ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທຣຳ ກ່າວເຖິງ ການໂອ້ລົມ ກັບປະທານປະເທດຈີນ ກ່ຽວກັບເລື້ອງ ໄວຣັສໂຄໂຣນາ


ປ້າຍຂະໜາດໃຫຍ່ ທີ່ແນະນຳໃຫ້ຜູ້ຄົນ ປະຕິບັດຕາມ ການຢູ່ຫ່າງກັນໃນສັງຄົມ ຢູ່ນອກທາງເຂົ້າຄ້າຍທະຫານ Grand Army Plaza. ວັນພະຫັດ ທີ 26 ມີນາ, 2020.
ປ້າຍຂະໜາດໃຫຍ່ ທີ່ແນະນຳໃຫ້ຜູ້ຄົນ ປະຕິບັດຕາມ ການຢູ່ຫ່າງກັນໃນສັງຄົມ ຢູ່ນອກທາງເຂົ້າຄ້າຍທະຫານ Grand Army Plaza. ວັນພະຫັດ ທີ 26 ມີນາ, 2020.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຂຽນລົງໃນທວີດເຕີ້ໃນວັນສຸກມື້ນີ້ວ່າ ຫາກໍຈົບການສົນທະນາທີ່ດີຫຼາຍ ກັບປະທານປະເທດສີ ຂອງຈີນ ໃນການຫາລືກ່ຽວກັບລາຍລະອຽດຂອງໄວຣັສໂຄໂຣນາ ທີ່ພວມສ້າງຄວາມເສຍຫາຍໃຫ້ແກ່ຫຼາຍໆເຂດ ຂອງໂລກມະນຸດເຮົາ. ຈີນໄດ້ຜ່ານຜ່າບັນຫາສ່ວນໃຫຍ່ໄປແລ້ວແລະກໍໄດ້ມີຄວາມເຂົ້າໃຈເປັນຢ່າງດີ ກ່ຽວກັບເຊື້ອໄວຣັສດັ່ງກ່າວນີ້. ເປັນທີ່ໜ້າເຊື່ອຖືຫຼາຍ!

ນ້ຳສຽງຂອງການສົ່ງຂໍ້ຄວາມນີ້ ແມ່ນແຕກຕ່າງໄປຈາກການໃຫ້ຄວາມເຫັນຂອງປະທານາທິບໍດີເມື່ອໄວໆມານີ້ ໃນລັກສະນະທີ່ສ້າງຄວາມເສຍຫາຍ ໃຫ້ແກ່ຈີນໃນການຖະແຫຼງຂ່າວຂອງທ່ານ ບ່ອນທີ່ທ່ານມັກຈະກ່າວເຖິງພະຍາດນີ້ວ່າ ເປັນເຊື້ອໄວຣັສຂອງຈີນ.

ໃນເວລານີ້ ສະຫະລັດເປັນຜູ້ນຳຂອງໂລກກ່ຽວກັບຈຳນວນກໍລະນີຕິດເຊື້ອໄວຣັສແລະລັດຖະສະພາພວມຈະເອົາມາດຕະການ ເພື່ອຊ່ວຍບັນເທົາຜົນກະທົບທາງດ້ານເສດຖະກິດຢູ່.

ມາຈົນເຖິງແລງວັນພະຫັດວານນີ້ ການນັບຂອງສູນກາງການແພດຈອນສ໌ຮອບ ກິນສ໌ສະແດງໃຫ້ເຫັນວ່າ ສະຫະລັດມີຜູ້ຕິດເຊື້ອ 85,000 ກໍລະນີ ຕິດຕາມດ້ວຍຈີນທີ່ມີຫຼາຍກວ່າ 81,000 ກໍລະນີ ແລະອີຕາລີຫຼາຍກວ່າ 80,500 ກໍລະ ນີ.

ນະຄອນນິວຢອກໄດ້ກາຍເປັນສູນກາງໃນການແຜ່ລະບາດຢູ່ໃນສະຫະລັດ ໂດຍທີ່ນະຄອນນິວຢອກໄດ້ກາຍເປັນຈຸດລະບາດທີ່ຮ້າຍແຮງ. ມີຜູ້ຕິດເຊື້ອຫຼາຍກວ່າ ​21,000 ກໍລະນີ ຢູ່ໃນນະຄອນທີ່ໃຫຍ່ທີ່ສຸດຂອງສະຫະລັດ ຊຶ່ງເຈົ້າໜ້າທີ່ກ່າວວ່າ ໂຕເລກດັ່ງກ່າວກຳລັງເພີ້ມຂຶ້ນ 3,000 ຄົນໃນແຕ່ລະມື້.

ໃນວັນສຸກມື້ນີ້ ສະພາຕ່ຳສະຫະລັດ ມີແຜນການທີ່ຈະຮັບຮອງເອົາການບັນເທົາທຸກທາງດ້ານເສດຖະກິດ ມູນຄ່າ 2 ພັນຕື້ໂດລາ ທີ່ທາງສະພາສູງໄດ້ຮັບຜ່ານໃນຄືນວັນພຸດຜ່ານມາແລະປະທານາທິບໍດີທຣຳ ສະແດງໃຫ້ເຫັນວ່າ ທ່ານພ້ອມແລ້ວທີ່ຈະເຊັນ.

ຈຸດສູນກາງຂອງຮ່າງກົດໝາຍນີ້ ແມ່ນການຈ່າຍເງິນສົດໃຫ້ແກ່ສ່ວນບຸກຄົົນທີ່ໄດ້ສູນເສຍວຽກການແລະທຸລະກິດ ທີ່ໄດ້ຖືກບັງຄັບໃຫ້ປິດ ຍ້ອນການລະບາດຂອງເຊື້ອໄວຣັສ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG