ພວກເຈົ້າໜ້າທີ່ສາທາລະນະສຸກຢູ່ເມືອງວູຮານ ຊຶ່ງເປັນຈຸດສູນກາງໃນການລະບາດ ຂອງໄວຣັສໂຄໂຣນາ ຫຼືໂຄວິດ-19 ຢູ່ຈີນ ໄດ້ປັບປ່ຽນໂຕເລກຜູ້ເສຍຊີວິດ ຍ້ອນເຊື້ອໄວຣັສດັ່ງກ່າວ ເພີ້ມຂຶ້ນເປັນຫຼາຍກວ່າ 50 ເປີເຊັນ ໃນວັນສຸກມື້ນີ້.
ມີການຕື່ມຈຳນວນຜູ້ເສຍຊີວິດ 1,290 ຄົນ ໃສ່ໂຕເລກຂອງສູນກາງຄວບຄຸມ ແລະປ້ອງກັນໂຣກລະບາດ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດເປັນ 3,869 ຄົນ.
ນອກນັ້ນ ເຈົ້າໜ້າທີ່ຍັງເພີ້ມຈຳນວນຜູ້ຕິດເຊື້ອຂຶ້ນຕື່ມອີກ 325 ຄົນ ເປັນທັງໝົດ 50,333 ກໍລະນີ.
ເຈົ້າໜ້າທີ່ລັດຖະບານທ້ອງຖິ່ນກ່າວຜ່ານທາງສື່ສັງຄົມວ່າ ບາງກໍລະນີໄດ້ມີການລາຍງານຢ່າງຜິດພາດ ຫຼືບໍ່ໄດ້ຖືກລາຍງານໂດຍທັງໝົດ.
ປະທານາທິບໍດີດໍໂນລ ທຣຳ ກ່າວໃນມື້ວັນພະຫັດວານນີ້ວ່າ ຄວາມປອດໄພແລະສຸຂະ ພາບຂອງຊາວອາເມຣິກັນຈະເປັນບູລິມະສິດທີ່ສຳຄັນສຸດໃນການເຄື່ອນໄຫວ ໂດຍລັດຖະບານຂອງທ່ານ ທີ່ຈະເປີດປະເທດຄືນໃໝ່ນັ້ນ.
ທ່ານທຣຳ ແລະຄະນະປະຕິບັດງານພິເສດຮັບມືກັບໄວຣັສໂຄໂຣນາຂອງລັດຖະບານທ່ານ ໄດ້ເປີດເຜີຍແຜນການ ທີ່ຈະເປີດປະເທດຄືນແບບຄ່ອຍເປັນຄ່ອຍໄປແລະໃຫ້ຊາວອາເມຣິກັນໄດ້ກັບຄືນໄປເຮັດວຽກ. ທ່ານກ່າວວ່າ ບາງເຂດຂອງປະເທດແມ່ນພ້ອມແລ້ວ ທີ່ຈະເປີດຄືນ ແລກຢ່າງໜ້ອຍ 29 ລັດ ກໍພ້ອມແລ້ວທີ່ຈະເປີດຄືນ “ໃນໄວໆນີ້.” ທ່ານກ່າວວ່າ ການຕັດສິນໃຈດັ່ງກ່າວແມ່ນຈະປ່ອຍໃຫ້ບັນດາຜູ້ປົກຄອງລັດແລະຜູ້ນຳໃນເຂດທ້ອງຖິ່ນ ເປັນຜູ້ຕັດສິນໃຈເອງ.
ການປະກາດຂອງທ່ານທຣຳມີຂຶ້ນບໍ່ເທົ່າໃດຊົ່ວໂມງຫຼັງຈາກເຈົ້າຄອງນະຄອນຫຼວງ
ວໍຊິງຕັນທ່ານນາງມີຣຽລ ບາວເຊີ (Mureil Bowser) ໄດ້ຕໍ່ອາຍຸການກັກໂຕໃຫ້ຢູ່ໃນເຮືອນໄປຕື່ມອີກ 2 ອາທິດ ຈົນຮອດວັນທີ 15 ພຶດສະພາ. ທ່ານນາງກ່າວວ່າ ມາດຕະການດັ່ງກ່າວນີ້ ຈະມີຜົນບັງຄັບຕໍ່ໄປ ຈົນກວ່າກໍລະນີຕິດເຊື້ອໃໝ່ຈະຫລຸດລົງຢ່າງສະໝ່ຳສະເໝີ ເປັນເວລາ 2 ອາທິດ.
ຈຳນວນຜູ້ຕິດເຊື້ອໄວຣັສໂຄໂຣນາ ຫຼື ໂຄວິດ-19 ຍັງສືບຕໍ່ມີຈຳນວນເພີ້ມຂຶ້ນຢູ່ໃນສະຫະລັດ ຊຶ່ງມາຈົນຮອດວັນພະຫັດວານນີ້ ມີຈຳນວນຜູ້ຕິດເຊື້ອທັງໝົດ 677,000 ກໍ
ລະນີ ແລະເກືອບ 35,000 ຄົນເສຍຊີວິດ ອີງຕາມອົງການອະນາໄມໂລກ.
ລັດນິວຢອກແມ່ນປະກອບເປັນນຶ່ງສ່ວນສາມ ຂອງກໍລະນີຕິດເຊື້ອທັງໝົດຢູ່ໃນສະຫະ ລັດ. ພວກເຈົ້າໜ້າທີ່ສາທາລະນະສຸກກ່າວວ່າ ຈຳນວນຜູ້ຕິດເຊື້ອໄວຣັສໂຄໂຣນາ ໃນສະຫະລັດ ບໍ່ໄດ້ເພີ້ິ້ມຂຶ້ນຢ່າງຫຼວງຫຼາຍອີກ ແຕ່ການລະບາດຂອງພະຍາດຮ້າຍແຮງດັ່ງກ່າວ ແມ່ນຍັງອີກດົນຈຶ່ງຈະສິ້ນສຸດລົງ.