ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ແລະຝຣັ່ງ ຕໍ່ອາຍຸ ການກັກໂຕ ໃຫ້ປະຊາຊົນ ຢູ່ໃນເຮືອນ ອອກໄປຕື່ມອີກ


ຜູ້ຊາຍຄົນນຶ່ງ ທີ່ເມືອງໄຮເດີຣາບັດ ເບິ່ງນາຍົກລັດຖະມົນຕີ ນາເຣັນດຣາ ໂມດີ ກ່າວຄຳປາໄສ ກ່ຽວກັບໂຄວິດ-19 ຜ່ານໂທລະສັບມືຖື ເມື່ອວັນ 14 ເມສາ 2020.
ຜູ້ຊາຍຄົນນຶ່ງ ທີ່ເມືອງໄຮເດີຣາບັດ ເບິ່ງນາຍົກລັດຖະມົນຕີ ນາເຣັນດຣາ ໂມດີ ກ່າວຄຳປາໄສ ກ່ຽວກັບໂຄວິດ-19 ຜ່ານໂທລະສັບມືຖື ເມື່ອວັນ 14 ເມສາ 2020.

ອິນເດຍ ຝຣັ່ງ ແລະໄນຈີເຣຍ ລວມຢູ່ໃນບັນດາປະເທດ ທີ່ພວກຜູ້ນຳຂອງປະເທດ ໄດ້ຕໍ່ອາຍຸມາດຕະການກັກໂຕໃຫ້ຢູ່ໃນເຮືອນອອກໄປຕື່ມ ເພື່ອແນໃສ່ຢຸດຢັ້ງການແຜ່ລະບາດ ຂອງໄວຣັສໂຄໂຣນາສາຍພັນໃໝ່ ໃນຂະນະທີ່ຈຳນວນກໍ ລະນີຕິດເຊື້ອໄວຣັສທີ່ໄດ້ຮັບການຢືນຢັນໃນທົ່ວໂລກໄດ້ສູງຂຶ້ນເຖິງ 2 ລ້ານຄົນແລ້ວ.

ໂດຍມີຈຳນວນຜູ້ຕິດເຊື້ອໃນປະເທດຂອງທ່ານເພີ້ມຂຶ້ນເປັນຫຼາຍກວ່າ 10,300 ຄົນແລ້ວ ນາຍົກລັດຖະມົນຕີອິນເດຍ ທ່ານນາເຣນດຣາ ໂມດີ ໄດ້ປະກາດ ໃນວັນອັງຄານມື້ນີ້ວ່າ ມາດຕະການກັກໂຕໃນທົ່ວປະເທດ ຈະມີກຳນົດໃຊ້ ໄປຈົນຮອດວັນທີ 3 ພຶດສະພາ.

ສ່ວນປະທານາທິບໍດີຝຣັ່ງ ທ່ານເອັມແມນູແອລ ມາກຣົງ ເມື່ອແລງວັນຈັນວານນີ້ ໄດ້ກ່າວຄຳປາໄສທາງໂທລະພາບ ໂດຍກ່າວວ່າ ມາດຕະການກັກໂຕຂອງຝຣັ່ງນັ້ນ ມີຜົນບັງຄັບໃຊ້ຈົນເຖິງວັນທີ 11 ພຶດສະພາ ຊຶ່ງໃນເວລານັ້ນທາງການຈະ ເລີ້ມເປີດໂຮງຮຽນທຸກແຫ່ງຄືນໃໝ່່.

ທ່ານມາກຣົງ ໄດ້ກ່າວໃນຄຳປາໄສວ່າ “ຢູ່ໃນຜືນແຜ່ນດິນຂອງຝຣັ່ງ ແລະດິນແດນແຫ່ງຕ່າງໆຢູ່ຕ່າງປະເທດຂອງຝຣັ່ງ ລະບົບການປົກຄອງແມ່ນຢູ່ພາຍໃຕ້ຄວາມເຄັ່ງຕຶງ ແລະໂຣກລະບາດ ຍັງບໍ່ທັນຢູ່ໃນການຄວບຄຸມໄດ້ເທື່ອ. ດັ່ງນັ້ນ ພວກເຮົາຕ້ອງສືບຕໍ່ພະຍາຍາມ ແລະສືບຕໍ່ນຳໃຊ້ກົດລະບຽບຕ່າງໆ. ຄັນພວກເຂົາເຈົ້າປະຕິບັດຕາມຫຼາຍຂຶ້ນຊ່ຳໃດ ມັນກໍຈະຊ່ອຍຊີວິດຄົນໄດ້ຫຼາຍຂຶ້ນຊ່ຳນັ້ນ.”

ຢູ່ທີ່ໄນຈີເຣຍ ກໍຍັງໄດ້ອອກຄຳສັ່ງ ເພີ້ມມາດຕະການກັກໂຕຕື່ມອີກ 2 ອາທິດ ໃນສາມລັດ ຄື ລັດລາໂກສ ອາບູຈາ ແລະໂອກັນ ໃນຂະນະດຽວກັນ ປະທາ ນາທິບໍດີຂອງເທີກີ ກ່າວວ່າ ມາດຕະການກັກໂຕ ໄລຍະ 48 ຊົ່ວໂມງໃນທ້າຍສັບປະດາ ຈະຖືກນຳໃຊ້ຊ້ຳອີກໃນອາທິດນີ້.

ມາເຖິງປັດຈຸບັນນີ້ ສະຫະລັດ ໄດ້ພົບເຫັນວ່າ ມີກໍລະນີຕິດເຊື້ອໄວຣັສຫຼາຍທີ່ສຸດ ຊຶ່ງກວາມເອົາປະມາດ 600,000 ຄົນທີ່ຮູ້ຈັກວ່າຕິດເຊື້ອໄວຣັສ ໂດຍທີ່ເລີ້ມຕົ້ນຢູ່ໃນລັດນິວຢອກ ທີ່ເປັນພື້ນທີ່ຖືກກະທົບຢ່າງໜັກໜ່ວງ.

ໂດຍມີປະມານ 106,000 ກໍລະນີຕິດເຊື້ອໄວຣັສ ຢູ່ໃນນະຄອນນິວຢອກ ແລະ ມີ 195,000 ກໍລະນີຢູ່ໃນທົ່ວລັດນີ້ ຊຶ່ງຫຼາຍກວ່າປະເທດສະເປນ ຫຼື ອີຕາລີ. ແຕ່ຜູ້ປົກຄອງລັດ ທ່ານແອນດຣູ ຄົວໂມ ໄດ້ປະກາດໃນວັນຈັນວານນີ້ ວ່າ “ຄວາມຮ້າຍແຮງແມ່ນຍັງບໍ່ທັນສິ້ນສຸດເທື່ອ” ຫາກພຽງແຕ່ຊາວນິວຢອກທັງຫຼາຍ “ຈະພາກັນສືບຕໍ່ກ້າວໄປໜ້າຢ່າງສະຫຼຽວສະຫຼາດ.”

ລັດຄາລີຟໍເນຍ ນຶ່ງໃນລັດທັງຫຼາຍ ທີ່ໄດ້ໃຫ້ພົນລະເມືອງ ຢູ່ໃນເຮືອນຕັ້ງແຕ່ຫົວທີ. ຜູ້ປົກຄອງລັດ ທ່ານແກວິນ ນິວຊຳ ວາງແຜນທີ່ຈະປະກາດໃນວັນອັງຄານມື້ນີ້ ແຜນການສຳລັບການເລີ້ມຕົ້ນກັບຄືນສູ່ຊີວິດແບບປົກກະຕິຄືເກົ່າ ຂອງຄະນະລັດຖະບານຂອງທ່ານ.

ໃນວັນອັງຄານມື້ນີ້ ເຊັ່ນກັນ ຍັງໄດ້ນຳມາຊຶ່ງການຜ່ອນຄາຍມາດຕະການກັກໂຕ ແດ່ຈັກເຫຼັກນ້ອຍ ຈາກທີ່ໄດ້ຖືກກັກໂຕຢ່າງເຕັມສ່ວນ ຢູ່ໃນອີຕາລີ ໂດຍການອະນຸຍາດໃຫ້ຮ້ານຄ້າບາງແຫ່ງເປີດບໍລິການໄດ້. ປະເທດນີ້ ໄດ້ພົບເຫັນການຟື້ນຟູດີຂຶ້ນເລື້ອຍມາ ໃນຈຳນວນຂອງພວກຄົນປ່ວຍໜັກສາຫັດ ຫຼັງຈາກທີ່ໄດ້ການເປັນຈຸດຮ້ອນແຮງຂອງການລະບາດານັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG