ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ ຈອນສັນ ແຫ່ງອັງກິດ ຢູ່ຫ້ອງມໍລະສຸມ ເປັນຄືນທີສອງ


ຕຳຫຼວດພາກັນຍາມຢູ່ນອກໂຮງໝໍ ບ່ອນທີ່ເຊື່ອກັນວ່າ ນາຍົກລັດຖະມົນຕີບໍຣິສ ຈອນສັນ ພວມຮັບການປິ່ນປົວ ທີ່ລອນດອນ ວັນທີ 6 ເມສາ2020.
ຕຳຫຼວດພາກັນຍາມຢູ່ນອກໂຮງໝໍ ບ່ອນທີ່ເຊື່ອກັນວ່າ ນາຍົກລັດຖະມົນຕີບໍຣິສ ຈອນສັນ ພວມຮັບການປິ່ນປົວ ທີ່ລອນດອນ ວັນທີ 6 ເມສາ2020.

ນາຍົກລັດຖະມົນຕີ ອັງກິດ ທ່ານ ບໍຣິສ ຈອນສັນ ແມ່ນມີອາການທີ່ຄົງຕົວໃນ ວັນພຸດມື້ນີ້ ຫຼັງຈາກໄດ້ໃຊ້ຄືນທີສອງຢູ່ໃນຫ້ອງມໍລະສຸມ ທີ່ໂຮງໝໍ ລອນດອນ ສຳລັບການປິ່ນປົວ ໄວຣັສໂຄໂຣນາ.

ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ເອັດເຫວີດ ອາກາ ໄດ້ກ່າວວ່າ ທ່ານ ຈອນສັນ “ແມ່ນສະບາຍດີ ແລະ ມີຂວັນກຳລັງໃຈດີ.”

ນາຍົກລັດຖະມົນຕີໄດ້ເຂົ້າໂຮງໝໍຕັ້ງແຕ່ວັນຈັນທີ່ຜ່ານມາ ຫຼັງຈາກອາການຂອງ ທ່ານບໍ່ໄດ້ບັນເທົາລົງ ໃນລະຫວ່າງການແຍກຕົວປ່ຽວ ລຸນຫຼັງການກວດໄວຣັສ ເປັນຜົນບວກ ຫຼືຕິດເຊື້ອແລ້ວ.

ອັງກິດ, ເຊິ່ງໄດ້ຢູ່ພາຍໃຕ້ຄຳສັ່ງກັກບໍລິເວນປະມານສອງອາທິດແລ້ວນັ້ນ, ມີໄວ ຣັສໂຄໂຣນາທີ່ຖືກຢືນຢັນປະມານ 56,000 ກໍລະນີ ດ້ວຍຜູ້ເສຍຊີວິດ 6,100 ຄົນ.

ເກົາຫຼີໃຕ້ ແມ່ນບໍ່ໄດ້ປະຕິບັດຕາມປະເທດອື່ນໆ ໃນການກຳນົດມາດຕະການ ຢູ່ໃນບ້ານທີ່ເຂັ້ມງວດ, ແຕ່ໄດ້ປະສົບຄວາມສຳເລັດໃນການຫຼຸດຕົວເລກການຕິດ ແປດໄວຣັສໃໝ່ຈຳນວນຫຼາຍ ດ້ວຍການຮຽກຮ້ອງໃຫ້ຢູ່ຫ່າງຈາກສັງຄົມ ແລະ ປິດໂຮງຮຽນ.

ລັດຖະບານໄດ້ປະກາດ 53 ກໍລະນີໃໝ່ໃນວັນພຸດມື້ນີ້, ຊຶ່ງບໍ່ປ່ຽນແປງຈາກລະດັບທີ່ຄ້າຍຄືກັນໃນອາທິດນີ້.

ມັນໄດ້ມີຄວາມເປັນຫ່ວງ ກ່ຽວກັບ ຄວາມເປັນໄປໄດ້ສຳລັບຕົວເລກການຕິດ ແປດທີ່ຫຼາຍກວ່ານີ້ໃນນະຄອນຫຼວງ ໂຊລ ແລະ ໃນວັນພຸດມື້ນີ້ ເຈົ້າຄອງນະ ຄອນໄດ້ປະກາດປິດຮ້ານກິນດື່ມ ແລະ ສະຖານທີ່ບັນເທີງກາງຄືນຕ່າງໆ.

ນາຍົກລັດຖະມົນຕີຂອງ ເກົາຫຼີໃຕ້ ທ່ານ ຈຸງ ຊາຍ ຄີຢຸນ ກໍໄດ້ປະກາດຢຸດ ການອອກວີຊາຊົ່ວຄາວ ສຳລັບປະຊາຊົນທີ່ມາຈາກປະເທດຕ່າງໆ ທີ່ຫ້າມຄົນ ເກົາຫຼີໃຕ້ ເຂົ້າປະເທດໃນປັດຈຸບັນນີ້, ພ້ອມກັບກົດລະບຽບເພື່ອປະຕິເສດການ ເຂົ້າປະເທດຂອງຄົນຕ່າງຊາດທີ່ເດີນທາງສຳລັບເຫດຜົນທີ່ບໍ່ສຸກເສີນ.

ໃນຂະນະດຽວກັນ, ປະເທດ ນໍເວ ໄດ້ເຂົ້າຮ່ວມກັບປະເທດ ອອສເຕຣຍ ແລະ ເດັນມາກ ດ້ວຍແຜນການທີ່ຈະເລີ່ມຜ່ອນຄາຍ ການຈຳກັດກັກບໍລິເວນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG