ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ລະ​ບາດ ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ ແລະ​​ການ​ສັ່ງ​ໃຫ້ ຄົນ​ງານ​ພັກ​ການ ພາ​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ ຢູ່​ຖານ​ທັບ ສ​ຫລ ໃນ​ເກົາ​ຫຼ​ີ​ໃຕ້


​ຮູບ​ຖ່າຍ​ເມື່ອ​ວັນ​ທີ 21 ກຸມ​ພາ 2020 ສະ​ແດງ​ໃຫ້​ເຫັນ​ວ່າ ທະ​ຫານ​ມາ​ຣີນ​ເກົາ​ຫຼີ​ໃຕ້​ຄົນ​ນຶ່ງທີ່​ໃສ່​ໜ້າກາກ ຢືນ​ຢູ່​ຕໍ່​ໜ້າ ຄ້າຍ​ທະ​ຫານ​ເຮືອ ຫຼັງ​ຈາກ​ທະ​ຫານ​ຄົນ​ນຶ່ງ​​ທີ່ນັ້ນ ໄດ້​ຮັບ​ການ​ຢືນ​ຢັນ​ວ່າ ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ທີ່​ເກາະ​ເຈ​ຈູ ໃນ​ເກົາ​ຫຼີ​ໃຕ້.
​ຮູບ​ຖ່າຍ​ເມື່ອ​ວັນ​ທີ 21 ກຸມ​ພາ 2020 ສະ​ແດງ​ໃຫ້​ເຫັນ​ວ່າ ທະ​ຫານ​ມາ​ຣີນ​ເກົາ​ຫຼີ​ໃຕ້​ຄົນ​ນຶ່ງທີ່​ໃສ່​ໜ້າກາກ ຢືນ​ຢູ່​ຕໍ່​ໜ້າ ຄ້າຍ​ທະ​ຫານ​ເຮືອ ຫຼັງ​ຈາກ​ທະ​ຫານ​ຄົນ​ນຶ່ງ​​ທີ່ນັ້ນ ໄດ້​ຮັບ​ການ​ຢືນ​ຢັນ​ວ່າ ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ທີ່​ເກາະ​ເຈ​ຈູ ໃນ​ເກົາ​ຫຼີ​ໃຕ້.

ກອງ​ທັບ​ສະ​ຫະ​ລັດ ​ໃນ​ເກົາ​ຫຼີ​ໃຕ້ ທີ່​ມີ​ຄຳ​ຂວັນ​ວ່າ “ພ້ອມ​ແລ້ວ​ທີ່​ຈະ​ສູ້​ລົບ​ຄືນນີ້” ໄດ້​ຖືກບັງ​ຄັບ​ໃຫ້​ເຂົ້າ​ສູ່​ສະ​ໜາມ​ລົບ ທີ່​ຜິດ​ທຳ​ມະ​ດາ​ໃນ 2 ດ້ານ ຄື​ນຶ່ງ​ເຊື້ອ​ໄວຣັ​ສຮ້າຍ​ແຮງ​ທີ່​ສາ​ມາດ​ຕິດ​ແປດ​ໄດ້​ສູງ ທີ່​ກຳ​ລັງ​ແຜ່​ລະ​ບາດ ​ຢູ່​ໃນ​ທົ່ວ​ປະ​ເທດ ແລະສອງໄ​ພ​ຂົ່ມ​ຂູ່​ທີ່​ພວມ​ຈະ​ເກີດ​ຂຶ້ນ ທີ່​ວ່າ​ພວກ​ຄົນ​ງານ​ຊາວ​ເກົາ​ຫຼີ​ໃຕ້​ຫຼາຍໆພັນ​ຄົນ​ຈະ​ຖືກ​ສັ່ງ​ໃຫ້​ພັກ​ການ​ໃນ​ໄວໆ​ນີ້​ຍ້ອນ​ການ​ຂັດ​ແຍ້ງ​ກ່ຽວ​ກັບ​ແບ່ງ​ປັນ​ພາລະ​ຮັບ​ຜິດ​ຊອບ​ດ້ານ​ການ​ໃຊ້​ຈ່າຍ.

ກຳ​ລັງ​ສະ​ຫະ​ລັດ​ໃນ​ເກົາ​ຫຼີ​ໃຕ້ ໃນ​ອາ​ທິດ​ນີ້ ໄດ້​ສັ່ງ​ໃຫ້ຄ້​າຍ​ທະ​ຫານ​ຕ່າງໆ​ຂອ​ງ​ຕົນ​ຢູ່ໃນ​ທ່າ​ກຽມ​ພ້ອມ​ລະ​ດັບ​ສູງ ຫຼັງ​ຈາກ​ທະ​ຫານ​ຄົນ​ນຶ່ງ​ຂອງ​ຕົນ ແລະ​ອີກ 2 ຄົນ​ທີ່ໄປ​ຢ້ຽມ​ຢາມ​ຄ້າຍໄດ້​ຕິດ​ເຊື້ອໄວ​ຣັ​ສ​ໂຄ​ໂຣ​ນາ​. ເພື່ອ​ຮັບ​ມື​ກັບ​ເລື້ອງ​ນີ້ທາງກອງ​ທັບ​ສະ​ຫະ​ລັດແລະ​ເກົາ​ຫຼີ​ໃຕ້ຈຶ່ງ​ໄດ້​ປະ​ກາດ​ເລື່ອນ​ການ​ຊ້ອມ​ລົບ​ຮ່ວມ​ທາງທະ​ຫານ​ໃນ​ທັນ​ທີ ທຳ​ການກວດ​ອຸນ​ຫະ​ພູມ ແລະ​ເອົາ​ມາດ​ຕະ​ການ​ອື່ນໆ​ອີກ​ຕໍ່​ພວກທີ່​ເຂົ້າ​ໄປ​ໃນ​ຄ້າຍ ແລະ​ຈຳ​ກັດ​ບໍ່​ໃຫ້​ພວກ​ທະ​ຫານ​ອອກ​ໄປ​ນອກ​ຄ້າຍ.

ໃນ​ອີກ​ດ້ານ​ນຶ່ງນັ້ນ ກອງ​ທັບ​ສະ​ຫະ​ລັດ​ໄດ້​ກ່າວໃນ​ວັນ​ສຸກມື້ນີ້​ວ່າ ຕົນ​ໄດ້​ແຈ້ງ​ໃຫ້​ພະ​ນັກ​ງານ​ຊາວ​ເກົາ​ຫຼີ​ໃຕ້ 9,000 ຄົນ​ຊາບ​ວ່າ ເຂົ​າ​ເຈົ້າ​ອາດ​ຈະ​ຖືກ​ສັ່ງ​ໃຫ້​ຢຸດເຮັດ​ວຽກ 30 ມື້ ຖ້າ​ສະ​ຫະ​ລັດ​ແລະ​ເກົາ​ຫຼີ​ໃຕ້ບໍ່​ສາ​ມາດ​ຕົກ​ລົງ​ກັນ​ໄດ້ ກ່ຽວ​ກັບການ​ແບ່ງ​ປັນ​ພາ​ລະ​ຮັບ​ຜິດ​ຊອບ​ເລື້ອງການ​ໃຊ້​ຈ່າຍ ໃນການ​ມີ​ໜ້າ​ຂອງ​ກຳ​ລັງທະ​ຫານ​ສະ​ຫະ​ລັດ ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ.

ເຈົ້າ​ໜ້າ​ທີ່​ທະ​ຫານ​ອາ​ເມ​ຣິ​ກັນ ກ່າວ​ວ່າ ເຂົ້າ​ເຈົ້າມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ສາ​ມາດ​ຄວບ​ຄຸມ​ ການ​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສ​ໄດ້ ແລະ​ພວມ​ຊອກ​ຫາ​ແຫຼ່ງເງິນ​ທີ່​ເປັນ​ທາງ​ເລືອກ ເພື່ອ​ເລື່ອນ​ເວ​ລາ ​ສຳ​ລັບ​ໃຫ້​ພວກ​ຄົນ​ງານ​ຢຸດ​ເຮັດ​ວຽກ ແຕ່​ພວກ​ນັກ​ຊ່ຽວ​ຊານ​ບາງ​ຄົນ​ເຕືອນ​ວ່າ ໄພ​ຂົ່ມ​ຂູ່​ທັງ​ສອງ ​ອາດ​ຈະ​ມີ​ຜົນ​ກະທົບ​ຕໍ່​ສະ​ພາບ​ຈິດ​ໃຈ​ຂອງ​ພວກ​ທະ​ຫານ ​ທີ່​ຢູ່​ໃນ​ຄ້າຍ​ຕ່າງໆ​ຂອງ​ສະ​ຫະ​ລັດແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຄວາມ​ສຳ​ພັນ​ລະ​ຫວ່າງ​ສະ​ຫະ​ລັດ ກັບ​ເກົາ​ຫຼີໃຕ້.

ທ່ານ​ແວນ ແຈັກ​ສັນ ອະ​ດີດ​ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຫ້າ​ແຈຮັບ​ຜິດ​ຊອບ​ກ່ຽວ​ກັບ​ເລື້ອງເອ​ເຊຍ ກ່າວ​ວ່​າ “ກຳ​ລັງ​ສະ​ຫະ​ລັດ​ໃນ​ເກົາ​ຫຼີ​ໃຕ້ແລະ​ພັນ​ທະ​ມິດ ແມ່ນ​ພວມ​ໄດ້​ຮັບ​ຄວາ​ມ​ກົດ​ດັນ​ທີ່​ສຳ​ຄັນ. ໃນ​ບາງ​ຈຸດນັ້ນ ສະ​ພາບ​ຈິດ​ໃຈແລະ​ປະ​ສິດ​ທິ​ຜົນ​ໃນການ​ສູ້​ລົບກໍ​ອາດ​ຈະ​ເລີ້ມ​ໄດ້​ຮັບ​ຜົນ​ກະ​ທົບ.”

ພວກ​ຄົນ​ງານ​ເກົາ​ຫຼີ​ໃຕ້​ບາງ​ຄົນ​ກໍ​ເຫັນ​ພ້ອມ​ນຳ. ຄົນງານ​ຜູ້​ນຶ່ງ​ທີ່​ຄ້າຍ​ຮຳ​ຟ​ຣີ ຊຶ່ງເປັ​ນຖານ​ທັບ​ສະ​ຫະ​ລັດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ເກົາ​ຫຼີ​ໃຕ້ເວົ້າ​ວ່າ “ມັນ​ເຮັດ​ໃຫ້​ເກີດ​ຄວາມ​ທໍ້​ແທ້​ໝົດ​ກຳ​ລັງ​ໃຈ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG