ລັດຖະບານເກົາຫຼີໃຕ້ໄດ້ໂຕ້ແຍ້ງລາຍງານຂ່າວຕ່າງໆທີ່ວ່າຜູ້ນຳເກົາຫຼີເໜືອ ທ່ານ
ກິມ ຈົງ ອຶນ ໄດ້ລົມປ່ວຍແຮງ ຫຼັງຈາກຜ່າຕັດຫົວໃຈ.
ເຈົ້າໜ້າທີ່ອະວຸໂສຄົນນຶ່ງຂອງກະຊວງການຕ່າງປະເທດເກົາຫຼີໃຕ້ ກ່າວຕໍ່ວີໂອເອວ່າ “ພວກເຮົາບໍ່ມີຫຍັງຫຼາຍ ທີ່ສາມາດໃຫ້ການຢືນຢັນວ່າ (ກິມ ຈົງ ອຶນ) ມີບັນ ຫາທາງດ້ານສຸຂະພາບ.”
ໂຄສົກຄົນນຶ່ງຂອງທຳນຽບປະທານາທິບໍດີເກົາຫຼີໃຕ້ກ່າວກ່ອນໜ້ານີ້ວ່າ ເກົາຫຼີໃຕ້ບໍ່ໄດ້ສັງເກດເຫັນກິດຈະກຳທີ່ຜິດປົກກະຕິໃດໆຢູ່ໃນເກົາຫຼີເໜືອ ແລະ “ບໍ່ມີຫຍັງທີ່ຈະໃຫ້ການຢືນຢັນ” ກ່ຽວກັບລາຍງານຂ່າວກ່ຽວກັບທ່ານກິມ ທີ່ໄດ້ຫາຍໜ້າຫາຍຕາໄປພິທີສະເຫຼີມສະຫຼອງທີ່ສຳຄັນ ເມື່ອສັບປະດາແລ້ວນີ້.
ໜັງສືພິມລາຍວັນ ອອນລາຍນ໌ NK ຂອງເກົາຫຼີໃຕ້ ຊຶ່ງມີຕາໜ່າງການຕິດຕໍ່ ຢູ່ໃນເກົາຫຼີເໜືອ ໃນວັນອັງຄານວານນີ້ ແຈ້ງວ່າ ທ່ານກິມ ມີິອາການທຸ່ນທ່ຽງແລ້ວຫຼັງຈາກໄດ້ຜ່າຕັດຫົວໃຈ.
ລາຍງານໄດ້ອ້າງແຫຼ່ງຂ່າວທີ່ບໍ່ປະສົງອອກຊື່ ທີ່ໄດ້ຄາດຄະເນວ່າ ການຜ່າຕັດມີຂຶ້ນຍ້ອນເຫດຜົນຫຼາຍປະການ ຮວມທັງຄວາມອ້ວນຫຼືຕຸ້ຍພີຂອງທ່ານກິມ ນິໄສການສູບຢາຢ່າງໜັກ ແລະການເຮັດວຽກເຮັດການ “ຫຼາຍໂພດ.”
ຕາໜ່າງໂທລະພາບ CNN ທີ່ມີສຳນັກງານຕັ້ງຢູ່ສະຫະລັດ ຕໍ່ມາໄດ້ອ້າງຄຳເວົ້າ ຂອງເຈົ້າໜ້າທີ່ສະຫະລັດ ທີ່ກ່າວວ່າ ຕົນພວມຕິດຕາມເບິ່ງຂ່າວກອງທີ່ວ່າ ທ່ານກິມກຳລັງຕົກຢູ່ໃນ “ອັນຕະລາຍຮ້າຍແຮງ” ຫຼັງຈາກການຜ່າຕັດ. ລັກສະນະຂອງຂ່າວກອງກ່ຽວກັບເລື້ອງນີ້ ແມ່ນຍັງບໍ່ທັນເປັນທີ່ຈະແຈ້ງ.
ນອກນັ້ນຍັງມີການອ້າງຄຳເວົ້າຂອງເຈົ້າໜ້າທີ່ສະຫະລັດອີກທ່ານນຶ່ງທີ່ບໍໄດ້ລະບຸຊື່ ທີ່ ກ່າວວ່າ “ມີການແຈ້ງໃຫ້ທຳນຽບຂາວຊາບວ່າ ທ່ານກິມໄດ້ຮັບການຜ່າຕັດເມື່ອອາແລ້ວນີ້ ແລະມີອາການຮ້າຍແຮງລົງຕື່ມ.” ລາຍງານແຈ້ງວ່າ ທ່ານກິມ ແມ່ນມີອາການສາຫັດ.