ກຸ່ມຕາລີບານໄດ້ປະຕິເສດບໍ່ຍອມຮັບເອົາຄຳສັ່ງຂອງລັດຖະບານອັຟການິສຖານທີ່ອະນຸຍາດໃຫ້ມີການປ່ອຍໂຕຊະເລີຍເສິກ ຂອງພວກກະບົດທີ່ຖືກຈັບຫຼາຍພັນຄົນ ແບບມີເງື່ອນໄຂ ໂດຍເອີ້ນການເຄື່ອນໄຫວຂອງກາບູລວ່າ ລະເມີດຕໍ່ຂໍ້ຕົກລົງທີ່ກຸ່ມຕາລີບານໄດ້ເຊັນກັບສະຫະລັດ ເມື່ອໄວໆມານີ້.
ການເຄື່ອນໄຫວຂອງກຸ່ມຕາລີບານໃນວັນພຸດວານນີ້ ມີຂຶ້ນຫຼັງຈາກປະທານາທິບໍດີອາສຣາຟ ການີ ໄດ້ສັ່ງໃຫ້ມີການປ່ອຍໂຕພວກຊະເລີຍຕາລີບານເປັນຂັ້ນໆເລີ້ມໃນວັນເສົາທີ່ຈະມາເຖິງນີ້.
ແຕ່ແນວໃດກໍຕາມ ເຈົ້າໜ້າທີ່ອະວຸໂສຂອງລັດຖະບານອັຟການິສຖານຄົນນຶ່ງ ກ່າວຢ້ຳໃນເວລາຕໍ່ມາວ່າ ການປ່ອຍຊະເລີຍຕາລີບານ ແມ່ນເປັນການປ່ອຍແບບມີເງື່ອນໄຂ. ທ່ານເຊດິກ ເຊດິກກີ ໂຄສົກຂອງປະທານາທິບໍດີກ່າວກ່ຽວກັບເລື້ອງນີ້ວ່າ “ການປ່ອຍຊະເລີຍຕາລີບານ 1,500 ຄົນ ເລີ້ມໃນວັນທີ 24 ເດືອນຮູດຂອງອັຟການິສຖານ ຊຶ່ງກົງກັບວັນທີ 14 ມີນາ ຈະມີການປ່ອຍຊະເລີຍ 100 ຄົນໃນແຕ່ລະມື້ ອີງຕາມເງື່ອນໄຂ ແລະການສະແດງອອກ ໃນຄວາມຈິງໃຈຂອງພວກເຂົາເຈົ້າ. ຖ້າການປ່ອຍໃນມື້ທຳອິດ ທີສອງ ແລະທີສາມ ຍັງມີຄວາມຮຸນແຮງຢູ່ແລະຍັງຢູ່ໃນລະດັບສູງສຸດແລ້ວ ລັດຖະບານອັຟການິສຖານກໍຈະຢຸດເຊົາຂັ້ນຕອນດັ່ງກ່າວ ແຕ່ຂ້າພະເຈົ້າຢາກຂໍເນັ້ນວ່າ ຈຸດປະສົງທີ່ໃຫຍ່ທີ່ສຸດ ຂອງພວກເຮົາກໍແມ່ນຢຸດເຊົາການສູ້ລົບໃນອັຟການິສຖານແລະເຮັດໃຫ້ຂັ້ນຕອນສັນຕິພາບປະສົບກັບຄວາມສຳເລັດ ຊຶ່ງຈະດຳເນີນການຕໍ່ໄປ ໂດຍລັດຖະບານອັຟການິສຖານແລະສະຫະລັດ ພວກເຮົາຫວັງວ່າຂັ້ນຕອນນີ້ຈະປະສົບກັບຄວາມສຳເລັດ ແຕ່ຖ້າຫາກປະສົບກັບຄວາມລົ້ມແຫຼວ ຄວາມຮັບຜິດຊອບທັງໝົດ ແມ່ນຢູ່ກັບກຸ່ມຕາລີບານ.”
ຍັງບໍ່ມີການຖະແຫຼງຕອບຢ່າງເປັນທາງການໃດໆຈາກກຸ່ມຕາລີບານ ແຕ່ອົງການຂ່າວເອພີ ພົບຈົດໝາຍສະບັບນຶ່ງທີ່ມູລລາ ນົວຣຸດດິນ ຕູຣາບີ ຫົວໜ້າກຳມາທິການນັກໂທດຂອງກຸ່ມຕາລີບານ ໄດ້ສົ່ງໄປຫາພວກນັກໂທດ ຄອບຄົວເຂົາເຈົ້າແລະພວກຜູ້ນຳຕາລີບານ ໂດຍໃຫ້ຄຳໝັ້ນສັນຍາວ່າ ຈະບໍ່ມີການເຈລະຈາ ລະຫວ່າງພັກຝ່າຍຕ່າງໆຂອງອັຟການິສຖານເກີດຂຶ້ນຈົນເທົ່າພວກຊະເລີຍທັງໝົດຖືກປ່ອຍ.