕະຫຼາດ ໃນບໍລິເວນໃກ້ຄຽງ ແຕ່ກໍບໍ່ຍອມເວົ້າວ່າ ສະຫະລັດເຊື່ອວ່າ ເຊື້ອໄວຣັສດັ່ງກ່າວໄດ້ຖືກປ່ອຍອອກມ າດ້ວຍຄວາມຕັ້ງໃຈຫຼືໍບໍ່?

ພວກເຈົ້າໜ້າທີ່ສືບລັບສະຫະລັດກ່າວໃນອາທິດແລ້ວນີ້ວ່າ ຕົນພວມສືບສວນເບິ່ງຢູ່ວ່າ ການລະບາດຂອງພະຍາດໂຄວິດ-19 ໃນຂັ້ນຕົ້ນແມ່ນເປັນຜົນມາຈາກການຈັບບາຍຫຼືແຕະຕ້ອງກັບສັດປ່າ ຫຼືເປັນອຸບັດຕິເຫດທີ່ຫ້ອງທົດລອງຂອງສະຖາບັນໄວຣັສທີ່ເມືອງວູຮານ.

ທ່ານພອມພຽວກ່າວຕໍ່ອົງການຂ່າວ ABC ໃນອາທິດນີ້ ວ່າ “ຈື່ໄດ້ບໍວ່າ ຈີນມີປະຫວັດມາແລ້ວໃນການທີ່ຈະໃຫ້ໂລກຕິດເຊື້ອພະຍາດແລະພວກເຂົາເຈົ້າມີປະຫວັດ ໃນການຄຸ້ມຄອງຫ້ອງທົດລອງທີ່ບໍ່ໄດ້ມາດຕະຖານ. ນີ້ບໍ່ແມ່ນເທື່ອທຳອິດ ທີ່ພວກເຮົາໄດ້ເຮັດໃຫ້ໂລກ ຖືກເຜີຍໃສ່ເຊື້ອໄວຣັສ ອັນເປັນຜົນມາຈາກ ຄວາມລົ້ມແຫຼວຢູ່ໃນຫ້ອງທົດລອງຂອງຈີນ.”

ຫົວໜ້ານັກການທູດຂອງສະຫະລັດ ກ່າວວ່າ ມີ “ຄວາມເຊື່ອໝັ້ນໃນລະດັບສູງ” ທີ່ວ່າເຊື້ອໄວຣັສນີ້ ມາຈາກຫ້ອງທົດລອງເມືອງວູຮານ ຊຶ່ງພວມທຳການສຶກສາເບິ່ງເຊື້ອໄວຣັສໃນໝູ່ເຈຍ.

ທ່ານພອມພຽວກ່າວຕື່ມວ່າ “ມີຫຼັກຖານຢ່າງຫຼວງຫຼາຍທີ່ສະແດງໃຫ້ເຫັນວ່າ ບ່ອນໃດທີ່ເລື້ອງທັງໝົດໄດ້ເລີ້ມຕົ້ນຂຶ້ນ.”

ທ່ານພອມພຽວກ່າວວ່າ ບໍ່ມີເຫດຜົນໃດໆທີ່ຈະສົງໄສຄວາມເຫັນຢ່າງເປັນເອກກະພາບຂອງປະຊາຄົມສືບລັບສະຫະລັດທີ່ວ່າ “ເຊື້ອໄວຣັສນີ້ບໍ່ແມ່ນຄົນເຮັດຂຶ້ນມາຫຼືໄດ້ມີການປັບປ່ຽນທາງພັນທຸກຳ.”

ແຕ່ທ່ານກໍໄດ້ຖິ້ມໂທດໃສ່ຈີນ ທີ່ໄດ້ແຈ້ງໃຫ້ໂລກຂອງເຮົາຮູ້ຈັກຊ້າເກີນໄປກ່ຽວກັບໄພຂົ່ມຂູ່ຂອງໂຄວິດ-19 ທີ່ພວມຈະເກີດຂຶ້ນໃນເວລານັ້ນ.

ທ່ານກ່າວວ່າ ກໍລະນີຕິດເຊື້ອຢູ່ໃນທົ່ວໂລກເວລານີ້ ແມ່ນກາຍ 3 ລ້ານ 4 ແສນຄົນແລ້ວ ໂດຍມີຜູ້ເສຍຊີວິດເກືອບ 245,000 ຄົນນັ້ນ ອາດຈະບໍ່ຮ້າຍແຮງປານນີ້ ຖ້າຈີນຫາກ “ບໍ່ພະຍາຍາມປິດບັງ, ເຊື່ອງໄວ້ ແລະສ້າງຄວາມສັບສົນ ໂດຍການນຳໃຊ້ອົງການອະນາໄມໂລກ ຫຼື WHO ເພື່ອເປັນເຄື່ອງມື ໃນການປົກປິດແບບດຽວກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG