ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕະຫຼາດຮຸ້ນ ໃນທົ່ວໂລກ ມີລາຄາສູງຂຶ້ນ ຫຼັງຈາກສະພາ ສຫລ ຕົກລົງກັນ ຊ່ວຍເຫຼືອເສດຖະກິດ


ນັ້ນຄືກຣາຟ ດັຊະນີຮຸ້ນDAX ຂອງເຢຍຣະມັນ ທີ່ຕະຫຼາດຄ້າຮຸ້ນ ທີ່ນະຄອນແຟຣງເຟີດ ເມື່ອວັນທີ 24 ມີນາ 2020. REUTERS/Staff
ນັ້ນຄືກຣາຟ ດັຊະນີຮຸ້ນDAX ຂອງເຢຍຣະມັນ ທີ່ຕະຫຼາດຄ້າຮຸ້ນ ທີ່ນະຄອນແຟຣງເຟີດ ເມື່ອວັນທີ 24 ມີນາ 2020. REUTERS/Staff

ການຕົກລົງກ່ຽວກັບການກະຕຸກຊຸກຍູ້ເສດຖະກິດມູນຄ່າ 2 ພັນຕື້ໂດລາ ຢູ່ໃນລັດຖະສະ ພາສະຫະລັດ ເພື່ອຊ່ວຍຮັບມືກັບຜົນກະທົບ ຈາກການລະບາດຂອງເຊື້ອໄວຣັສໂຄໂຣນາ ເຮັດໃຫ້ຕະຫຼາດຮຸ້ນຖີບໂຕສູງຂຶ້ນໃນວັນພຸດວານນີ້.

ຮຸ້ນ Dow Jones Industrial Average ມີລາຄາສູງຂຶ້ນ 496 ຈຸດ ຫຼື 2 ເປີເຊັນໃນຕອນອັດຕະຫຼາດ. ຫລັງຈາກໄດ້ມີການຖີບໂຕສູງຂຶ້ນເປັນປະຫວັດການ 2,100 ຈຸດໃນວັນອັງຄານຜ່ານມາ ນີ້ແມ່ນການຂຶ້ນລາຄາຕິດຕໍ່ກັນເປັນເທື່ອທຳອິດໃນຮອບນຶ່ງເດືອນ.

ສ່ວນຮຸ້ນ S&P 500 ມີລາຄາສູງຂຶ້ນ 1 ເປີເຊັນ ແລະຮຸ້ນ NASDAQ ຊຶ່ງປະກອບດ້ວຍບໍລິສັດເທັກໂນໂລຈີເປັນສ່ວນໃຫຍ່ນັ້ນມີລາຄາຫຼຸດລົງເລັກນ້ອຍ.

ຂ່າວການຕົກລົງ ກ່ຽວກັບການກະຕຸກຊຸກຍູ້ເສດຖະກິດ ຍັງໄດ້ສົ່ງຜົນໃນທາງບວກ ຢູ່ຢູໂຣບ ໂດຍເຮັດໃຫ້ດັດຊະນີຮຸ້ນສ່ວນໃຫຍ່ ຢູ່ລອນດອນ ແລະປາຣີ ມີລາຄາສູງຂຶ້ນ 4 ເປີເຊັນ ແລະຮຸ້ນທີ່ນະຄອນແຟຣັງເຟີດ ສູງຂຶ້ນ 2 ເປີເຊັນ ໃນຕອນອັດຕະຫຼາດ. ດັດຊະນີຮຸ້ນນິກເກອິຂອງຍີ່ປຸ່ນ ໂດດຂຶ້ນ 8 ເປີເຊັນ.

ຄວາມບໍ່ແນ່ນອນແລະຄວາມຢ້ານກົວກ່ຽວກັບເຊື້ອໄວຣັສຕະຫຼອດທັງຄວາມເສຍຫາຍທາງດ້ານເສດຖະກິດ ໄດ້ເຮັດໃຫ້ຕະຫຼາດເກີດຄວາມກັງວົນມາໄດ້ຫຼາຍອາທິດແລ້ວ ໂດຍສະເພາະແມ່ນໃນຮອບເດືອນທີ່ຜ່ານມາ. ຮຸ້ນໄດ້ຕົກລົງຢ່າງໃຫຍ່ ໃນຂະນະທີ່ລັດຖະບານແລະທະນາຄານກາງ ພາກັນຟ້າວຫລຸດອັດຕາດອກເບ້ຍລົງ ແລະສົ່ງເງິນເຂົ້າສູ່ເສດຖະກິດຂອງປະເທດ ເພື່ອສະໜັບສະໜຸນທຸລະກິດແລະຊ່ວຍຜູ້ບໍລິໂພກໃຫ້ຮັກສາສະຖານະພາບທາງດ້ານເສດຖະກິດຂອງເຂົາເຈົ້າໄວ້.

ການຊ່ວຍເຫຼືອມູນຄ່າ 2 ພັນຕື້ໂດລາຂອງສະພາ ຕໍ່ພວກທຸລະກິດແລະຊາວອາເມຣິກັສ່ວນໃຫຍ່ ແມ່ນເປັນການລົງທຶນທີ່ໃຫຍ່ທີ່ສຸດຂອງລັດຖະບານເຂົ້າໃນເສດຖະກິດຂອງສະຫະລັດ.

ແຕ່ແນວໃດກໍຕາມ ພວກນັກວິເຄາະບາງຄົນຍັງກ່າວວ່າ ສິ່ງສຳຄັນກໍຄື "ລະມັດລະວັງ." ພວກເຂົາເຈົ້າເວົ້າວ່າ ຕະຫຼາດໄດ້ມີການຂຶ້ນລົງຢ່າງວ່ອງໄວ ກວ່າເສດຖະກິດພື້ນຖານຂອງສະຫະລັດ ແລະກໍຍັງບໍ່ມີຜູ້ໃດຮູ້ວ່າ ການລະບາດຂອງໄວຣັສໂຄໂຣນາ ຈາກນີ້ແລ້ວຈະໄປໃສ.

ນອກນັ້ນ ພວກເຂົາເຈົ້າຍັງພາກັນຈັບຕາເບິ່ງ ໃນສິ່ງທີ່ເຂົາເຈົ້າເວົ້າວ່າ ອັດຕາຄົນຫວ່າງງານຈະເພີ້ມສູງຂຶ້ນນັ້ນ.

ອ່ານຂ່າວນື້ຕື່ມເປັນພາສາອັງກິດ

XS
SM
MD
LG