ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວ ໃນເມືອງຊາກີນໍ ພາກັນຍົກເລີກ ການສະຫຼອງບຸນປີໃໝ່ ຍ້ອນໄວຣັສໂຄໂຣນາ


ວັດລາວເທບນິມິດ ໃນເມືອງຊາກີນໍ ລັດເທັກຊັສ
ວັດລາວເທບນິມິດ ໃນເມືອງຊາກີນໍ ລັດເທັກຊັສ

ຊາວລາວໃນເຂດເມືອງຊາກີນໍ ລັດເທັກຊັສ ກໍເປັນຊຸມຊົນຊົນລາວອີກແຫ່ງນຶ່ງໃນສະຫະລັດ ທີ່ໄດ້ມີການຕັດສິນໃຈໂຈະຫຼືຍົກເລີກການສະຫຼອງບຸນວັນຂຶ້ນປີໃໝ່ລາວຊຶ່ງຈະມີຂຶ້ນໃນເດືອນເມສາ ທີ່ຈະມາເຖິງນີ້. ຍາເອື້ອຍອຳມະຣາ ຣໍເຈີ ປະທານສະມາຄົມສະຕີລາວໃນເຂດເມືອງຊາກີນໍ ຊຶ່ງເປັນນຶ່ງໃນຄະນະກຳມະການຈັດງານສະຫລອງບຸນປີໃໝ່ລາວ ທີ່ວັດເທບນິມິດ ໃນເມືອງຊາກີນໍກ່າວຊີ້ແຈງກ່ຽວກັບເລື້ອງນີ້ວ່າ:

ລິງໂດຍກົງ



ຫຼັງຈາກປະທານາທິບໍດີດໍໂນລ ທຣຳ ໄດ້ປະກາດໃຫ້ການລະບາດຂອງໄວຣັສໂຄໂຣນາຫຼືໂຄວິດ 19 ເປັນພາວະສຸກເສີນແຫ່ງຊາດໃນວັນສຸກອາທິດແລ້ວນີ້ ຊຶ່ງຫຼັງຈາກນັ້ນ ປະ​ຊາຄົມ​ລາວ​ຢູ່ໃນຫຼາຍໆເຂດ ກໍໄດ້ໃຫ້ຄວາມສຳຄັນເປັນພິເສດກ່ຽວກັບເລື້ອງດັ່ງກ່າວ.

ມາ​ຮອດວັນພະຫັດວານນີ້ ເຈົ້າໜ້າທີ່ອີຕາລີກ່າວວ່າ ໂຕເລກຜູ້ເສຍຊີວິດຍ້ອນໄວຣັສໂຄໂຣນາຢູ່ອີຕາລີ ແມ່ນ 3,405 ຄົນ ຂະນະທີ່ຈໍານວນຜູ້ເສຍຊີວິດໃນຈີນ ແມ່ນຍັງຢູ່ໃນຈຳນວນ 3,248 ຄົນ.

XS
SM
MD
LG