ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິນເດຍ ປິດ 75 ເມືອງ ເພື່ອຄວບຄຸມ ການລະບາດ ຂອງໄວຣັສ ໂຄໂຣນາ


ນັກຮຽນອິນເດຍກັບຄືນຈາກອຸດຕຣາປຣະແດັສ ທ່າມກາງຄວາມເປັນຫ່ວງໃນການລະບາດຂອງໄວຣັສໂຄໂຣນາ
ນັກຮຽນອິນເດຍກັບຄືນຈາກອຸດຕຣາປຣະແດັສ ທ່າມກາງຄວາມເປັນຫ່ວງໃນການລະບາດຂອງໄວຣັສໂຄໂຣນາ

ອິນເດຍ ໄດ້ກ່າວໃນວັນອາທິດວານນີ້ ວ່າ ຕົນກຳລັງປິດ 75 ເມືອງໃນທົ່ວປະເທດເພື່ພະຍາຍາມທີ່ຈະຄວບຄຸມການແຜ່ລະບາດຂອງໄວຣັສໂຄວິດ-19.

ທາງການຂອງອິນເດຍ ກ່າວວ່າ ການບໍລິການຂອງລົດເມ ລະຫວ່າງແຕ່ລະລັດ ຈະຖືກໂຈະໄວ້ ຈົນຮອດວັນທີ 31 ມີນາ.

ອິນເດຍ ມີກໍລະນີຕິດເຊື້ອໄວຣັສໂຄໂຣນາ ທີ່ໄດ້ຮັບການຢືນຢັນ 396 ຄົນ ແລະ 7 ຄົນໄດ້ເສຍຊີວິດ ອີງຕາມສູນກາງແຫລ່ງຂ່າວໄວຣັສໂຄໂຣນາຂອງຈອນສ໌ ຮັອບກິນສ໌.

ຂ່າວຄາວຂອງການປິດເມືອງ ມີຂຶ້ນຫຼັງຈາກທີ່ ອິນເດຍ ໄດ້ມີການຮຽກຮ້ອງໃຫ້ ປິດເມືອງໃນທົ່ວປະເທດ ໄລຍະ 14 ຊົ່ວໂມງ ໃນວັນອາທິດວານນີ້ ດ້ວຍຄວາມສະໝັກໃຈ.

ສຽງຂອງຄວາມມິດງຽບ ກໍໄດ້ລົງສູ່ອິນເດຍ ໃນຂະນະທີ່ປະຊາຊົນຫຼາຍລ້ານຄົນ ໄດ້ພາກັນເຂົ້າບ້ານເຂົ້າເຮືອນຢູ່ແຕ່ພາຍໃນ ໃນວັນອາທິດວານນີ້ ໃນການຕອບສະໜອງກັບການຮຽກຮ້ອງໂດຍນາຍົກລັດຖະມົນຕີ ທ່ານນາເຣນດຣາ ໂມດີ ເພື່ອໃຫ້ປະຕິບັດຕາມການປິດເມືອງ ໄລຍະ 14 ຊົ່ວໂມງ ດ້ວຍຄວາມສະໝັກໃຈ ຂະນະທີ່ມີຄວາມເປັນຫ່ວງຫຼາຍຂຶ້ນ ກ່ຽວກັບກໍລະນີຕິດເຊື້ອໄວຣັສໂຄໂຣນາ ເພີ້ມສູງຂຶ້ນນັບມື້ ຢູ່ໃນປະເທດທີ່ມີປະຊາກອນທີ່ໜາແໜ້ນທີ່ສຸດ ອັນດັບສອງຂອງໂລກ.

ທາງການຂອງອິນເດຍ ຍັງໄດ້ປິດເຄືອຂ່າຍລາງລົດໄຟ ທີ່ມີການນຳໃຊ້ທີ່ໜາແໜ້ນທີ່ສຸດແຫ່ງນຶ່ງຂອງໂລກ ແລະລະບົບການຂົນສົ່ງມະຫາຊົນໂດຍສ່ວນໃຫຍ່ ທີ່ປະກອບດ້ວຍເຄືອຂ່າຍ ລົດໄຟ ແລະເຄືອຂ່າຍລົດໄຟຂອງເຂດຊານເມືອງນຳດ້ວຍ ທີ່ເປັນເສັ້ນຊີວິດເຂົ້າໄປໃນຕົວເມືອງຕ່າງໆ ເຊັ່ນນະຄອນມຸມໄບ ຂະນະທີ່ປະເທດເອົາບາດກ້າວເພີ້ມຂຶ້ນໃນການຕໍ່ສູ້ຕ້ານໄວຣັສດັ່ງກ່າວນັ້ນ.

ຕະຫຼອດມື້ວັນອາທິດ ສຽງຝົດຟື້ນແລະພວກລົດແລນໄປມາ ຢູ່ຕາມທ້ອງຖະໜົນສາຍຕ່າງໆ ໃນອິນເດຍ ໄດ້ມິດງຽບລົງ. ພວກຮ້ານຂາຍເຄື່ອງແລະພວກຄົນຂາຍເຄື່ອງ ຜູ້ທີ່ຕາມປົກກະຕິແລ້ວ ຈະລຽນແຖວກັນຢູ່ແຄມທາງນັ້ນ ກໍບໍ່ໄດ້ຕັ້ງຮ້ານໃນວັນດັ່ງກ່າວທີ່ເອີ້ນວ່າ ເປັນວັນ “ກັກຕົວຢູ່ໃນເຮືອນຂອງປະຊາຊົນ” ແລະເປັນສັນຍາລັກທີ່ສະແດງອອກເຖິງຄວາມມຸ້ງໝັ້ນຂອງຊາດ ແທນທີ່ຈະເປັນ ການຫາມທີ່ເດັດຂາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG