ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການຖົກຖຽງກັນ ໃນລັດຖະສະພາ ກ່ຽວກັບ ປ. ທຣຳ ໂຈະໃຫ້ທຶນ ແກ່ອົງການອະນາໄມໂລກ


ທີ່ແນມເຫັນຄືຕຶກລັດຖະສະພາສະຫະລັດ ໃນຕອນທີ່ຕາເວັນພວມໃກ້ຈະຕົກ ເມື່ອວັນທີ 26 ກໍລະກົດ 2019. REUTERS/Erin Scott/File Photo - RC2MAE9HKVKB
ທີ່ແນມເຫັນຄືຕຶກລັດຖະສະພາສະຫະລັດ ໃນຕອນທີ່ຕາເວັນພວມໃກ້ຈະຕົກ ເມື່ອວັນທີ 26 ກໍລະກົດ 2019. REUTERS/Erin Scott/File Photo - RC2MAE9HKVKB

ສະມາຊິກລັດຖະສະພາສັງກັດພັກເດໂມແຄຣັດ ປະນາມການປະກາດຂອງປະທາ
ນາທິບໍດີດໍໂນລ ທຣຳ ທີ່ທ່ານຈະໂຈະການໃຫ້ທຶນ ສະໜັບສະໜັບ ແກ່ອົງການອະ
ນາໄມໂລກ ຫຼື WHO ອີງຕາມຄວາມເຊື່ອຂອງທ່ານ ທີ່ວ່າ ອົງການສາກົນດັ່ງກ່າວ
ບໍ່ສາມາດບັງຄັບໃຫ້ຈີນ ເປັນຜູ້ຮັບຜິດຊອບ ຕໍ່ວິກິດການໄວຣັສໂຄໂຣນາ.

ທ່່ານນາງແນນຊີ ເພໂລຊີ ປະທານສະພາຕ່ຳສະຫະລັດ ກ່າວຢູ່ໃນຖະແຫຼງການສະບັບນຶ່ງ ທີ່ອອກໃນວັນພຸດວານນີ້ ທີ່ເວົ້າວ່າ ການຕັດສິນໃຈນີ້ແມ່ນເປັນໄພອັນຕະລາຍ ຜິດກົດໝາຍ ແລະຈະໄດ້ຮັບການທ້າທາຍຢ່າງວ່ອງໄວ.

ທ່ານນາງເພໂລຊີ ແລະສະມາຊິກຄົນອື່ນໆຂອງພັກເດໂມແຄຣັດ ໄດ້ເຕືອນເຖິງການຢຸດໃຫ້ເງິນສະໜັບສະໜຸນຕໍ່ອົງການທີ່ຮັບຜິດຊອບໃນດ້ານສາທາລະນະສຸກຂອງສະຫະປະຊາຊາດ ຈະເຮັດໃຫ້ການປະສານງານລະຫວ່າງປະເທດທີ່ຈຳເປັນຂອງອົງການດັ່ງກ່າວ ເພື່ອຮັບມືກັບໂຣກລະບາດຮ້າຍແຮງຂອງໂລກນັ້ນເປັນອຳມະພາດ.

ສະມາຊິກສະພາສູງແພັດຕຣິກ ເລຮີ ຮອງປະທານຄະນະກຳມະການຈັດສັນງົບປະມານ ກ່າວປຽບທຽບການເຄື່ອນໄຫວດັ່ງກ່າວນີ້ວ່າ “ເປັນການຢຸດສົ່ງລູກປືນ ໃຫ້ໃນຂະນະທີ່ສັດຕູພວມບຸກໃກ້ເຂົ້າມາ.” ທ່ານເລຮີກ່າວຕື່ມວ່າ ການຕ້ອງຕິອົງການອະນາໄມໂລກຂອງປະທານາທິບໍດີແມ່ນເປັນຄວາມພະຍາຍາມທີ່ຈະຫັນເຫຄວາມສົນໄປຈາກຂັ້ນຕອນໃນການຕັດສິນໃຈຂອງທ່ານເອງ ໃນຂະນະທີ່ເຊື້ອໄວຣັສລະບາດໄປທົ່ວໂລກນັ້ນ.

ທ່ານທຣຳກ່າວຫາວ່າ ອົງການອະນາໄມໂລກ ໄດ້ມີການຊັກຊ້າໃນການຮັບຮູ້ເຖິງຄວາມຮ້າຍແຮງ ຂອງໂລກລະບາດນີ້ ແລະ “ຕຳໜິການໃຫ້ຂໍ້ມູນທີ່ຜິດພາດຂອງຈີນ” ກ່ຽວກັບເຊື້ອໄວຣັສດັ່ງກ່າວ.

ທ່ານເລຮີ ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ “ເຖິງແມ່ນໄດ້ມີການຈຳກັດຖ້ຽວບິນມາຈາກຈີນ ຊຶ່ງປະທານາທິບໍດີມັກຈະກ່າວໂອ້ອວດເຖິງ ຫຼັງຈາກໄດ້ຍົກຍ້ອງການຮັບມືຂອງຈີນ ຊຶ່ງມີຜູ້ຄົນເກືອບ 5 ແສນຄົນ ເຂົ້າມາໃນສະຫະລັດຈາກຈີນ ແລະເຊື້ອໄວຣັສນີ້ ກໍໄດ້ເຂົ້າມາປະເທດນີ້ ຈາກຢູໂຣບແລະບ່ອນອື່ນໆອີກດ້ວຍ.” ທ່ານເລຮີກ່າວຕື່ມວ່າ “ໂດຍບໍ່ຢາກຮັບເອົາຄວາມຮັບຜິດຊອບໃນຂະນະທີ່ຈຳນວນຜູ້ເສຍຊີວິດເພີ້ມຂຶ້ນ ທ່ານໄດ້ຖິ້ມໂທດໃສ່ຄົນອື່ນ.”

ໃນຈົດໝາຍສະບັບນຶ່ງທີ່ສົ່ງໄປຫາທຳນຽບຂາວໃນຄືນວັນອັງຄານຜ່ານມານີ້ ຄະນະກຳມະການສິ້ງຊອມການປະຕິບັດງານຂອງລັດຖະບານ ໄດ້ກ່າວເຖິງລາຍລະ ອຽດໃນຫ້າຈຸດ ຊຶ່ງເທື່ອຫລ້າສຸດແມ່ນມີຂຶ້ນໃນວັນທີ 13 ມີນາ ທີ່ປະທານາທິບໍດີທຣຳໄດ້ກ່າວຊົມເຊີຍປະທານປະເທດຈີນ ທ່ານສີ ຈິ້ນຜິງ ທີ່ໄດ້ພະຍາຍາມຄວບຄຸມການລະບາດຂອງໄວຣັສໂຄໂຣນາແລະໄດ້ແບ່ງປັນຂໍ້ມູນນັ້ນໃຫ້ກັບສະຫະລັດ.

ທ່ານທຣຳກ່າວວ່າ ລັດຖະບານຂອງທ່ານຈະໂຈະການໃຫ້ທຶນສະໜັບສະໜຸນໃນຂະນະທີ່ສະຫະລັດທົບທວນເບິ່ງອົງການອະນາໄມໂລກ ໃນໄລຍະ 60 ຫາ 90 ມື້ ໂດຍສັ່ງໃຫ້ສົ່ງເງິນເຫຼົ່ານັ້ນ ໄປໃຫ້ອົງການແລະປະເທດອືຶ່ນໆແທນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG