ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໒ ຕຸລາ ໒໐໒໓

ເຈົ້າໜ້າທີ່ອະວຸໂສ ສຫລ ພົບກັບ ຜູ້ຕາງໜ້າກຸ່ມຕາລີບານ ເພື່ອຊຸກຍູ້ ການເຈລະຈາ ສັນຕິພາບ


ສະມາຊິກໃນຄະນະເຈລະຈາຂອງກຸ່ມຕາລີບານ ເຂົ້າໄປໃນບ່ອນຈັດປະຊຸມ ລະຫວ່ງສະຫະລັດ ກັບກຸ່ມຕາລີບານ ທີ່ນະຄອນຫຼວງ ໂດຮາ ຂອງກາຕ້າ ເມື່ອວັນທີ 29 ສິງຫາ ປີ 2019.

ພວກເຈົ້າໜ້າທີ່ອະວຸໂສຂອງສະຫະລັດ ໄດ້ພົບປະກັບເຈົ້າໜ້າທີ່ກຸ່ມຕາລີບານທີ່ປະເທດກາຕ້າໃນວັນຈັນຜ່ານມາ ເພື່ອຫາລືກ່ຽວກັບ ການລະເມີດຂໍ້ຕົກລົງທີ່ທັງສອງຝ່າຍໄດ້ເຊັນກັນເມື່ອວັນທີ 29 ກຸມພາຜ່ານມາ ຮວມຢູ່ໃນຫຼາຍບັນຫາ ອີງຕາມໂຄສົກຂອງກຸ່ມຕາລີບານ.

ທ່ານຊູເຮລ ຊາຮີນ (Suhail Shaheen) ໂຄສົກຂອງຄະນະເຈລະຈາທາງດ້ານການເມືອງຂອງກຸ່ມຕາລີບານທີ່ນະຄອນໂດຮາ ຂຽນໃນທວີດເຕີ້ວ່າ ພວກເຂົາເຈົ້າໄດ້ກ່າວເຖິງ ການຈັດຕັ້ງປະຕິບັດຂໍ້ຕົກລົງໂດຍເຕັມ ຕະຫຼອດທັງການຊັກຊ້າໃນການປ່ອຍຊະເລີຍ. ການລະເມີດຂໍ້ຕົກລົງ ແລະບັນຫາຕ່າງໆ ພ້ອມທັງມີການຫາລືກັນກ່ຽວກັບຊ່ອງທາງໃນການແກ້ໄຂ.

ຜູ້ບັນຊາການກຳລັງສະຫະລັດໃນອັຟການິສຖານ ນາຍພົນອອສຕິນ ມິລເລີ ໄດ້ຕິດ ຕາມທ່ານຊາລເມ ຄາລີຊາດ ຊຶ່ງເປັນຫົວໜ້າຮັບຜິດຊອບ ກ່ຽວກັບຂໍ້ຕົກລົງລະຫວ່າງສະຫະລັດກັບຕາລີບານນັ້ນ ໄປຮ່ວມກອງປະຊຸມ ທີ່ເປັນເຈົ້າພາບໂດຍລັດຖະມົນຕີການຕ່າງປະເທດຂອງກາຕ້າ ຊິກໂມຮຳເໝັດ ບິນ ອັບດູຣ ຣາມານ ອາລ-ທານີ. ຄະນະຜູ້ແທນຂອງກຸ່ມຕາລີບານ ແມ່ນນຳພາໂດຍ ມູລລາ ອັບດູລ ການີ ບາຣາດາ ຊຶ່ງເປັນຫົວໜ້າຫ້ອງການດ້ານການເມືອງຂອງກຸ່ມຕາລີບານ ຢູ່ທີ່ນັ້ນ.

ພວກຫົວຮຸນກຸ່ມນີ້ ໄດ້ກ່າວຢ້ຳຊ້ຳແລ້ວຊ້ຳອີກວ່າ ຝ່າຍອາເມຣິກັນເປັນຜູ້ລະເມີຂໍ້ຕົກລົງ ໂດຍທຳການໂຈມຕີພວກພົນລະເຮືອນຫຼືກຳລັງຂອງຝ່າຍຕາລີບານ ທີ່ບໍ່ມີສ່ວນພົວພັນກັບການສູ້ລົບ. ແຕ່ພວກເຈົ້າໜ້າທີ່ສະະລັດໄດ້ປະຕິເສດກ່ຽວກັບເລື້ອງນີ້.

ໃນການຖະແຫຼງເມື່ອໄວໆມານີ້ ຊາບີອູລລາ ມູຈາຮີດ ໂຄສົກຂອງກຸ່ມຕາລີບານ ໄດ້ກ່າວອ້າງວ່າ ພວກຮຸນຮານອາເມຣິກັນ ແລະຫຸ່ນຂອງພວກເຂົາໃນທ້ອງຖິ່ນ ໄດ້ຖິ້ມລະເບີດສັງຫານພົນລະເຮືອນແລະທຳລາຍເຮືອນຊານບ້ານຊ່ອງຂອງເຂົາ ເຈົ້າໃນແຂວງບາດັກຊານ.

ໃນການໃຫ້ສຳພາດກັບວີໂອເອກ່ອນໜ້ານີ້ ທ່ານຊາຮີນ ກ່າວອ້າງວ່າ ກຳລັງຂອງສະຫະລັດໄດ້ໂຈມຕີກຳລັງຕາລີບານ ຊຶ່ງເປັນການລະເມີດຕໍ່ຂໍ້ຕົກລົງ.

ທ່ານຊາຮີນເວົ້າວ່າ ພວກເຂົາໄດ້ໂຈມຕີກຳລັງຍາມຂອງພວກເຮົາ ໃນຂະນະທີ່ບໍ່ມີການສູ້ລົບໃດໆ. ພວກເຂົາໄດ້ໂຈມຕີເຮືອນຊານຜູ້ຄົນ ໃນກອງທັບຂອງພວກເຮົາ ໃນເວລາກາງຄືນເວລາເຂົາເຈົ້າພວມນອນພັກຢູ່ ຫຼືບໍ່ກໍບຸກໂຈມຕີໃນຍາມຄ່ຳຄືນ.

ຂໍ້ຕົກລົງສະບັບເດືອນກຸມພາຜ່ານມາ ອະນຸຍາດໃຫ້ທັງສອງຝ່າຍປ້ອງກັນໂຕ ເວລາຖືກໂຈມຕີ ແຕ່ຫ້າມບໍ່ໃຫ້ເປັນຜູ້ລິເລີ້ມການໂຈມຕີ ຕໍ່ອີກຝ່າຍນຶ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG