ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແນວທາງ ການຢູ່ຫ່າງກັນໃນສັງຄົມ ຈະຄ່ອຍໆໝົດໄປ ຂະນະທີ່ ສຫລ ເພັ່ງເລັງໃສ່ ການເປີດປະເທດຄືນ


ຄົນຂີ່ລົດຖີບ ທີ່ຈະຕຸລັດ Times Square ໃນນະຄອນນິວຢອກ ເມື່ອຄືນວັນທີ 29 ເມສາ ປີ 2020 ຂະນະທີ່ ປ. ທຣຳ ປະກາດວ່າ ລັດຖະບານບໍ່ມີແຜນການ ຈະຕໍ່ອາຍຸແນວທາງຫຼືລະບຽບໃຫ້ຢູ່ຫ່າງກັນໃນສັງຄົມ.
ຄົນຂີ່ລົດຖີບ ທີ່ຈະຕຸລັດ Times Square ໃນນະຄອນນິວຢອກ ເມື່ອຄືນວັນທີ 29 ເມສາ ປີ 2020 ຂະນະທີ່ ປ. ທຣຳ ປະກາດວ່າ ລັດຖະບານບໍ່ມີແຜນການ ຈະຕໍ່ອາຍຸແນວທາງຫຼືລະບຽບໃຫ້ຢູ່ຫ່າງກັນໃນສັງຄົມ.

ລັດຖະບານທ່ານ ທຣຳ ບໍ່ມີແຜນທີ່ຈະຕໍ່ອາຍຸ ແນວທາງໃນການຢູ່ຫ່າງກັນໃນສັງຄົມຂອງລັດຖະບານກາງທີ່ຈະໝົດອາຍຸໃນວັນພະຫັດມື້ນີ້, ແຕ່ກົງກັນຂ້າມ ໄດ້ເພັ່ງເລັງໃສ່ ຄວາມພະຍາຍາມຂອງເຂົາເຈົ້າ ທີ່ຈະເຮັດວຽກກັບລັດຕ່າງໆ ກ່ຽວກັບ ແຜນການເປີດປະເທດຄືນ.

ຜູ້ປົກຄອງລັດແຕ່ລະຄົນແມ່ນກຳລັງຕັດສິນໃຈວ່າ ເວລາໃດ ແລະ ຈະໃຊ້້ເວລາ ດົນຊໍ່າໃດເພື່ອຫຼຸດຜ່ອນຂໍ້ຫ້າມຕ່າງໆ ຕໍ່ທຸລະກິດທີ່ບໍ່ຈຳເປັນທັງຫຼາຍ, ການເຕົ້າ ໂຮມກັນເປັນກຸ່ມ ແລະ ການຮຽກຮ້ອງໃຫ້ປະຊາຊົນຢູ່ບ້ານ.

ທ່ານ ທຣຳ ໄດ້ກ່າວໃນວັນພຸດວານນີ້ວ່າ ແນວທາງຂອງລັດຖະບານກາງໄດ້ຖືກປະກາດເທື່ອທຳອິດໃນກາງເດືອນມີນານັ້ນ ຈະ “ຄ່ອຍໆຫາຍໄປ,” ໃນຂະນະທີ່ລັດຖະບານຂອງທ່ານ ປຶກສາຫາລືກັບບັນດາຜູ້ປົກຄອງລັດ ກ່ຽວກັບ ແຜນການ ຂອງເຂົາເຈົ້າ.

ບັນດາເຈົ້າໜ້າທີ່ສາທາລະນະສຸກໄດ້ເຕືອນ ກ່ຽວກັບ ການເຄື່ອນໄຫວໄວໂພດຕໍ່ “ຄວາມປາຖະໜາຂອງທ່ານ ທຣຳ ທີ່ຈະນຳປະເທດກັບຄືນສູ່ສະພາບປົກກະຕິ,” ໂດຍເວົ້າວ່າ ການເຮັດແນວນັ້ນຈະສ່ຽງກໍ່ໃຫ້ເກີດການຕິດຕໍ່ຄື້ນໃໝ່.

ຫຼາຍລັດແມ່ນໄດ້ເລີ່ມທີ່ຈະອະນຸຍາດໃຫ້ທຸລະກິດເລີ່ມປະຕິບັດງານຫຼາຍຂຶ້ນກວ່າ ເກົ່າ ພ້ອມກັບແນວທາງການຢູ່ຫ່າງກັນໃນສັງຄົມ ເຊັ່ນຂະຫຍາຍຊ່ອງຫວ່າງລະ ຫວ່າງໂຕະອາຫານ, ໃນຂະນະທີ່ລັດອື່ນໆ ໄດ້ປະກາດແຜນການທີ່ຈະຫຼຸດຜ່ອນ ຄຳສັ່ງກັກບໍລິເວນ ໃນສອງສາມອາທິດຈະມາເຖິງນີ້.

ຜູ້ປົກຄອງລັດ ຄາລິຟໍເນຍ ທ່ານ ແກວິນ ນິວຊໍາ ແມ່ນມີກຳນົດ ທີ່ຈະສັ່ງປິດ ຫາດຊາຍທະເລ ແລະ ສວນສາທາລະນະຕ່າງໆ ໃນລັດຂອງທ່ານ ໃນວັນສຸກ ມື້ອື່ນນີ້ ຫຼັງຈາກປະຊາຊົນຫຼາຍສິບພັນຄົນໄດ້ຝ່າຝືນຄຳສັ່ງຢູ່ໃນບ້ານ ເມື່ອທ້າຍ ອາທິດທີ່ຜ່ານມາ.

ທ່ານ ນິວຊຳ ກ່າວວ່າ ທ່ານມີແຕ່ຈະພິຈາລະນາການຜ່ອນເບົາຂໍ້ຫ້າມຕ່າງໆທົ່ວ ລັດ ເມື່ອມີຕົວເລກຕ່າງໆທີ່ທ່ານພໍໃຈ, ເຊັ່ນຕົວເລກການຫຼຸດລົງຂອງກໍລະນີ ການຕິດເຊື້ອເປັນເວລາສອງອາທິດ ແລະ ມີອຸປະກອນກວດໂຣກທົ່ວລັດ ສະນັ້ນ ບັນດາເຈົ້າໜ້າທີ່ຈຶ່ງສາມາດແຍກປ່ຽວຜູ້ຕິດເຊື້ອຢ່າງວ່ອງໄວ ແລະ ກວດຜູ້ທີ່ໄດ້ ພົວພັນໃກ້ຊິດດ້ວຍ.

ເຈົ້າຄອງນະຄອນ ລອສ ແອນເຈີລິສ ທ່ານ ເອຣິກ ກາເຊັດຕິ ໄດ້ກ່າວໃນວັນ ພຸດວານນີ້ວ່າ ນະຄອນຂອງທ່ານ ແມ່ນກຳລັງຂະຫຍາຍສະຖານທີ່ກວດໂຣກ ເພື່ອຕ້ອນຮັບທຸກຄົນຜູ້ທີ່ຢາກກວດໂຣກ.

ທ່ານ ກາເຊັດຕິ ໄດ້ກ່າວວ່າ “ຖ້າເຈົ້າຄິດວ່າເຈົ້າຕິດ COVID-19, ແລະ ຢາກ ຮັບປະກັນວ່າ ເຈົ້າບໍ່ຕິດ, ຫຼື ເຈົ້າໄດ້ຢູ່ໃກ້ຜູ້ທີ່ມີອາການນັ້ນ, ໃຫ້ພວກເຈົ້າໄປ ກວດໂລດ. ພວກເຮົາສາມາດເຮັດໄດ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG