ອົງການອະນາໄມໂລກ ໃນວັນພຸດວານນີ້ ໄດ້ປະກາດວ່າ ການລະບາດຂອງໄວຣັສໂຄໂຣນາ ເປັນໂຣກລະບາດລະດັບຮ້າຍແຮງໃນທົ່ວໂລກ ຊຶ່ງມີ 114 ປະເທດໄດ້ໃຫ້ການຢືນຢັນກ່ຽວກັບກໍລະນີ ຕິດເຊື້ອ ໃນຂະນະທີ່ສະຫະລັດປະກາດຫ້າມການເດີນທາງຈາກຢູໂຣບ ແລະສະມາຄົມບານບ້ວງຫຼືບາສແກັສບານແຫ່ງຊາດ ກ່າວວ່າ ຕົນໄດ້ໂຈະການແຂ່ງຂັນຂອງຕົນໃນປັດຈຸບັນນີ້.
ຫົວໜ້າອົງການອະນາໄມໂລກ ທ່ານເທໂດຣສ ອາດານອມ ເກເບຣເຢຊຸສ ກ່າວໃນວັນພຸດວານນີ້ວ່າ “ໃນຮອບສອງອາທິດທີ່ຜ່ານມານີ້ ຈຳນວນກໍລະນີຕິດເຊື້ອ ໂຄວີດ-19 ຢູ່ນອກປະເທດຈີນ ໄດ້ເພີ້ມຂຶ້ນ 13 ເທົ່າແລະຈຳນວນປະເທດທີ່ໄດ້ຮັບຜົນກະທົບ ແມ່ນເພີ້ມຂຶ້ນ 3 ເທົ່າ.”
ທ່ານເທໂດຣສເຕືອນວ່າ ການລະບາດທີ່ຮ້າຍແຮງສຸດຍັງບໍ່ທັນມາຮອດເທື່ອ ຊຶ່ງ ທາງອົງການອະນາໄມໂລກ “ແມ່ນມີຄວາມເປັນຫ່ວງຢ່າງເລິກເຊິ່ງທັງໃນລະດັບທີ່ຕື່ນຕົກໃຈ ແລະຄວາມຮ້າຍແຮງຂອງການລະບາດ ແລະການບໍ່ເອົາມາດຕະການທີ່ໜ້າກັງວົນ.”
ທ່ານກ່າວຕື່ມວ່າ “ໃນຊຸມມື້ແລະອາທິດຕໍ່ໜ້ານີ້ ພວກເຮົາຄາດວ່າຈະໄດ້ເຫັນຈຳນວນກໍລະນີຕິດເຊື້ອແລະການເສຍຊີວິດ ພ້ອມທັງຈຳນວນປະເທດທີ່ໄດ້ຮັບຜົນກະທົບ ເພີ້ມຂຶ້ນສູງກວ່ານີ້.”
ທ່ານເທໂດຣສ ກ່າວວ່າ ອົງການອະນາໄມໂລກ “ໄດ້ອອກຄຳເຕືອນຢ່າງໜັກແໜ້ນແລະຢ່າງຈະແຈ້ງ” ແລະປະເທດເຫຼົ່ານັ້ນ “ສາມາດປ່ຽນທິດທາງຂອງໂຣກລະບາດຮ້າຍແຮງນີ້ໄດ້.”
ສ່ວນປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກໍໄດ້ກ່າວຄຳປາໄສຕໍ່ປະເທດຊາດໃນແລງວັນພຸດວານນີ້ ໂດຍປະກາດວ່າ “ເຊື້ອໄວຣັສນີ້ຈະບໍ່ມີໂອກາດເລີຍຕໍ່ສະຫະລັດ” ແລະໄດ້ປະກາດໃຫ້ໂຈະທຸກການເດີນທາງເປັນເວລາ 30 ມື້ຈາກຢູໂຣບຫາສະຫະລັດ ເລີ້ມແຕ່ວັນສຸກ ມື້ອື່ນນີ້ ເປັນຕົ້ນໄປ. ການເດີນທາງມາຈາກອັງກິດ ແມ່ນໄດ້ຮັບການຍົກເວັ້ນ ດັ່ງດຽວກັນກັບປະຊາຊົນຂອງສະຫະລັດ ຜູ້ທີ່ມີສິດຢູ່ຢ່າງຖືກຕ້ອງຕາມກົດໝາຍ ແລະຄອບຄົວຂອງເຂົາເຈົ້າ.
ນອກນັ້ນ ທ່ານທຣຳຍັງໄດ້ປະກາດກ່ຽວກັບການຊ່ວຍບັນເທົາທາງດ້ານການເງິນສຳລັບຜູ້ຄົນແລະທຸລະກິດທີ່ໄດ້ຮັບຜົນກະທົບຈາກເຊື້ອໄວຣັສ.
ໃນວັນພຸດວານນີ້ ກະຊວງການຕ່າງປະເທດຂອງສະຫະລັດກໍໄດ້ອອກຂໍ້ຊີ້ແນະທີ່ໄດ້ຮັບການແກ້ໄຂໃໝ່ ເພື່ອແນະນຳໃຫ້ສະຫະລັດ “ພິຈາລະນາຄືນໃໝ່ກ່ຽວກັບການເດີນທາງໄປຕ່າງປະເທດ” ຍ້ອນການລະບາດຂອງໄວຣັສໂຄໂຣນາ.
ເວລານີ້ ມີຜູ້ຕິດເຊື້ອທີ່ໄດ້ຮັບການຢືນຢັນແລ້ວຫຼາຍກວ່າ 1,200 ກໍລະນີ ແລະໃນເດືອນແລ້ວນີ້ ມີພຽງແຕ່ 15 ກໍລະນີເທົ່ານັ້ນ ຊຶ່ງທ່ານທຣຳກ່າວວ່າ ໃນອີກບໍ່ດົນນີ້ ກໍລະນີທັງໝົດຈະຫຼຸດລົງເປັນສູນ. ນັບແຕ່ນັ້ນມາການລະບາດໄດ້ແຜ່ອອກໄປໃສ່ປະມານ 40 ຂອງຈຳນວນທັງໝົດ 50 ລັດໃນສະຫະລັດ. ມີຜູ້ເສຍຊີວິດແລ້ວ 32 ຄົນ.