ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເທີ​ກີ​ ຮຽກ​ຮ້ອງ​ໃຫ້​ ປະ​ເທດ​ມະ​ຫາ​ອຳ​ນາດ ຂອງ​ໂລກ ​ກຳ​ນົດ​ເຂດ​ປອດ​ການ​ບິນ​ຂຶ້ນ ​ຢູ່​ໃນ​ຊີ​ເຣຍ


ພາບ​ລວມ​ຂອງ​ຂະ​ບວນ​ລົດ​ບັນ​ທຸກ​ເຄື່ອງ​ຂອງ​ຊາວ​ຊີ​ເຣຍ ທີ່ພາ​ກັນອົບ​ພະ​ຍົບ ອອກ​ຈາກພາກຕາ​ເວັນ​ຕົກ ທີ່​ເປັນ​ເຂດ​ຊົນ​ນະ​ບົດ​ຂອງ​ນະ​ຄອນ Aleppo ທີ່​ຢູ່​ໃກ​ກັບເຂດ​ອິດ​ລິບ​ໃນ​ຊີ​ເຣຍ ໃນ​ວັນ​ທີ 11 ກຸມ​ພາ, 2020 (ຖ່າຍ​ໂດຍ​ນັກ​ຂ່າວ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ)
ພາບ​ລວມ​ຂອງ​ຂະ​ບວນ​ລົດ​ບັນ​ທຸກ​ເຄື່ອງ​ຂອງ​ຊາວ​ຊີ​ເຣຍ ທີ່ພາ​ກັນອົບ​ພະ​ຍົບ ອອກ​ຈາກພາກຕາ​ເວັນ​ຕົກ ທີ່​ເປັນ​ເຂດ​ຊົນ​ນະ​ບົດ​ຂອງ​ນະ​ຄອນ Aleppo ທີ່​ຢູ່​ໃກ​ກັບເຂດ​ອິດ​ລິບ​ໃນ​ຊີ​ເຣຍ ໃນ​ວັນ​ທີ 11 ກຸມ​ພາ, 2020 (ຖ່າຍ​ໂດຍ​ນັກ​ຂ່າວ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ)

ເທີ​ກີ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ກຳ​ນົດ​ເຂດ​ປອດ​ການ​ບິນ​ຂຶ້ນ ​ຢູ່​ໃນ​ຊີ​ເຣຍ ໃນ​ວັນ​ສຸກມື້ນີ້ເພື່ອ​ປົກ​ປ້ອງ​ພົນ​ລະ​ເມືອງ​ຫລາຍ​ແສນ​ຄົນ​ບໍ່​ໃຫ້ຖືກ​ໂຈມ​ຕີທາງ​ອາ​ກາດ​ໂດຍ​ກຳ​ລັງ​ທະ​ຫານ​ຂອງ​ລັດ​ຖະ​ບານຢູ່​ໃນ​ຂົງ​ເຂດ​ອິດ​ລິບ.

​ທ່ານ ຟາ​ເຣດ​ທິນ ອາ​ລ​ທູນ (Fahrettin Altun), ຫົວ​ໜ້າ​ຝ່າຍ​ຂ່າວ​ສານ​ຂອງ ປະ​ທາ​ນາ​ທິ​ບໍ​ດີ​ເທີ​ກີ ​ກ່າວ​ຜ່ານ​ທວີດ​ເຕີ​ວ່າ ຣັດ​ເຊຍ ແລະ​ອີ​ຣ່ານ ທີ່​ເປັນ​ຜູ້​ໜູນ​ຫລັງໃຫ້​ແກ່​ປະ​ທາ​ນາ​ທິ​ບໍ​ດີ​ບາ​ຊາ ອາ​ລ-ອາ​ຊາດ (Bashar al-Assad) ຂອງ​ຊີ​ເຣຍ "ຈະ​ເສຍ​ຄວາມ​ເຊື່ອ​ຖືໄປ​ໝົດ ຖ້າ​ຫາກ​ເຂົາ​ເຈົ້າ​ບໍ່​ສາ​ມາດ​ປະ​ຕິດ​ບັດ​ຕາມ ຄຳ​ໝັ້ນສັນ​ຍາ​ຂອງຕົນ ໃນ​ການ​ເຮັດ​ໃຫ້ການ​ກໍໍ່​ຄວາມ​ຮຸນ​ແຮງ ແລະຄວາມໂຫດ ​ຮ້າຍ ຢູ່​ໃນເຂດ​ອິດ​ລິບຫລຸດ​ລົງໄດ້.”

ທ່ານ​ກ່າວ​ຕື່ມ​ວ່າ "ພົນ​ລະ​ເມືອງ​ຫລາຍ​ລ້ານຄົນ ຖືກໂຈມ​ຕີ​ທາ​ງອ​າກ​າດ​ມາ​ໄດ້​ຫລາຍ​ເດືອນ​ແລ້ວ. ພື້ນ​ຖານ​ໂຄງ​ລ່າງ ລວມ​ທັງໂຮງ​ຮຽນ ແລະໂຮງ​ໝໍ ກຳ​ລັງ​ຕົກ​ເປັນ​ເປົ້າ​ໝາຍ​ຂອງລະ​ບອບ​ການ​ປົກ​ຄອງ​ດັ່ງ​ກ່າວ ​ຢ່າງ​ເປັນ​ລະ​ບົບ. ການ​ດັບ​ສູນ​ເຊື້ອ​ຊາດ​ເກີດ​ຂຶ້ນຢ່າງ​ຊ້າໆ ຢູ່​ຕໍ່​ໜ້າ ຕໍ່​ຕາ​ຂອງ​ພວກ​ເຮົາ. ຜູ້​ໃດ​ທີ່​ມີ​ຈິດ​ສຳ​ນຶກ ແລະ​ມີ​ກຽດສັກ​ສີ ຈະ​ຕ້ອງອອກ​ປາກ​ອອກ​ສຽງຕ້ານ​ມັນ!"

ທ່ານ ອາ​ລ​ທູນ ກ່າວ​ອີກວ່າ ລະ​ບອບ​ການ​ປົກ​ຄອງ​ຂອງ​ຊີ​ເຣຍໄດ້ “ດຳ​ເນີນ ການ​ຂ້າ​ລ້າງ​ປະ​ຊາ​ຊົນ ແລະເຜົ່າ​ພັນຢູ່​ໃນ​ຂົງ​ເຂດ. ພວກ​ເຮົາ​ບໍ່​ສາ​ມາດ​ຫັນ​ໜ້າ​ໜີ ເມີນ​ເສີຍ​ຕໍ່​ມັນ​ໄດ້!"

​ໃນ​ຂະ​ນະ​ດຽວ​ກັນ ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈາກ​ປະ​ເທດ​ສະ​ມາ​ຊິກຂອງ​ອົງ​ການເນ​ໂຕ (NATO) ກຳ​ລັງ​ຈັດ​ການ​ພົບ​ປະ​ແບບ​ສຸກ​ເສີນ​ຂຶ້ນ​ຕາມ​ການ​ຮ້ອງ​ຂໍ​ຂອງ​ເທີ​ກີ, ຊຶ່ງ​ເປັນ​ປະ​ເທດ​ສະ​ມາ​ຊິກ​ຂອງອົງ​ການ​ພັນ​ທະ​ມິດນັ້ນປະ​ເທດ​ນຶ່ງ.

​ທ່ານ ມາກ​ຄ໌ ແອ​ສ​ເພີ (Esper) ລັດ​ຖະ​ມົນ​ຕີ​ກະ​ຊວງປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ​ລົມ​ກັບ​ຄູ່​ປະ​ຈຳ​ຕຳ​ແໜ່ງ​ຂອງທ່ານ​ໃນ​ເທີ​ກີໃນ​ວັນ​ພະ​ຫັດ​ວານນີ້ ແລະພວກ​ເພິ່ນ​ໄດ້​ສົນ​ທະ​ນາ​ກັນ​ກ່ຽວ​ກັບ​ເຂດ​ອິດ​ລິບ ແລະ​ລີ​ເບຍ.

“ພວກ​ເຮົາກຳ​ລັງ​ຫາ​ຊ່ອງທາງ​ໃຫ້ສະ​ຫະ​ລັດສາ​ມາດ​ເຮັດ​ວຽກ​ກັບ​ເທີ​ກີ ແລະ​ປະ​ຊາ​ຊົມ​ສາ​ກົນໄດ້​” ນັ້ນ​ຄື​ຄຳ​ເວົ້າ​ຂອງທຳ​ນຽບ​ຫ້າ​ແຈ ໂດຍ​ກ່າວ​ເຖິງ​ການ​ລົມ​ກັນ​ທາງ​ໂທ​ລະ​ສັບ​ນັ້ນ.

ທ​ະຫານເທີ​ກີ 33 ຄົນ​ເສຍ​ຊີ​ວິດ ແລະ 32 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ວັນ​ພະ​ຫັດ​ວານນີ້ ຢູ່​ໃນ​ການ​ໂຈມ​ຕີ​ທາ​ງອ​າກ​າດ ​ໂດຍ​ກຳ​ລັງ​ທະ​ຫານ​ຊີ​ເຣຍ ຢູ່​ໃນ​ຂົງ​ເຂດ ອິດ​ລິບນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG