ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຖິງແມ່ນ ປ. ທຣຳ ໝົດຄວາມອົດທົນ ແຕ່ການເປີດເສດຖະກິດຄືນ ຈະໃຊ້ເວລາຫຼາຍເດືອນ


ຮ້ານ J.C. Penney ຢູ່ເຂດນັອດຣີເວີໄຊ ລັດອິລລີນອຍ ເມື່ອວັນທີ 17 ພະຈິກ 2017. REUTERS/Kamil Krzaczynski/File Photo
ຮ້ານ J.C. Penney ຢູ່ເຂດນັອດຣີເວີໄຊ ລັດອິລລີນອຍ ເມື່ອວັນທີ 17 ພະຈິກ 2017. REUTERS/Kamil Krzaczynski/File Photo

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວຊ້ຳແລ້ວຊ້ຳອີກວ່າ ທ່ານຕ້ອງການຢາກຈະເປີດປະເທດສະຫະລັດ ໂດຍໄວເທົ່າທີ່ຈະໄວໄດ້ ເພື່ອຫຼຸດຜ່ອນຄວາມເສຍຫາຍທາງດ້ານເສດຖະກິດ ທີ່ເກີດຈາກກົດລະບຽບການຢູ່ຫ່າງກັນໃນສັງຄົມທີ່ມີການນຳໃຊ້ຢ່າງແຜ່ກວ້າງ ເພື່ອຮັບມືກັບການລະບາດ ຂອງໄວຣັສໂຄໂຣນາສາຍພັນໃໝ່.

ປະທານາທິບໍດີທຣຳກ່າວຢ້ຳວ່າ ປະເທດຂອງພວກເຮົາບໍ່ໄດ້ຖືກສ້າງຂຶ້ນມາເພື່ອໃຫ້ຖືກປິດ ນີ້ບໍ່ແມ່ນປະເທດເພື່ອສິ່ງນີ້.

ແຕ່ແນວໃດກໍຕາມ ພວກນັກຊ່ຽວຊານທາງດ້ານການແພດ ໄດ້ເຕືອນວ່າ ການເລີ້ມຕົ້ນເສດຖະກິດຄືນໃໝ່ຢ່າງປອດໄພ ຈະຕ້ອງໃຊ້ເວລາ ແລະຫຼັກຖານຈາກປະເທດຈີນ ບ່ອນທີ່ປາກົດວ່າເຊື້ອໄວຣັສພວມໄດ້ຮັບການຄວບຄຸມໄວ້ນັ້ນ ສະເໜີໃຫ້ເຫັນວ່າ ຂັ້ນຕອນຈະບໍ່ແມ່ນເລື້ອງທີ່ງ່າຍໆ ຄືກັນກັບປິດຫຼືເປີດໄຟເລີຍ.

ພາຍໃນລັດຖະບານສະຫະລັດ ເປັນທີ່ປາກົດວ່າມີການຮັບຮູ້ຫຼາຍຂຶ້ນທີ່ເສດຖະກິດຂອງປະເທດ ອາດຈະຢຸດເຊົາເປັນເວລາດົນສົມຄວນ ດົນກວ່າທີ່ປະທານາທິບໍດີໄດ້ສະເໜີແນະໄປແລ້ວນັ້ນ.

ທ່ານໄດ້ກ່າວເຖິງຄວາມປະສົງຂອງທ່ານທີ່ຢາກຈະເຫັນໂບດເຕັມໄປດ້ວຍຜູ້ຄົນໃນວັນບຸນອີສເຕີ້ວັນອາທິດທີ 12 ເມສາ ຊຶ່ງໃນເວລານີ້ ເບິ່ງກັນວ່າເປັນເລື້ອງ ທີ່ບໍ່ຖືກຕ້ອງ ແລະຮຽກຮ້ອງໃຫ້ຈຳກັດ ການຢູ່ຫ່າງກັນໃນສັງຄົມ ຍ້ອນມັນໄດ້ ສ້າງຄວາມເສຍຫາຍໃຫ້ແກ່ເສດຖະກິດ ຊຶ່ງມັນໄດ້ສະທ້ອນຄວາມເຫັນຂອງປະ ທານາທິບໍດີຫຼາຍໆຄັ້ງ ໃນຮອບອາທິດທີ່ຜ່ານມານັ້ນ ສ່ວນໃຫຍ່ແລ້ວແມ່ນໄດ້ມິດງຽບ.

ໃນວັນອັງຄານຜ່ານມານີ້ ຫົວໜ້າທີ່ປຶກສາທາງດ້ານເສດຖະກິດຂອງປະທານາທິບໍດີທຣຳກ່າວວ່າ ພວກນັກຊ່ຽວຊານທາງດ້ານການແພດຂອງສະຫະລັດຈະເປັນຜູ້ຊ່ວຍນຳພາໃນການຕັດສິນກ່ຽວກັບວ່າ ຈະເຮັດແບບໃດແລະໃນເວລາໃດເພື່ອຊ່ວຍບັນເທົາ ການລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ນີ້.

ທ່ານແລຣີ ຄູດໂລ (Larry Kudlow) ທີ່ປຶກສາທາງດ້ານເສດຖະກິດຂອງທຳ ນຽບຂາວ ກ່າວໃນການໃຫ້ສຳພາດກັບ Politico ວ່າ ມັນແມ່ນສຸຂະພາບຂອງຜູ້ຄົນ ທີ່ຈະຊ່ວຍຜັກດັນການຕັດສິນໃຈທາງດ້ານການແພດ ໃນທີ່ນີ້ ມັນເປັນການຕັດສິນໃຈທີ່ພົວພັນທາງດ້ານການແພດ.

ທ່ານຄູດໂລ ກ່າວວ່າ ທ່ານມີຄວາມຄິດ ແລະຄວາມຫວັງໄປໃນແງ່ດີ ທີ່ວ່າ ໃນໄລຍະ 4 ຫາ 8 ອາທິດຂ້າງໜ້ານີ້ພວກເຮົາຈະສາມາດເປີດເສດຖະກິດຄືນໄດ້ ແລະອັນຕະລາຍຂອງເຊື້ອໄວຣັສກໍຈະຫລຸດລົງຢ່າງຫຼວງຫຼາຍ.

ໃນການໃຫ້ສຳພາດແກ່ລາຍການ Fox News ທ່ານຄູດໂລເວົ້າວ່າ ປະທານາທິບໍດີ ຢາກຈະເປີດເສດຖະກິດຄືນ ໂດຍໄວເທົ່າທີ່ທ່ານສາມາດເຮັດໄດ້ ແລະພວກເຮົາໄດ້ວາງແຜນໄວ້ແລ້ວ ແຕ່ທ່ານກໍບໍ່ໄດ້ໃຫ້ລາຍລະອຽດໃດໆ ກ່ຽວກັບການພິຈາລະນາໃນເລື້ອງນີ້.

President Donald Trump has repeatedly said that he wants to “reopen” the United States as soon as possible to reduce the economic damage caused by widespread social distancing rules implemented as a response to the novel coronavirus pandemic.

“Our country wasn’t built to be shut down,” Trump has said repeatedly. “This is not a country built for this.”

However, public health experts caution that safely restarting the economy will be time-consuming, and evidence from China, where the virus appears to have lost steam, suggests that the process will not be as simple as flipping a switch.

Within the administration, there appears to be a growing realization that the U.S. economy may be idled for a considerable amount of time — far longer than the president has sometimes suggested.

His stated desire to see “packed churches” on Easter Sunday, April 12, is now generally regarded as wildly unrealistic. And calls to limit social distancing because of the economic harm it is causing — many echoed by the president in past weeks — have been mostly silenced.

On Tuesday, Trump’s top economic adviser said public health experts will guide U.S. decisions about how and when to ease efforts to mitigate the spread of the novel coronavirus.

“It is the health people that are going to drive the medical decisions here, the medical-related decisions,” White House economic adviser Larry Kudlow said in an interview with Politico.

Kudlow said he was being optimistic and hopes that “in the next four to eight weeks, we will be able to reopen the economy and that the power of the virus will be substantially reduced.”

In an interview with Fox News, Kudlow said, “The president would like to reopen the economy as soon as he can, and we are planning internally,” but he shared few details about the deliberations.

XS
SM
MD
LG