ເຊື້ອໄວຣັສໂຄໂຣນາໄດ້ແຜ່ລະບາດໄປໃສ່ຕື່ມອີກ 7 ປະເທດໃນວັນສຸກວານນີ້ ເຮັດໃຫ້ຕະຫຼາດຮຸ້ນເສຍຫຼັກແລະອົງການອະນາໄມໂລກຕ້ອງໄດ້ຍົກລະດັບການ ເຕືອນກ່ຽວກັບຄວາມສ່ຽງທີ່ຈະເກີດຜົນກະທົບ ຂຶ້ນສູ່ຂັ້ນ “ສູງສຸດ.”
ເມັກຊິໂກ ໄນຈີເຣຍ ນິວຊີແລນ ລີທົວເນຍ ເບລາຣຸສ ອາເຈີບາຍຈານແລະໄອຊ໌ແລນ ໄດ້ລາຍງານກ່ຽວກັບກໍລະນີຕິດເຊື້ອໄວຣັສເທື່ອທຳອິດ ໃນວັນສຸກວານນີ້ ຂະນະທີ່ຈຳນວນປະເທດທີ່ມີການແຜ່ລະບາດໄດ້ເພີ້ມຂຶ້ນເປັນເກືອບ 60 ປະເທດແລ້ວ.
ສະຫະລັດໄດ້ລາຍງານກໍລະນີທີ 4 ຂອງເຊື້ອໄວຣັສ ທີ່ຕິດໃສ່ຄົນຜູ້ທີ່ບໍ່ເຄີຍມີປະຫວັດໃນການເດີນທາງໄປປະເທດ ທີ່ມີການລະບາດຂອງເຊື້ອພະຍາດ ທີ່ຮູ້ກັນໃນຊື່ COVID-19 ຫຼືບໍ່ຮູ້ວ່າໄດ້ຢູ່ໃກ້ຊິດກັບຄົນທີ່ຕິດເຊື້ອ. ເຈົ້າໜ້າທີ່ສາທາລະນະສຸກຂອງສະຫະລັດ ກ່າວໃນວັນສຸກວານນີ້ວ່າ ຕົນພວມລໍຖ້າການຢືນຢັນຂອງຜົນການກວດຢູ່. ເຈົ້າໜ້າທີ່ໃນລັດອໍເຣກອນ ກໍລາຍງານວ່າ ມີຄົນປ່ວຍທີ່“ສັນນິດຖານວ່າຕິດເຊື້ອ” ໃນວັນສຸກວານນີ້.
ຜົນການກວດກ່ຽວກັບເຊື້ອໄວຣັສໂຄໂຣນາ ແມ່ນຖືວ່າ “ເປັນການສັນນິດຖານ” ຈົນເທົ່າໄດ້ຮັບການຢືນຢັນຈາກສູນກາງຄວບຄຸມແລະປ້ອງກັນພະຍາດ.
ໃນຕອນເຊົ້າວັນສຸກວານນີ້ ເຈົ້າໜ້າທີ່ໃນລັດຄາລີຟໍເນຍໃຫ້ການຢືນຢັນ ກ່ຽວກັບກໍລະນີຕິດເຊື້ອໄວຣັສທີສອງຊຶ່ງບໍ່ຮູ້ທີ່ມາ. ຄົນປ່ວຍຊຶ່ງເປັນຄົນໃນເຂດພາກເໜືອລັດຄາລີຟໍເນຍ ອາຍຸ 65 ປີບໍ່ເຄີຍມີປະຫວັດໃນການຕິດຕໍ່ກັບຄົນປ່ວຍຜູ້ທຳອິດຂອງການຕິດຕໍ່ໃນປະຊາຄົມ ຊຶ່ງແມ່ຍິງຜູ້ນີ້ ກໍຢູ່ໃນເຂດພາກເໜືອຂອງລັດຄາລີຟໍເນຍເຊັ່ນດຽວກັນ.
ໃນວັນສຸກວານນີ້ ອົງການອະນາໄມໂລກ ໄດ້ຍົກລະດັບການຊັ່ງຊາຄວາມສ່ຽງຢູ່ໃນໂລກກ່ຽວກັບເຊື້ອໄວຣັສໂຄໂຣນາ ຂຶ້ນສູ່ຂັ້ນສູງສຸດ.
ຫົວໜ້າອົງການອະນາໄມໂລກ ທ່ານເທໂດຣສ ອາດານອມ ກາເບຣເຢຊຸສ ໄດ້ກ່າວຕໍ່ພວກນັກຂ່າວວ່າ “ເວລານີ້ ພວກເຮົາໄດ້ເພີ້ມລະດັບຄວາມສ່ຽງໃນການແຜ່ລະບາດແລະຄວາມສ່ຽງໃນການໄດ້ຮັບຜົນກະທົບຈາກເຊື້ອໄວຣັສ COVID-19 ຂຶ້ນສູ່ຂັ້ນສູງຫຼາຍຂອງໂລກ.
ການແຜ່ລະບາດທີ່ຂະຫຍາຍວົງກວ້າງອອກຂອງເຊື້ອໄວຣັສໂຄໂຣນາ ໄດ້ພາໃຫ້ຕະຫຼາດຮຸ້ນຂອງໂລກໃນຫຼາຍໆແຫ່ງຕົກລາຄາໃນວັນສຸກວານນີ້ ສູ່ລະດັບຕ່ຳສຸດນັບແຕ່ເກີດວິກິດການທາງດ້ານການເງິນໃນປີ 2008 ເປັນຕົ້ນມາ.