ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ຂອງກຸ່ມຕາລີບານ ສັງຫານທະຫານລັດຖະບານ 21 ຄົນ


ແຜ່ນທີແຂວງຕັກກາ
ແຜ່ນທີແຂວງຕັກກາ

ເຈົ້າໜ້າທີ່ອັຟການິສຖານກ່າວໃນວັນຈັນວານນີ້ວ່າ ມີກຳລັງຮັກສາຄວາມສະ ຫງົບຢ່າງນ້ອຍ 21 ຄົນໄດ້ເສຍຊີວິດ ໃນການໂຈມຕີຄັ້ງຫຼ້າສຸດ ຂອງກຸ່ມຕາລີບານ ແລະແຜນການແລກປ່ຽນນັກໂທດ ກັບພວກກະບົດດັ່ງກ່າວໄດ້ມີການຊັກຊ້າ.

ຄວາມຮຸນແຮງດັ່ງກ່າວໄດ້ເກີດຂຶ້ນທີ່ແຂວງຕັກກາ ໃນພາກເໜືອຂອງປະເທດບ່ອນທີ່ພວນນັກລົບຂອງກຸ່ມຕາລີບານໄດ້ບຸກໂຈມຕີຄ້າຍທະຫານລັດຖະບານຫຼາຍໆແຫ່ງໃນເຂດເມືອງ ຄາວີອາ ກາ (Khawia Ghar) ໃນຄືນວັນອາທິດທີ່ຜ່ານມາ.

ທ່ານຄາລິບ ອັສເຊຍ ໂຄສົກຂອງລັດຖະບານໃນແຂວງຕັກກາ ກ່າວຕໍ່ວີໂອເອວ່າ ການບຸກໂຈມຕີດັ່ງກ່າວໄດ້ສັງຫານກຳລັງລັດຖະບານອັຟການິສຖານ 14 ຄົນແລະພົນລະເຮືອນຄົນນຶ່ງ.

ໃນອີກດ້ານນຶ່ງ ກະຊວງປ້ອງກັນປະເທດ ໄດ້ໃຫ້ການຢືນຢັນໃນການເສຍຊີວິດຂອງທະຫານອັຟການິສຖານ 6 ຄົນໃນການປະທະກັນເມື່ອຄືນທີ່ແລ້ວກັບພວກຕາລີບານໃນເຂດເມືອງອາກການດາບ (Arghandab) ໃນແຂວງຊາບູລ ທາງພາກໃຕ້ຂອງປະເທດ. ການປະທະກັນທີ່ຕິດຕາມມາຍັງເຮັດໃຫ້ພວກບຸກໂຈມຕີໄດ້ຮັບຄວາມເສຍຫາຍຢ່າງໜັກ.

ພວກກະບົດຕາລີບານຍັງບໍ່ທັນໄດ້ໃຫ້ຄວາມເຫັນໃດໆ ກ່ຽວກັບການບຸກໂຈມຕີທີ່ວ່ານີ້.

ນອກນັ້ນ ຍັງມີລາຍງານວ່າ ມີຢ່າງນ້ອຍ 4 ຄົນໄດ້ຮັບບາດເຈັບ ເວລາລະເບີດລູກນຶ່ງທີ່ຫ້າງໃສ່ລົດບັນທຸກ ໄດ້ແຕກຂຶ້ນໃນຕອນເຊົ້າ ຢູ່ທີ່ນະຄອນຫຼວງກາບູລ. ຍັງບໍ່ທັນມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບເທື່ອໃນການໂຈມຕີດ້ວຍລະເບີດດັ່ງກ່າວ.

ຄວາມຮຸນແຮງເທື່ອຫລ້າສຸດ ມີຂຶ້ນໃນຂະນະທີ່ໂຄສົກຂອງສະພາຄວາມໝັ້ນຄົງແຫ່ງຊາດອັຟການິສຖານໃຫ້ການຢືນຢັນວ່າ ຂັ້ນຕອນໃນການແລກປ່ຽນຊະເລີຍທີ່ມີການລໍຖ້າມາດົນນານແລ້ວນັ້ນ ຊຶ່ງຄວນຈະເລີ້ມຂຶ້ນໃນວັນອັງຄານມື້ນີ້ ໄດ້ມີການຫລ້າຊ້າເກີດຂຶ້ນ.

ທ່ານຈາວິດ ໄຟຊາລ ກ່າວວ່າ ຈະບໍ່ມີການແລກປ່ຽນຊະເລີຍໃນມື້ອື່ນນີ້. ພວກຕາລີບານໄດ້ຕົກລົງ ໃນການປະຊຸມທາງວີດີໂອມື້ວານນີ້ວ່າ ຈະສົ່ງຄະນະທີມງານໄປຍັງນະຄອນ ຫຼວງກາບູລ ເພື່ອຫາລືກັນຕື່ມອີກທາງດ້ານເຕັກນິກ ກັບລັດຖະບານສາທາລະນະລັດອິສລາມອັຟາກນິສຖານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG