ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂັ້ນຕອນສັນຕິພາບ ໃນອັຟການິສຖານ ຄືບໜ້າເລັກນ້ອຍ ຂະນະທີ່ເກີດຄວາມຮຸນແຮງຮອບໃໝ່


ຮູບຖ່າຍເມື່ອວັນທີ 8 ເມສາ 2020 ທະຫານກອງທັບແຫ່ງຊາດອັຟການິສຖານຄົນນຶ່ງ ພວມຢືນຍາມ ທີ່ດ່ານກວດ ໃກ້ໆຖານທັບບັກຣາມ ທີ່ຕັ້ງຢູ່ທາງເໜືອນະຄອນຫຼວງກາບູລ.
ຮູບຖ່າຍເມື່ອວັນທີ 8 ເມສາ 2020 ທະຫານກອງທັບແຫ່ງຊາດອັຟການິສຖານຄົນນຶ່ງ ພວມຢືນຍາມ ທີ່ດ່ານກວດ ໃກ້ໆຖານທັບບັກຣາມ ທີ່ຕັ້ງຢູ່ທາງເໜືອນະຄອນຫຼວງກາບູລ.

ກຸ່ມຕາລີບານໄດ້ປ່ອຍທະຫານອັຟການິສຖານຈຸທີສອງໃນວັນພະຫັດວານນີ້ ຊຶ່ງເປັນສ່ວນນຶ່ງຂອງການແລກປ່ຽນຊະເລີຍ ກັບລັດຖະບານກາບູລ ທີ່ແນໃສ່ເພື່ອເປີດການເຈລະຈາສັນຕິພາບ ລະຫວ່າງພັກຝ່າຍຕ່າງໆທີ່ເຮັດສົງຄາມໃນອັຟການິສຖານ.

ຄວາມກ້າວໜ້າທີ່ຊ້າທີ່ສຸດ ໃນຂັ້ນຕອນສັນຕິພາບທີ່ລິເລີ້ມໂດຍສະຫະລັດ ມີຂຶ້ນໃນຂະນະທີ່ກະຊວງປ້ອງກັນປະເທດກ່າວວ່າ ການໂຈມຕີໃນຄືນແລ້ວນີ້ໂດຍກຸ່ມຕາລີບານ ຕໍ່ຄ້າຍທະຫານກອງທັບແຫ່ງຊາດແຫ່ງນຶ່ງໃນແຂວງໂລກາ ທາງພາກຕາເວັນອອກຂອງປະເທດ ໄດ້ສັງຫານກຳລັງຮັກສາຄວາມສະຫງົບຢ່າງນ້ອຍ 9 ຄົນ.

ກະຊວງປ້ອງກັນປະເທດກ່າວວ່າ ການໂຈມຕີດັ່ງກ່າວໄດ້ຖືກຂັບໄລ່ໃຫ້ແຕກຖອຍໄປ ໂດຍກຳລັງກອງທັບແຫ່ງຊາດທີ່ກ້າຫານ ແລະພວກໂຈມຕີຕາລີບານ ໄດ້ຮັບຄວາມປະລາໄຊ ແລະກ່າວຕື່ມວ່າ ກຳລັງອັຟການິສຖານ ຍັງໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ພວກກະບົດແລະຊາກສົບຂອງພວກເຂົາຈຳນວນນຶ່ງໄດ້ຖືກປະຖິ້ມໄວ້ຢູ່ໃນສະໜາມລົບ.

ຍັງບໍ່ມີການໃຫ້ຄວາມເຫັນໃດໆຈາກກຸ່ມກະບົດຕາລີບານກ່ຽວກັບການສູ້ລົບກັນຢູ່ທີ່ແຂວງໂລກາ.

ໂຄສົກຂອງກຸ່ມຕາລີບານ ທ່ານຊູເຮລ ຊາຮີນ ກ່າວຢູ່ໃນຖະແຫຼງການສະບັບນຶ່ງໃນວັນພະຫັດວານນີ້ວ່າ ທະຫານແລະຕຳຫຼວດອັຟການິສຖານ 20 ຄົນ ໄດ້ຖືກປ່ອຍ ໃກ້ໆເມືອງເອກ ຂອງແຂວງລັກແມນ ໃນພາກຕາເວັນອອກຂອງປະເທດ.

ໃນຮອບອາທິດທີ່ຜ່ານມານີ້ ກຸ່ມກະບົດຕາລີບານ ໄດ້ປ່ອຍພວກເຈົ້າໜ້າທີ່ລັດຖະບານທີ່ຖືກຈັບຈຳນວນ 40 ຄົນ ແລະກາບູລ ໄດ້ປ່ອຍພວກຊະເລີຍກະບົດ 361 ຄົນ.

ກຸ່ມຕາລີບານຕ້ອງໄດ້ປ່ອຍພວກທີ່ຖືກຈັບ 1,000 ຄົນສ່ວນໃຫຍ່ແລ້ວເປັນກຳລັງຮັກສາຄວາມສະຫງົບ ເພື່ອແລກປ່ຽນກັບຊະເລີຍຕາລີບານ 5,000 ຄົນທີ່ລັດຖະບານຄວບຄຸມໂຕຢູ່.

ການແລກປ່ຽນພວກນັກໂທດ ແມ່ນສ່ວນນຶ່ງຂອງຂໍ້ຕົກລົງທີ່ສຳຄັນ ໃນວັນທີ 29 ກຸມພາຜ່ານມາ ຊຶ່ງສະຫະລັດໄດ້ເຊັນກັບກຸ່ມຕາລີບານຢູ່ປະເທດກາຕ້າເພື່ອຊອກຫາຊ່ອງທາງເປີດການເຈລະຈາ ແກ້ໄຂບັນຫາສົງຄາມ ທີ່ແກ່ຍາວມາໄດ້ 19 ປີແລ້ວນັ້ນ.

ຂໍ້ຕົກລົງສ້າງສັນຕິພາບດັ່ງກ່າວ ບັງຄັບໃຫ້ກຳລັງ ທີ່ຢູ່ພາຍໃຕ້ການນຳພາຂອງສະຫະ ລັດ ຄ່ອຍໆຖອນອອກໄປຈາກອັຟການິສຖານ ພາຍໃນເດືອນກໍລະກົດປີ 2021 ຊຶ່ງຈະ ເຮັດໃຫ້ການແຊກແຊງທາງທະຫານໃນຕ່າງປະເທດທີ່ດົນນານທີ່ສຸດຂອງວໍຊິງຕັນ ສິ້ນສຸດລົງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG