ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ບ່ອນເລີ້ມຕົ້ນ ຂອງໂຄວິດ 19 ໃຊ້ ໜ້າກາກການທູດ ເພື່ອປັບປຸງພາບພົດຂອງຕົນ


ຊັນ ຊູເພັງ (ຊ້າຍ) ຮອງປະທານສະພາກາແດງຂອງຈີນ
ຊັນ ຊູເພັງ (ຊ້າຍ) ຮອງປະທານສະພາກາແດງຂອງຈີນ

ໃນຄວາມພະຍາຍາມເພື່ອເອົາຊະນະຕໍ່ພາບພົດໃນການເປັນບ່ອນກຳເນີດເຂອງໂຣກລະບາດ 2 ຄັ້ງໃນສັດຕະວັດທີ 21 ນີ້ ຈີນຈຶ່ງໄດ້ເລີ້ມໂຄງການຊ່ວຍເຫຼືອທາງດ້ານມະນຸດສະທຳ ດ້ວຍການບໍລິຈາກໜ້າກາກອະນາໄມ ຖົງມື ແລະອຸບປະກອນທາງດ້ານການແພດໃຫ້ແກ່ປະເທດຕ່າງໆທີ່ໄດ້ຮັບຜົນກະທົບຢ່າງໜັກຈາກໂຄວິດ 19 ອັນເປັນເຊື້ອໄວຣັສໂຄໂຣນາຫຼ້າສຸດ ທີ່ເກີດຂຶ້ນຢູ່ຕະຫຼາດໃນເມືອງວູຮານ.

ດ້ວຍການຊ່ວຍເຫຼືອດັ່ງກ່າວນີ້ ຈີນພວມຫາທາງທີ່ວາງຕົນເອງ ເປັນມະຫາອຳນາດທີ່ມີຄວາມຮັບຜິດຊອບ ອີງຕາມພວກນັກຊ່ຽວຊານ ຊຶ່ງບາງຄົນຍັງມີຄວາມສົງໄສ ກ່ຽວກັບອັນທີ່ເອີ້ນວ່າ ໜ້າກາກການທູດຂອງປັກກິ່ງ ຈະສາມາດຟື້ນຟູພາບພົດທີ່ຍັງເປັນເງົາບົດບັງດ້ວຍຄວາມສົງໄສບໍ່ແນ່ໃຈ ໃນການພະຍາຍາມທີ່ຈະປົກປິດ ຂອງລັດຖະບານ. ການສຶກສາຂອງອັງກິດ ສະເໜີແນະວ່າ ຖ້າຈີນຫາກຈີນ ດຳເນີນການໄວກວ່ານີ້ ຈຳນວນກໍລະນີຕິດເຊື້ອໄວຣັສໂຄໂຣນາອາດ
ຫລຸດລົງເຖິງ 95 ເປີເຊັນ ແລະການລະບາດໄປຍັງເຂດຕ່າງໆ ອາດຈະໄດ້ຮັບການຈຳກັດໄວ້.

ແຕ່ຈີນ ຊຶ່ງເຮັດໃຫ້ການລະບາດຂອງໂຄວິດ 19 ຊັກຊ້າລົງ ດ້ວຍການຫ້າມບໍ່ໃຫ້ມີກາເຂົ້າອອກຢູ່ຕາມຫົວເມືອງຕ່າງໆ ແລະການຄວບຄຸມອື່ນໆເພື່ອຈຳກັດໃນການເຄື່ອນຍ້າຍ ແລະການຕິດຕໍ່ພົວພັນນັ້ນ ເວລານີ້ ໄດ້ມີການຈັດຕັ້ງປະຕິບັດ ກາຍຊາຍແດນຈີນອອກໄປ ໃນເວລາບໍ່ພຽງເທົ່າໃດອາທິດ ຫຼັງຈາກຈີນໄດ້ຮັບເອົາການບໍລິຈາກໜ້າກາກ ແລະອຸບປະກອນການແພດອື່ນໆ ຈາກຜູ້ໃຫ້ບໍລິຈາກໃນທົ່ວໂລກ. ນັບແຕ່ເຂດເອເຊຍ ໄປຫາຢູໂຣບ ຕະຫຼອດທັງອາເມຣິກາໃຕ້ໄປຫາອາຟຣິກາ ຈີນພວມໃຫ້ການສະໜອງ ຫຼືບໍ່ກໍໃຫ້ຄຳໝັ້ນສັນຍາ ທີ່ຈະໃຫ້ການຊ່ວຍເຫຼືອທາງດ້ານມະນຸດສະທຳ ໃນຮູບຂອງການບໍລິຈາກ ຫຼືບໍ່ກໍຄວາມຊ່ຽວຊານໃນດ້ານການແພດ.

ໃນມື້ວັນພຸດຜ່ານມານີ້ ລັດຖະມົນຕີຕ່າງປະເທດຝຣັ່ງ ທ່ານ Jean-Yves Le Drian ກ່າວວ່າ ຈີນໄດ້ສົ່ງໜ້າກາກຜ່າຕັດ ແລະຖົງມື 1 ລ້ານອັນໄປຊ່ວຍຮັບມືກັບການລະບາດຂອງໄວຣັສໂຄໂຣນາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG