ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສ່ວນໃຫຍ່ ໃນການເສຍຊີວິດ ຍ້ອນໂຄວິດ-19 ຢູ່ ສຫລ ຄາດວ່າ ຈະມີຂຶ້ນ ໃນສອງສາມອາທິດຂ້າງໜ້ານີ້


ປະທານາທິບໍດີ ດໍໂນລ ທຣຳ ໃນລະຫວ່າງການຖະແຫຼງຂ່າວ ກ່ຽວກັບການລະບາດຂອງໄວຣັສໂຄໂຣນາ ທີ່ທຳນຽບຂາວ ເມື່ອວັນທີ 31 ມີນາ 2020.
ປະທານາທິບໍດີ ດໍໂນລ ທຣຳ ໃນລະຫວ່າງການຖະແຫຼງຂ່າວ ກ່ຽວກັບການລະບາດຂອງໄວຣັສໂຄໂຣນາ ທີ່ທຳນຽບຂາວ ເມື່ອວັນທີ 31 ມີນາ 2020.

ບັນດາເຈົ້າໜ້າທີ່ ສະຫະລັດ ເວົ້າວ່າ ປະຊາຊົນ ອາເມຣິກັນ ຄວນກຽມພ້ອມ ສຳລັບຄວາມເປັນໄປໄດ້ໃນການເສຍຊີວິດລະຫວ່ງ 100,000 ຫາ 240,000 ຄົນ ຈາກການລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່, ໃນຂະນະທີ່ໄດ້ກ່າວ ເນັ້ນ ເຖິງຄວາມຈຳເປັນທີ່ຈະຮັກສາມາດຕະການຢູ່ຫ່າງກັນໃນສັງຄົມໄວ້ຄືເກົ່າ ເພື່ອຮັກສາໂອກາດໃນການຫຼຸດຈຳນວນຜູ້ເສຍຊີວິດສູງສຸດລົງໃຫ້ຫຼາຍທີ່ສຸດ.

ດຣ. ແອນໂທນີ ຟາວຈີ, ຜູ້ອຳນວຍການຂອງສະຖາບັນໂຣກພູມແພ້ ແລະ ໂຣກ ຕິດຕໍ່ແຫ່ງຊາດ ສະຫະລັດ ໄດ້ກ່າວວ່າ ທ່ານຫວັງວ່າຕົວເລກຈະບໍ່ຂຶ້ນສູງ ປານນັ້ນ, ແຕ່ໃນຄວາມເປັນຈິງແລ້ວປະຊາຊົນຄວນກຽມໂຕໃຫ້ພ້ອມ.

ທ່ານໄດ້ເວົ້າວ່າ “ປະຊາຊົນແມ່ນກຳລັງປະສົບຄວາມຍາກລຳບາກ. ປະຊາຊົນ ແມ່ນກຳລັງລົ້ມຕາຍ. ມັນບໍ່ສະດວກສະບາຍໃນແງ່ຂອງສັງຄົມກຸ່ມໃຫຍ່, ໃນແງ່ ຂອງເສດຖະກິດ ທີ່ຈະຜ່ານຜ່າຈຸດນີ້ໄປ. ແຕ່ນີ້ຈະເປັນຄຳຕອບຕໍ່ບັນຫາຕ່າງໆ ຂອງພວກເຮົາ. ສະນັ້ນ, ໃຫ້ພວກເຮົາທັງໝົດຮ່ວມມືກັນ ແລະ ຮັບປະກັນວ່າ, ພວກ ເຮົາພະຍາຍາມໃນ 30 ວັນຂ້າງໜ້າ, ພວກເຮົາຈະເຮັດມັນຢ່າງເອົາຈິງ ເອົາຈັງ ແລະ ກຳລັງທີ່ພວກເຮົາສາມາດເຮັດ.”

ປະເທດຕ່າງໆໃນທົ່ວໂລກໄດ້ປິດເມືອງຕ່າງໆ, ພາກພື້ນ ແລະ ແມ່ນກະທັ້ງປະເທດຂອງເຂົາເຈົ້າ ເພື່ອພະຍາຍາມຢຸດໄວຣັສຈາກການແຜ່ລາມ.

ປະເທດຫຼ້າສຸດທີ່ໄດ້ກຳນົດການຫ້າມທຸກຢ່າງເປັນເວລາສອງອາທິດ ຍົກເວັ້ນກິດ ຈະກຳທີ່ຈຳເປັນນັ້ນແມ່ນ ຫວຽດນາມ, ເຊິ່ງໄດ້ເລີ່ມໃນວັນພຸດມື້ນີ້.

ໃນອາທິດແລ້ວນີ້, ປະເທດ ນິວ ຊີແລນ ໄດ້ປິດຮ້ານອາຫານ, ຮ້ານກິນດື່ມ, ຫ້ອງການ ແລະ ໂຮງຮຽນ. ນາຍົກລັດຖະມົນຕີທ່ານນາງ ຈາຊິນດາ ອາເດີນ ໄດ້ກ່າວໃນວັນພຸດມື້ນີ້ວ່າ ມັນຍັງໄວໂພດທີ່ຈະບອກຂອບເຂດທີ່ມາດຕະການ ຕ່າງໆນັ້ນໄດ້ຊ່ວຍເຫຼືອໃນປັດຈຸບັນນີ້ ແລະ ໄດ້ສະໜັບສະໜູນການກວດ ສອບເພີ່ມເຕີມ ເພື່ອຕິດຕາມການຕິດແປດ ແລະ ຢຸດການຕິດຕໍ່ຢ່າງຫ້າວຫັນ.

ລັດຖະບານຂອງທ່ານນາງໄດ້ລາຍງານ 61 ກໍລະນີໃໝ່ ເຮັດໃຫ້ ນິວ ຊີແລນ ມີຈຳນວນທັງໝົດ 708 ກໍລະນີ.

ທ່ານນາງ ອາເດີນ ໄດ້ກ່າວວ່າ “ຖ້າໄວຣັສແມ່ນຢູ່ໃນຊຸມຊົນໃນວິທີນີ້, ແລ້ວສິ່ງ ທີ່ຂີ້ຮ່າຍທີ່ສຸດທີ່ເຮົາສາມາດເຮັດແມ່ນໃຫ້ຜ່ອນຄາຍ ແລະ ເພິງພໍໃຈ ແລະ ໃຫ້ອາການແຜ່ລາມອອກໄປ.”

ໃນປະເທດ ເກົາຫຼີໃຕ້, ບ່ອນທີ່ການກວດສອບຂະໜາດໃຫຍ່ໄດ້ຊ່ວຍຕັດອັດຕາ ການຕິດເຊື້ອໃນທ້ອງຖິ່ນລົງນັ້ນ, ບັນດາເຈົ້າໜ້າທີ່ໄດ້ລາຍງານ 101 ກໍລະນີ ໃໝ່ໃນວັນພຸດມື້ນີ້. ປະເທດດັ່ງກ່າວຍັງໄດ້ເລີ່ມບັງຄັບໃຊ້ການກັກບໍລິເວນເພື່ອ ກວດໂຣກ 14 ມື້ ສຳລັບທຸກຄົນທີ່ເດີນທາງເຂົ້າປະເທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG