ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ແລະ ອາ​ຊຽນ ເລື່ອນກອງ​ປະ​ຊຸມ​ສຸດຍອດ ໃນ​ເດືອນ​ມີ​ນາ ຍ້ອນ​ການ​ລະ​ບາດ ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ


ລັດ​ຖ​ະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພ​ອມ​ພຽວ ແລະ​ຄູ່​ຕຳ​ແໜ່ງ​ຝ່າຍ​ອາ​ຊຽນ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ອາ​ຊຽນ ຫຼື ARFຄັ້ງ​ທີ 26 ຢູ່​ບາງກອກ ປະ​ເທດ​ໄທ ເມື່ອ​ວັນ​ທີ 2 ສິງ​ຫາ 2019.
ລັດ​ຖ​ະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພ​ອມ​ພຽວ ແລະ​ຄູ່​ຕຳ​ແໜ່ງ​ຝ່າຍ​ອາ​ຊຽນ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ອາ​ຊຽນ ຫຼື ARFຄັ້ງ​ທີ 26 ຢູ່​ບາງກອກ ປະ​ເທດ​ໄທ ເມື່ອ​ວັນ​ທີ 2 ສິງ​ຫາ 2019.

ສະ​ຫະ​ລັດ​ກ່າວ​ໃນ​ວັນ​ສຸກວານນີ້​ວ່າ ຕົນ​ໄດ້​ເລື່ອນ​ເວ​ລາ​ກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ​ກັບ​ສະ​ມາ​ຄົມ​ບັນ​ດາ​ປະ​ຊາ​ຊາດ​ໃນ​ເຂ​ດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫຼື​ອາ​ຊຽນ ອອກ​ໄປ ໃນ​ຂະ​ນະ​ທີ່​ປະ​ເທດ​ຕ່າງໆ​ທົ່ວ​ໂລກ ພວມ​ທຳ​ການ​ຕໍ່​ສູ້​ຫາ​ທາງຍຸ​ຕິ​ການ​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ຫຼື COVID-19 ຢູ່.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຄົນ​ນຶ່ງ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ ກ່າວ​ວ່າ “ໃນ​ຂະ​ນະ​ທີ່​ປະ​ຊາ​ຄົມ​ນາໆ​ຊາດ ພວມ​ເຮັດ​ວຽກ​ຮ່ວມ​ກັນ ເພື່ອ​ເອົາ​ຊະ​ນະ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາສາຍ​ພັນ​ໃໝ່ ສະ​ຫະ​ລັດ ໃນ​ການ​ປຶກ​ສາ​ຫາ​ລື​ກັບ​ສະ​ມາ​ຄົມ​ອາ​ຊຽນ​ທີ່​ເປັນ​ຄູ່​ຮ່ວມງານ​ ໄດ້​ເຮັດ​ການ​ຕັດ​ສິນ​ໃຈ​ທີ່​ຫຍຸ້ງ​ຍາກ ເພື່ອ​ເລື່ອນ​ການ​ພົບ​ປະ​ກັບ​ພວກ​ຜູ້​ນຳຂອງ​ອາ​ຊຽນ​ອອກ​ໄປ ຊຶ່ງ​ກ່ອນໜ້ານີ້ ມີ​ກຳ​ນົດ​ຈັດ​ໃສ່​ກາງ​ເດືອນ​ມີ​ນາ.”

ສະ​ຫະ​ລັດ ແລະ 10 ປະ​ເທດ​ຈາກ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ມີ​ກຳ​ນົດ​ຈະ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ​ຂຶ້ນ ເພື່ອ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ ໃນ​ເວ​ລາ​ທີ່​ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ ຈີນ​ຍັງ​ສືບ​ຕໍ່​ຂະ​ຫຍາຍ​ອິດ​ທິ​ພົນ​ຂອງ​ຕົນ​ຢູ່​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ໃນ​ຂະ​ນະ​ທີ່​ພວມ​ຫາ​ທາງ​ໃຫ້​ເກີດ​ຄວາມ​ແຕກ​ແຍກລະ​ຫວ່າງ​ວໍ​ຊິງ​ຕັນ ແລະ​ພັນ​ທະ​ມິດ​ທີ່​ມີ​ມາ​ແຕ່​ໃດໆ​ຂອງ​ສ​ະ​ຫະ​ລັດ ຢູ່​ໃນ​ຂົງ​ເຂດ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ “ສະ​ຫະ​ລັດ​ມອງ​ເຫັນ​ຄຸນ​ຄ່​າ​ໃນ​ສາຍ​ພົວ​ພັນ​ຂອງ​ພວກ​ເຮົາ​ກັບ​ປະ​ເທດ​ຕ່າງໆ​ທີ່​ຢູ່​ໃນ​ຂົງ​ເຂດ ແລະ​ຫວັງ​ວ່າ​ຈະ​ໄດ້​ພົບ​ພໍ້​ກັນ​ໃນ​ອະ​ນາ​ຄົດ​ນີ້.”

ກອງ​ປະ​ຊຸມ​ສຸດຍອດ​ຕົ້ນ​ຕໍ​ແລ້ວ​ມີ​ກຳ​ນົດ​ຈັດ​ໃສ່ ວັນ​ທີ 14 ມີ​ນາ​ທີ່​ນະ​ຄອນ​ລາ​ສ​ເວ​ກັ​ສ. ການ​ປະ​ຊຸມ​ສອງ​ຝ່າຍ​ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ​ພວກ​ຜູ້​ນຳ​ຂອງ​ອາ​ຊຽນ​ກໍ​ໄດ້​ມີ​ການ​ວາງ​ແຜນ​ກັນ​ໄວ້​ເຊັ່ນ​ດຽວ​ກັນ.

ສະ​ພາ​ທຸ​ລະ​ກິດ ສະ​ຫະ​ລັດ-ອາ​ຊຽນ ກໍ​ໄດ້​ມີ​ການ​ຈັດ​ແຈງ ກອງ​ປະ​ຊຸມ​ສຸດຍອດທາງ​ດ້ານ​ເທັກ​ໂນ​ໂລ​ຈີ​ຄັ້ງ​ສຳ​ຄັນ ຄຽງ​ຄູ່​ໄປ​ກັບ​ກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ​ໃນ​ເດືອນ​ມີ​ນາ.

ຮອງ​ປະ​ທານ​ສະ​ພາ​ທຸ​ລະ​ກິດ​ສະ​ຫະ​ລັດ​-ອາ​ຊຽນ ທ່ານ​ນາງເອ​ລີ​ຊາ​ເບັດ ດູ​ແກນ ກ່າວ​ລຸນ​ຫລັງ​ທີ່​ໄດ້​ມີ​ການ​ເລື່ອນກອງ​ປະ​ຊຸມ​ສຸດຍອດ​ວ່າ “ປະ​ຊ​າ​ຄົມ​ທຸ​ລະ​ກິດ​ອາເມ​ຣິ​ກັນ ຮັບ​ຮູ້​ເຖິງ​ຄວາມ​ສຳ​ຄັນ​ຂອງກອງ​ປະ​ຊຸມ​ສຸດຍອດສຳ​ລັບ​ພວກ​ຜູ້​ນຳ​ຂອງ​ອາ​ຊຽນ ແລະ​ລັດ​ຖະ​ບານ​ສະ​ຫະ​ລັດ ໃນ​ຖາ​ນະ​ທີ່​ມີ​ສ່ວນ​ກ່ຽວ​ພັນ​ກັບ​ຍຸດ​ທະ​ສາດອິນ​ໂດ​ປາ​ຊີ​ຟິກ” ແລະ​ທ່ານ​ນາງ​ກ່າວ​ຕື່ມ​ວ່າ ທາງ​ສະ​ພາ​ "ຫວັງ​ວ່າ ຈະ​ໄດ້​ເຮັດ​ວຽກ​ຢ່າງ​ໃກ້​ຊິດ ກັບ​ພວກ​ຜູ້​ນຳ​ຂອງ​ສະ​ຫະ​ລັດ ແລະ​ອາ​ຊ່ຽນ ເພື່ອ​ຄ້ຳ​ປະ​ກັນ​ເຖິງ​ຄວາມ​ສຳ​ເລັດ ໃນ​ການ​ພົວ​ພັນ​ທີ່​ສຳ​ຄັນ​ນີ້ ໃນ​ໂອ​ກາດ​ຂັ້ນ​ຕໍ່​ໄປ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG