ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້​ຕົກ​ລົງ​ສັນ​ຕິ​ພາບ ລະ​ຫວ່າງ ສ​ຫລ ກັບ ກຸ່ມ​ຕາ​ລີ​ບານ ໃນ​ອັ​ຟ​ກາ​ນິ​ສ​ຖານ ມີ​ກຳ​ນົດ ລົງ​ນາມ​ກັນ ທີ່​ໂດ​ຮາ


ລັດ​ຖະ​ມົນ​ຕີກ​ະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ຈະ​ໄປ​ຮ່ວມ​ເປັນ​ສັກ​ຂີ​ພະ​ຍານ ໃນ​ພິ​ທີ​ລົງ​ນາມ ທີ່​ນະ​ຄອນ​ຫຼວງ​ໂດ​ຮາ ຂອງ​ກາ​ຕ້າ ໃນ​ວັນ​ເສົາ​ມື້ນີ້.
ລັດ​ຖະ​ມົນ​ຕີກ​ະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ຈະ​ໄປ​ຮ່ວມ​ເປັນ​ສັກ​ຂີ​ພະ​ຍານ ໃນ​ພິ​ທີ​ລົງ​ນາມ ທີ່​ນະ​ຄອນ​ຫຼວງ​ໂດ​ຮາ ຂອງ​ກາ​ຕ້າ ໃນ​ວັນ​ເສົາ​ມື້ນີ້.

ຫຼັງ​ຈາກ​ໄດ້​ສູ້​ລົບ​ກັນ​ມາ​ເກືອບ 19 ປີແລ້ວນັ້ນ ຜູ້​ຕາງ​ໜ້າ​ຂອງ​ສະ​ຫະ​ລັດ ແລະ​ກຸ່ມ​ຕາ​ລີ​ບານ​ໃນ​ອັ​ຟ​ກາ​ນິ​ສ​ຖານ ຄາດ​ວ່າ​ຈະ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ໃນວັນ​ເສົາ​ມື້ນີ້ ທີ່​ນະ​ຄອນ​ໂດ​ຮາ ປະ​ເທດ​ກາ​ຕ້າ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ແມ່ນ​ຮວມ​ຢູ່​ໃນ​ບັນ​ດາ ພວກ​ທີ່​ຈະ​ເຂົ້າ​ຮ່ວມ​ເປັນ​ສັກ​ສີ​ພະ​ຍານ ກ່ຽວ​ກັບ​ການ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ ທີ່​ແນ​ໃສ່​ເພື່ອ​ນຳ​ໄປ​ສູ່​ການ​ເຈ​ລະ​ຈາ ລະ​ຫວ່າງ​ເຈົ້າ​ໜ້າ​ທີ່​ຂອງ​ກຸ່ມ​ຕາ​ລີ​ບານແລະ ​ລັດ​ຖະ​ບານອັ​ຟ​ກາ​ນິ​ສ​ຖານ ເພື່ອ​ຍຸ​ຕິ​ບັນ​ຫາ​ຂັດ​ແຍ້ງແລະ​ການ​ຖອນ​ທະ​ຫານ​ສະຫະ​ລັດ ຈາກຈຳ​ນວນ 13,000 ຄົນ ລົງ​ມາ​ເຫຼືອ​ຢູ່ 8,600 ຄົນ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່າ​ນ​ດໍ​ໂນ​ລ ທ​ຣຳ ຮຽກ​ຮ້ອງ​ໃຫ້​ກຸ່ມ​ຕາ​ລີ​ບານ​ແລະລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ “ຍາດ​ເອົາ​ໂອ​ກາດ​ອັນນີ້​ເພື່ອ​ສ້າງ​ສັນ​ຕິ​ພາບ” ແລະ​ກ່າວວ່າ ຖ້າ​ພວກ​ເຂົາ​ເຈົ້າ​ຫາກ​ປະ​ຕິ​ບັດ​ຕາມ​ຄວາມ​ໝັ້ນ​ໝາຍ​ແລ້ວ “ພວກ​ເຮົາ​ຈະ​ມີເສັ້ນ​ທາງ​ທີ່​ເຂັ້ມ​ແຂງ​ໄປ​ໜ້າ ເພື່ອ​ຍຸ​ຕິ​ສົງ​ຄາມ​ໃນ​ອັ​ຟ​ກາ​ນິ​ສ​ຖານ ແລະ​ນຳ​ເອົາທະ​ຫານ​ຂອງ​ພວກ​ເຮົາ ກັບ​ຄືນ​ປະ​ເທດ.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ມາກ ແອັ​ສ​ເປີ ກໍ​ຈະ​ອອກຖະ​ແຫຼງ​ການ​ຮ່ວມ ກັບ​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ ອີງ​ຕາມ​ຖະ​ແຫຼງ​ການ​ຂອງທ່ານ​ທ​ຣຳ ໃນ​ວັນ​ສຸກວານນີ້.

ຂໍ້​ຕົກ​ລົງ​ຫຼຸດ​ຄວາມ​ຮຸນ​ແຮງ ລະ​ຫວ່າງ​ສະ​ຫະ​ລັດ ກັບ​ກຸ່ມ​ຕາ​ລີ​ບານ ເລີ້ມ​ມີ​ຜົນ​ບັງ​ຄັບ​ໃຊ້​ເມື່ອເຈັດ​ມື້​ກ່ອນ ແລະ​ຄວາມ​ສຳ​ເລັດ​ຂອງ​ຂໍ້​ຕົກ​ລົງ​ນີ້ ຈະ​ແຜ້ວ​ທາງ​ໄປສູ່​ການ​ລົງ​ນາມ​ໃນ​ວັນ​ເສົາ​ມື້ນີ້.

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ກາ​ນິ​ສ​ຖານ ທ່ານ​ຮາ​ມິດ ກາ​ຊາຍ ກ່າວ​ຕໍ່​ວີ​ໂອ​ເອ​ພ​ະແນກ​ພາ​ສາ​ອັ​ຟ​ກາ​ນິ​ສ​ຖານວ່າ “ພວກ​ເຮົາ​ດີ​ໃຈ​ຫຼາຍທີ່​ໄດ້​ເຫັນ​ການ​ລົງ​ນາມ​ມີ​ຂຶ້ນໃນ​ວັນ​ເສົາ​ມື້ນີ້. ມັນ​ເປັນ​ສິ່ງ​ທີ່​ໜ້າ​ຊື່ນ​ຊົມ. ແລະ​ຈາກ​ຈຸດນັ້ນ ພວກ​ເຮົາ​ຫວັງ​ວ່າການ​ເຈ​ລະ​ຈາ​ລະ​ຫວ່າງ​ພັກ​ຝ່າຍ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ຈະ​ເລີ້ມ​ຂຶ້ນ​ໂດຍ​ໄວ​ເທົ່າ​ທີ່ຈະ​ໄວ​ໄດ້ ເພື່ອ​ວ່າ​ຊາວ​ອັ​ຟ​ກາ​ນິ​ສ​ຖານ ຈະ​ສາ​ມາດ​ນັ່ງ​ລົງ​ນຳ​ກັນ ແລະ​ນຳ​ເອົາສັນ​ຕິ​ພາບ​ອັນ​ຖາ​ວອນ ມາ​ສູ່​ປະ​ເທດ​ທີ່​ຮັກ​ແລະ​ຫວງ​ແຫນ​ຂອງ​ພວກ​ເຮົາ.”

ການ​ເຈ​ລະ​ຈາ​ລະ​ຫວ່າງ​ກຸ່ມ​ຕາ​ລີ​ບານ ແລະ​ເຈົ້າ​ໜ້າ​ທີ່​ອັ​ຟ​ກາ​ນິ​ສ​ຖານ ຄວນ​ຈະ​ເລີ້ມ​ຂຶ້ນ​ພາຍ​ໃນ​ເວ​ລາສິບ​ວັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG