ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວກວດພົບ ກໍລະນີຕິດເຊື້ອ ໂຄວິດ 19 ສອງກໍລະນີທຳອິດ ທີ່ນະຄອນຫຼວງວຽງຈັນ


ພະນັກງານລໍຖ້າກວດອຸນຫະພູມຂອງຜູ້ໂດຍສານເຂົ້າ-ອອກລາວ ທິ່ສະໜາມບິນສາກົນວັດໄຕ
ພະນັກງານລໍຖ້າກວດອຸນຫະພູມຂອງຜູ້ໂດຍສານເຂົ້າ-ອອກລາວ ທິ່ສະໜາມບິນສາກົນວັດໄຕ

ລາວໃຫ້ການຢືນຢັນ ກ່ຽວກັບ ການຕິດເຊື້ອໄວຣັສໂຄໂຣນາ ຫຼືໂຄວິດ 19 ສອງກໍລະນີທຳອິດ ທີ່ນະຄອນຫຼວງວຽງຈັນ.

ອີງຕາມລາຍງານຂ່າວ ຂອງທາງການລາວ ໃນວັນອັງຄານວານນີ້ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດ ຂອງໄວຣັສໂຄໂຣນາຫຼື ໂຄວິດ 19 ກ່າວໃນການຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ ໂດຍໃຫ້ການຢັ້ງຢືນວ່າ ມີການກວດພົບຜູ້ຕິດເຊື້ອໂຄວິດ 19 2 ຄົນ ທີ່ນະຫຼວງວຽງຈັນ.

ລາຍງານຂ່າວແຈ້ງວ່າ ກໍລະນີທີນຶ່ງເປັນເພດຍິງ ອາຍຸ 36 ປີ ມີອາຊີບເປັນພະນັກງານນຳທ່ຽວ ແລະໄດ້ຕິດເຊື້ອຈາກພວກນັກທ່ອງທ່ຽວທີ່ມາຈາກປະເທດທີ່ມີການລະບາດ. ສ່ວນຜູ້ທີສອງເປັນຜູ້ຊາຍອາຍຸ 28 ປີ ເຮັດວຽກຢູ່ໂຮງແຮມ ແຕ່ຜູ້ກ່ຽວມີປະຫວັດໄປສຳມະນາຢູ່ບາງກອກ ປະເທດເທດໄທ.

ອີງຕາມເຈົ້າໜ້າທີ່ແລ້ວ ເວລານີ້ ບຸກຄົນທັງສອງ ໄດ້ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.

ເມື່ອມໍ່ໆມານີ້ ທາງການລາວໄດ້ເອົາມາດຕະການຫຼາຍຢ່າງເພື່ອປ້ອງກັນບໍ່ໃຫ້ມີການຕິດເຊື້ອໄວຣັສໂຄໂຣນາ ຮວມທັງປິດດ່ານທອງຖິ່ນ ແລະດ່ານປະເພນີ ໂຈະການອອກວີຊາ ໃຫ້ພວກນັກທ່ອງທ່ຽວ ໃຫ້ປະຊາຊົນຫລີກລ່ຽງການເດີນທາງໄປຕ່າງປະເທດ ແລະພວກທີ່ເດີນທາງກັບຄືນມາແຕ່ປະເທດທີ່ມີການແຜ່ລະບາດຂອງເຊື້ອໄວຣັສ ແມ່ນໃຫ້ປະຕິບັດຕາມການແຍກປ່ຽວໂຕເອງເປັນເວລາ 14 ມື້.

XS
SM
MD
LG