ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກທະນາຍຄວາມ ຂອງຜູ້ກໍ່ຕັ້ງວິກກີລິກສ໌ ຂໍປະກັນຕົວ ທ້າວອັສຊາງ


ຮູບແຕ້ມທ້າວຈູລຽນ ອັສຊາງ ຢູ່ໃນສານ ຂະນະທີ່ພວມຟັງຄຳຕັດສິນວ່າ ຜູ້ກ່ຽວຈະຖືກສົ່ງມາຍັງສະຫະລັດຫຼືບໍ່ ເມື່ອວັນທີ 24 ກຸມພາ 2020.
ຮູບແຕ້ມທ້າວຈູລຽນ ອັສຊາງ ຢູ່ໃນສານ ຂະນະທີ່ພວມຟັງຄຳຕັດສິນວ່າ ຜູ້ກ່ຽວຈະຖືກສົ່ງມາຍັງສະຫະລັດຫຼືບໍ່ ເມື່ອວັນທີ 24 ກຸມພາ 2020.

ພວກທະນາຍຄວາມຂອງຜູ້ກໍ່ຕັ້ງ WikiLeaks ທ້າວຈູລຽນ ອັສຊາງ ກ່າວວ່າ ເຂົາເຈົ້າຈະຍື່ນໜັງສືໃນວັນພຸດມື້ອື່ນນີ້ ເພື່ອປະກັນໂຕລາວອອກມາຍ້ອນລາວພວມຕົກຢູ່ໃນຄວາມສ່ຽງທີ່ຈະຕິດເຊື້ອໄວຣັສໂຄໂຣນາ.

ທ້າວອັສຊາງຖືກຂັງຢູ່ທີ່ຄຸກແຫ່ງນຶ່ງ ໃນເຂດນະຄອນຫຼວງລອນດອນ ໃນຂະນະທີ່ລາວພວມຕໍ່ສູ້ຄະດີ ບໍ່ຢາກໃຫ້ຖືກສົ່ງມາຍັງສະຫະລັດ ບ່ອນທີ່ລາວພວມຖືກຂໍ້ຫາຈາລະກຳ ຍ້ອນໄດ້ຮັບເອກກະສານລັບຂອງລັດຖະບານ ຈາກເຈົ້າໜ້າທີ່ສືບລັບ ກອງທັບບົກ ແຊລຊີ ແມນນິ່ງ (Chelsea Manning) ແລະພິມເຜີຍແຜ່ເອກກະສານເຫຼົ່ານີ້ຢູ່ໃນເວັບໄຊ. ເອກກະສານທີ່ວ່ານີ້ ແມ່ນໂທລະເລກລັບທາງດ້ານການທູດ ແລະເອກກະສານຂອງກອງທັບ ທີ່ກ່ຽວຂ້ອງກັບສົງຄາມພາຍໃຕ້ການນຳພາຂອງສະຫະລັດ ຢູ່ໃນອີຣັກ ແລະອັຟການິສຖານ.

ບັນດານັກຊ່ຽວຊານດ້ານການແພດກ່າວວ່າ ພວກນັກໂທດແມ່ນມີຄວາມຫຼໍ່ແຫຼມເປັນພິເສດ ທີ່ຈະຕິດເຊື້ອໄວຣັສໂຄວິດ 19 ຍ້ອນສະພາບທີ່ມີນັກໂທດຫຼາຍເກີນໄປ.

ທ້າວອັສຊາງ ໄດ້ຖືກຂັງຄຸກນັບແຕ່ລາວໄດ້ຖືກໄລ່ອອກຈາກສະຖານທູດເອກົວດໍໃນເດືອນເມສາປີກາຍ ບ່ອນທີ່ລາວໄດ້ເຂົ້າໄປລີ້ໄພ ເພື່ອຫລີກລ່ຽງບໍ່ໃຫ້ຖືກສົ່ງໂຕໄປປະເທດສະວີເດັນ ຊຶ່ງທາງການທີ່ນັ້ນຕ້ອງການສອບປາກຄຳລາວກ່ຽວກັບລວນລາມທາງເພດ.

Lawyers for WikiLeaks founder Julian Assange say they will file papers Wednesday to have him released on bail because he is at risk of contracting coronavirus.

Assange is being held at a London-area prison as he fights extradition to the United States, where he has been charged with espionage for obtaining classified government documents from former Army intelligence analyst Chelsea Manning and publishing them on his website. The documents were secret diplomatic cables and military files related to the U.S.-led wars in Iraq and Afghanistan.

Health experts say the prisoners are particularly vulnerable to contracting COVID-19 because of overcrowded conditions.

Assange has been imprisoned since he was evicted from the Ecuadorian embassy last April, where he had sought refuge to avoid extradition to Sweden, where he was wanted for questioning in a sexual assault case.

XS
SM
MD
LG